ລາວ-ຈີນ ຮ່ວມມືສ້າງໂຄງການ “ໜຶ່ງທາງ ສອງເຂດ” ເພື່ອສົ່ງເສີມການຄ້າ ແລະ ຊຸກຍູ້ຜະລິດຕະພັນສິນຄ້າທີ່ມີຄຸນະພາບສູງ ຂອງທັງສອງປະເທດ

ລາວ-ຈີນ

ລາວ-ຈີນ


ເພື່ອເປັນການຮັດແໜ້ນຄວາມສຳພັນ ແລະ ສືບຕໍ່ຜັນຂະຫຍາຍສາຍພົວພັນການຮ່ວມມືຍຸດທະສາດຮອບດ້ານ ຂອງ ສປປ ລາວ ແລະ ສປ ຈີນ ທັງສອງຊາດ ຈຶ່ງໄດ້ຕົກລົງຮ່ວມມືກັນສ້າງໂຄງການ “ໜຶ່ງທາງ ສອງເຂດ” ເພື່ອສົ່ງເສີມການຄ້າ ແລະ ຊຸກຍູ້ຜະລິດຕະພັນສິນຄ້າທີ່ມີຄຸນະພາບສູງ ຂອງທັງສອງປະເທດ.

ໃນວັນທີ 26 ສິງຫາ 2022 ນີ້, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສ້າງໂຄງການ “ໜຶ່ງທາງ ສອງເຂດ” ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການປົກຄອງປະຊາຊົນ ແຂວງຫູໜານ ສປ ຈີນ ຜ່ານລະບົບທາງໄກ ໂດຍມີ ທ່ານ ເຫີ ປາວສຽງ (HE BAOXIANG) ຮອງເຈົ້າແຂວງ ແຂວງຫູໜານ ແລະ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໃຫ້ກຽດເຂົ້າຮ່ວມ.

ລາວ-ຈີນ

ການສ້າງໂຄງການ “ໜຶ່ງທາງ ສອງເຂດ” ແມ່ນມີເປົ້າໝາຍເພື່ອປະກອບສ່ວນເຂົ້າໃນການ ສົ່ງເສີມການຄ້າ ແລະ ຜະລິດຕະພັນສິນຄ້າທີ່ມີຄຸນະພາບສູງ, ເຊິ່ງ “ໜຶ່ງທາງ” ໝາຍເຖິງ ການນໍາໃຊ້ເສັ້ນທາງລົດໄຟໃຫ້ມີປະສິດທິຜົນສູງສຸດ ແລະ “ສອງເຂດ” ໝາຍເຖິງການສ້າງເຂດພັດທະນາອຸດສາຫະກໍາ-ກະສິກໍາທັນສະໄໝລະຫວ່າງນະຄອນຫຼວງວຽງຈັນ ຂອງ ສປປ ລາວ ແລະ ເຂດພັດທະນາເສດຖະກິດຈິນເຊຍ ນະຄອນຊາງຊາ ແຂວງຫູໜານ.

ໂດຍສອງຝ່າຍ ເຫັນດີເປັນເອກະພາບກັນຖືເອົາ “ສອງເຂດ” ເປັນຈຸດສູນກາງ ຮ່ວມກັນສ້າງເວທີການຮ່ວມມືລະຫວ່າງສອງຊາດ ໃນດ້ານການບໍລິການທາງດ້ານການຄ້າ, ການຂົນສົ່ງ ແລະ ການເງິນ ທີ່ພົວພັນກັບວຽກງານການຜະລິດກະສິກຳ ແລະ ປຸງແຕ່ງກະສິກຳ ໂດຍອີງໃສ່ແລວທາງເສດຖະກິດລາວ-ຈີນ ແລະ ເສັ້ນທາງລົດໄຟລາວ-ຈີນ. ໃນນັ້ນ ທັງສອງກໍຮ່ວມກັນຊຸກຍູ້ຄື: ເພີ່ມທະວີການພົວພັນປະສານງານດ້ານນະໂຍບາຍ ແລະ ຊຸກຍູ້ການເຂົ້າສູ່ລະບຽບການ, ເພີ່ມທະວີການຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຫັນເປັນກະສິກຳທັນສະໄໝ, ເພີ່ມທະວີການຮ່ວມມືເພື່ອລົດຜ່ອນຄວາມທຸກຍາກ ແລະ ຊຸກຍູ້ການພັດທະນາຊົນນະບົດ, ປັບປຸງສະພາບແວດລ້ອມໃນການລົງທຶນດ້ານກະສິກຳ ແລະ ຂະຫຍາຍການລົງທຶນ ຢ່າງມີປະສິດທິຜົນ ພ້ອມທັງສ້າງກົນໄກຮ່ວມມື ແລະ ອື່ນໆ.

ລາວ-ຈີນ

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະກອບຄຳເຫັນວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງສໍາລັບການພັດທະນາຂອງສອງປະເທດລາວ-ຈີນ ໂດຍສະເພາະການພັດທະນາໃນຂະແໜງກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດທີ່ເປັນຂະແໜງການຕົ້ນຕໍໃນການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງປະເທດ.

ນອກຈາກນີ້ ໃນພິທີເຊັນສັນຍາດັ່ງກ່າວ ສປ ຈີນ ຍັງໄດ້ມີການມອບ-ຮັບເຄື່ອງກົນຈັກກະສິກຳຊ່ວຍເຫຼືອລ້າ ໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ຕື່ມອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ