ປະຊາຊົນ ບ້ານນາເຕີຍ ແຂວງຫຼວງນ້ຳທາ ທີ່ໄດ້ຮັບຜົນກະທົບຈາກໂຄງການລົດໄຟລາວ-ຈີນ ໄດ້ເລີ່ມຍ້າຍເຂົ້າບ້ານຈັດສັນແລ້ວ

ປະຊາຊົນ

ຂ່າວສານຈາກ lao x


ປະຊາຊົນ ບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງລົດໄຟລາວ-ຈີນ, ບ້ານນາເຕີຍ ມີທັງໝົດ 159 ຄອບຄົວ, ເຊິ່ງໂຄງການກໍ່ສ້າງລົດໄຟລາວ-ຈີນ ຮັບຜິດຊອບໃນການທົດແທນຄວາມເສຍຫາຍ ແລະ ສ້າງທີ່ຢູ່ອາໄສ ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ໂດຍໄດ້ສ້າງບ້ານຈັດສັນແບບຖາວອນ ໃນເນື້ອທີ່ 17 ເຮັກຕາ ມີ 159 ຫຼັງຄາເຮືອນ ໂດຍແບ່ງອອກເປັນ 3 ຂະໜາດຄື: ເຮືອນຂະໜາດໃຫຍ່ ມີ 76 ຫຼັງ ຂະໜາດກາງ 45 ຫຼັງ ແລະ ຂະໜາດນ້ອຍ 25 ຫຼັງ ໃນນັ້ນມີສິ່ງອໍານວຍຄວາມສະດວກຄື: ມີເສັ້ນທາງສະດວກສະບາຍ, ມີນໍ້າປະປາ, ມີໄຟຟ້າ, ໂຮງຮຽນ ແລະ ສຸກສາລາ.

ປະຊາຊົນ

ທ່ານນາງ ໃສ ຈະເລີນສີ ນາຍບ້ານນາເຕີຍໃຫ້ສຳພາດວ່າ: ປະຊາຊົນບ້ານນາເຕີຍ ສ່ວນຫຼາຍແມ່ນມີອາຊີບກຳມະກອນ ຕາມໂຮງຈັກໂຮງງານຕ່າງໆ ບາງຄອບຄົວກໍບໍ່ມີເຮືອນແບບຖາວອນເປັນຂອງຕົນເອງ, ດັ່ງນັ້ນ ເມື່ອມີໂຄງການລົດໄຟລາວ-ຈີນ ກໍໄດ້ມີການສ້າງເຮືອນຢູ່ໃຫ້ແກ່ປະຊາຊົນກຸ່ມດັ່ງກ່າວ ປະຊາຊົນຈຶ່ງມີຄວາມພໍໃຈຫຼາຍ.

ປະຊາຊົນ

ປັດຈຸບັນມີ 23 ຄອບຄົວ ໄດ້ເຂົ້າໄປຢູ່ອາໄສແລ້ວ ແລະ ສ່ວນທີ່ເຫຼືອ ເລີ່ມເຂົ້າມາສຳຫຼວດ ແລະ ອະນາໄມເພື່ອກຽມເຂົ້າມາຢູ່, ທາງບ້ານນາເຕີຍ ຍັງໄດ້ໄປຂໍຮ້ອງເພື່ອເຂົ້າສຳຫຼວດໃນການຈັດສັນຕື່ມ ເພາະເຮືອນບາງຫຼັງ ສ່ຽງຕໍ່ການເຊາະເຈື່ອນ ເພາະເປັນດິນຖົມໃໝ່. ນອກນັ້ນ ລະບົບຮ່ອງນ້ຳຍັງບໍ່ສະດວກ ແລະ ຂໍໃຫ້ໂຄງການ ຊ່ວຍຫາທາງເຂົ້າບ້ານໃຫ້ຕື່ມ ເພາະທາງບ້ານຈັດສັນໃໝ່ນາເຕີຍ ມີແຕ່ທາງເຂົ້າແຕ່ບໍ່ມີທາງອອກ.

ປະຊາຊົນ

ຂໍ້ມູນຈາກ: https://cutt.ly/gX35Ljf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ