ພະລັງຂອງ Soft Power ທີ່ແທ້ຈິງ! ເປັນຫຍັງປະເທດເກົາຫຼີໃຕ້ຈຶ່ງຖືກເລືອກໃຫ້ເປັນຕົວຫຼັກຂອງໂລກ ໃນການສ້າງ Original Content ໃຫ້ກັບ Netflix


Netflix ແມ່ນຖືເປັນ Streaming Platform ອັນດັບໜຶ່ງຂອງໂລກ ທີ່ມີຈຸດເດັ່ນໃນການສ້າງ Original Content ຂອງຕົນເອງອອກມາໂດຍການໄປຮ່ວມກັບ ບໍລິສັດສ້າງຮູບເງົາໃນຫຼາຍໆປະເທດ ໂດຍໜຶ່ງໃນປະເທດທີ່ເປັນຕົວຫຼັກຂອງໂລກໃນການຮ່ວມມືນັ້ນກໍຄື “ເກົາຫຼີໃຕ້”. ແລ້ວເປັນຫຍັງ Netflix ຈຶ່ງເລືອກເກົາຫຼີໃຕ້? ແມ່ນຫຍັງທີ່ເຮັດໃຫ້ເກົາຫຼີໃຕ້ກາຍເປັນໜຶ່ງໃນຕົວເລືອກໃນການເປັນ partner ກັບ Netflix?

All of Us Are Dead' director shares plans for season 2: Not humans but  zombies will fight for survival? | PINKVILLA

ການສ້າງຮູບເງົາ/ຊີຣີ້ເປັນຂອງຕົນເອງ ຫຼື Original Content ນັ້ນແມ່ນຖືເປັນກົນລະຍຸດຫຼັກໆຂອງ Netflix ເພື່ອລົດຕົ້ນທຶນໃນການຊື້ລິຂະສິດຮູບເງົາຈາກຄ້າຍອື່ນເຂົ້າມາ, ສ້າງລິຂະສິດເປັນຂອງຕົນເອງ ລວມທັງການໄປຮ່ວມມືກັບຫຼາຍໆປະເທດ ເພື່ອສ້າງ Original Content ໃນພາສານັ້ນໆອີກດ້ວຍ ບໍ່ວ່າຈະເປັນການຮ່ວມມືກັບອັງກິດ, ສະເປນ, ຝຣັ່ງ, ຈີນ, ໄທ ແລະ ແນ່ນອນວ່າມີເກົາຫຼີໃຕ້ຢູ່ໃນນັ້ນ ລວມທັງອີກຫຼາຍ 10 ປະເທດທົ່ວໂລກ.

ທີ່ໜ້າສົນໃຈກໍຄື Original Content ທີ່ເຮັດກັບເກົາຫຼີໃຕ້ນັ້ນ, ມັນເບິ່ງຄືວ່າຈະປະສົບຄວາມສຳເລັດທີ່ສຸດເລີຍ ໃນບັນດາປະເທດຕ່າງໆທີ່ຮ່ວມມືນຳ ໂດຍເບິ່ງຈາກຜົນງານທີ່ອອກມາບໍ່ວ່າຈະເປັນ: Hometown Cha-Cha-Cha, Vincenzo, Start-Up, Itaewon Class ແລະ ອີກຫຼາຍໆຮູບເງົາ/ຊີຣີ້ທີ່ອອກມາກໍດັງທຸກເລື່ອງ ໂດຍສະເພາະຊີຣີ້ທີ່ເປັນກະແສໂດ່ງດັງທີ່ສຸດໃນໂລກ ລວມທັງທຳລາຍເກືອບທຸກສະຖິຕິຂອງວົງການບັນເທີງຂອງໂລກ ກໍຄົງຈະເປັນໃຜໄປບໍ່ໄດ້ນອກຈາກຊີຣີ້ເລື່ອງ Squid Game ເຊິ່ງກໍເປັນຜົນງານຂອງເກົາຫຼີໃຕ້ນັ້ນເອງ.

Squid Game: The Netflix show adding murder to playground nostalgia - BBC  News

ທາງ Netflix ເອງກໍເລີ່ມທີ່ຈະລົງທຶນໃນການສ້າງ Original Content ກັບເກົາຫຼີໃຕ້ ນັບມື້ນັບມີເມັດເງິນລົງທຶນເພີ່ມຂຶ້ນເລື້ອຍໆ. ແລ້ວເປັນຫຍັງ Netflix ຈຶ່ງເຊື່ອໝັ້ນໃນປະເທດເກົາຫຼີໃຕ້ໄດ້ຂະໜາດນີ້? ອາດຈະມີເຫດຜົນຢູ່ 2-3 ຂໍ້ທີ່ຈະພໍອະທິບາຍເລື່ອງນີ້ ນັ້ນກໍຄື:

1. ວັດທະນະທຳ ແລະ Soft Power ທີ່ແຂງແຮງ

ແນ່ນອນວ່າທຸກຄົນຕ່າງກໍຮູ້ດີກ່ຽວກັບພະລັງປາກົດການຂອງ “ກະແສເກົາຫຼີ ຫຼື Korean Wave” ທີ່ແຜ່ກະຈາຍໄປທົ່ວໂລກຢ່າງວ່ອງໄວບໍ່ວ່າຈະເປັນ: ແນວເພງ K-Pop, ຊີຣີ້ເກົາຫຼີ ຫຼື K-Series, ອາຫານການກິນ, ຊຸດແຕ່ງກາຍ ເປັນຕົ້ນ. ສາສະດາຈານ ຄິມເຊວານ ຈາກມະຫາວິທະຍາໄລ Ewha Womans University ໄດ້ກ່າວໂດຍອີງຕາມຂໍ້ມູນການຄາດການໄວ້ວ່າ “ໃນໜຶ່ງປີ ເຄປັອບສາມາດສ້າງເມັດເງິນສູງເຖິງ 10 ພັນລ້ານໂດລາສະຫະລັດໃຫ້ກັບເກົາຫຼີໃຕ້” ໂດຍມາຈາກການຊົມໃຊ້ຂອງຄົນໃນປະເທດເອງ ລວມທັງຈາກຄົນຕ່າງຊາດ. ຄວາມແຂງແຮງຂອງ Soft Power ທີ່ເກົາຫຼີໃຕ້ສົ່ງອອກໄປສູ່ເວທີສາກົນ ນັ້ນໄດ້ສ້າງເປັນກະແສ fever ໃຫ້ກັບຄົນຕ່າງຊາດບໍ່ຫຼາຍກໍໜ້ອຍ, Netflix ເອງກໍບໍ່ຊ້າທີ່ຈະເຂົ້າມາຈັບກະແສຂອງເກົາຫຼີໃຕ້ ເພື່ອຮ່ວມເປັນສ່ວນໜຶ່ງໃນການສ້າງຄອນເທັ້ນໃຫ້ກັບຕົນເອງ.

BTS' anthology album 'Proof' will include unreleased demos of their hit  songs

2. ອຸດສາຫະກຳຮູບເງົາທີ່ໃຫຍ່

ໃນແຕ່ລະປີ ຮູບເງົາ/ຊີຣີ້ຂອງເກົາຫຼີໃຕ້ໄດ້ຖືກຜະລິດ ແລະ ສົ່ງອອກໄປສູ່ສາຍຕາຄົນທົ່ວໂລກ ປີລະເປັນຮ້ອຍໆເລື່ອງ ໂດຍອີງຈາກ Korea Film Council ນັ້ນໄດ້ປະມານການວ່າອຸດສາຫະກຳຮູບເງົາໃນເກົາຫຼີໃຕ້ແມ່ນມີມູນຄ່າສູງເຖິງ 4-5 ພັນລ້ານໂດລາສະຫະລັດ ແລະ ມີທ່າທີຈະເຕີບໂຕຂຶ້ນໃນທຸກໆປີ. ບໍລິສັດບັນເທີງຂອງເກົາຫຼີໃຕ້ບໍ່ວ່າຈະເປັນ CJ Entertainment, Lotte Entertainment ແລະ ອີກຫຼາຍໆບໍລິສັດ ຕ່າງກໍຜະລິດຜົນງານອອກມາຢ່າງບໍ່ຂາດສາຍ ລວມທັງມີການສົ່ງອອກໄປສາຍຢູ່ຕ່າງປະເທດ ແລະ ຕາມເທສະການຮູບເງົາຕ່າງປະເທດອີກດ້ວຍ. ນັ້ນຈຶ່ງເປັນເຫດຜົນທີ່ຫຼາຍໆບໍລິສັດຕ່າງປະເທດ ບໍ່ແມ່ນພຽງແຕ່ Netflix ທີ່ສົນໃຈໃນການເຂົ້າມາລົງທຶນໃນອຸດສາຫະກຳຮູບເງົາຂອງເກົາຫຼີໃຕ້ ເພາະນັບມື້ມັນກໍຍິ່ງຂະຫຍາຍໃຫຍ່ຂຶ້ນເລື້ອຍໆນັ້ນເອງ.

My Name (TV series) - Wikipedia

3. ນັກສະແດງ ແລະ ທີມງານຄຸນະພາບ

Production ຂອງຮູບເງົາ/ຊີຣີ້ ເກົາຫຼີໃຕ້ໃນປັດຈຸບັນ ຕ້ອງບອກເລີຍວ່າສາມາດທຽບເທົ່າກັບລະດັບ Hollywood ໄດ້ເລີຍ ເຊັ່ນ: ເລື່ອງຂອງ Visual Effects ຕ່າງໆ, ບົດທີ່ແຂງແຮງ ແລະ ແຕກຕ່າງ, ທີມງານທີ່ໄດ້ຮັບການຝຶກຝົນຢ່າງດີຈາກຕ່າງປະເທດ ລວມເຖິງນັກສະແດງທີ່ກາຣັນຕີຮາງວັນທັງໃນປະເທດ ລວມທັງອອກໄປຈັບຮາງວັນໃນເວທີສາກົນໃຫຍ່ກໍມີໃຫ້ເຫັນມາແລ້ວ ເຊັ່ນ: ໃນກໍລະນີຫຼ້າສຸດຂອງ Jung HoYeon ແລະ Lee JungJae ຈາກຊີຣີ້ Squid Game ທີ່ໄປຄວ້າຮາງວັນ “ນັກສະແດງຍິງ-ຊາຍດີເດັ່ນ” ໃນງານປະກາດຮາງວັນລະດັບໂລກຢ່າງ SAG Awards ມາແລ້ວ ລວມທັງກໍຍັງມີນັກສະແດງເກົາຫຼີໃຕ້ອີກຫຼາຍຄົນທີ່ກໍຍັງມີຜົນງານການສະແດງໃນ Hollywood ເລື້ອຍໆເຊັ່ນກັນ.

Squid Game' cast make history at SAG Awards 2022 with two acting wins

ເຮົາຈະເຫັນໄດ້ວ່າ Netflix ນັ້ນຄິດບໍ່ຜິດອີ່ຫຼີ ທີ່ເລືອກໃຫ້ປະເທດເກົາຫຼີໃຕ້ເປັນປະເທດອັນດັບຕົ້ນໆຂອງໂລກ ໃນການສ້າງ Original Content ໃຫ້ຕົນເອງ ແລະ ມີທ່າທີວ່າ Netflix ຈະລົງທຶນໃນອຸດສາຫະກຳຮູບເງົາຂອງເກົາຫຼີໃຕ້ນັບມື້ນັບເພີ່ມຂຶ້ນເລື້ອຍໆແນ່ນອນ. ຄວາມສຳເລັດຂອງ Netflix ນັ້ນ ເຮົາກໍຄົງປະຕິເສດບໍ່ໄດ້ວ່າ ມັນກໍເປັນຄວາມສຳເລັດຂອງປະເທດເກົາຫຼີໃຕ້ເຊັ່ນກັນ ເພາະສິ່ງເຫຼົ່ານີ້ກໍບໍ່ແມ່ນສິ່ງທີ່ເກົາຫຼີໃຕ້ນັ້ນເຮັດສຳເລັດພາຍໃນມື້ດຽວ, ແຕ່ມັນເກີດຈາກການວາງຮາກຖານທີ່ແຂງແຮງໃຫ້ກັບອຸດສາຫະກຳບັນເທີງມາຕັ້ງແຕ່ສະໄໝພັດທະນາປະເທດໃໝ່ໆ ແລະ ມັນກໍໄດ້ພິສູດໃຫ້ທັງ Netflix ລວມທັງຄົນທົ່ວໂລກເຫັນແລ້ວວ່າ ເກົາຫຼີໃຕ້ກໍພ້ອມທີ່ຈະເປັນ The Strongest Soft Power ຂອງໂລກໄດ້ແນ່ນອນໃນມື້ໃດມື້ໜຶ່ງ.

ຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/