ເຢຍລະມັນ ແລະ ອີຕາລີ ຈັບມື Airbus ກຽມເປີດບໍລິການ ແທັກຊີທາງອາກາດ


ລັດຖະບານທ້ອງຖິ່ນ ຂອງລັດບາວາເຣຍ, ມະຫາວິທະຍາໄລ ສະຕຸດກາດ, ບໍລິສັດເອກກະຊົນ. ສະໜາມບິນ ມິວນິກ ລວມເຖິງລັດຖະບານຂອງ ອິຕາລີ ແລະ ເຢຍລະມັນ ໄດ້ປະກາດຈັບມືກັບ ບໍລິສັດ ແອບາສ (Airbus) ບິລິສັດ ດ້ານການບິນ ອັນດັບຕົ້ນໆຂອງໂລກ ເພື່ອສຶກສາຄວາມເປັນໄປໄດ້ໃນການນຳໃຊ້ CityAirbus ເຮືອບິນ ທີ່ບິນຂຶ້ນລົງ ແນວຕັ້ງ ພະລັງງານໄຟຟ້າ Electric Vertical Takeoff and Landing (eVTOL) ມາໃຊ້ໃນທາງການຄ້າ ການຂົນສົ່ງ ເປັນຄັ້ງທຳອິດຂອງໂລກ ໂດຍຕັ້ງຊື່ໂຄງການຮ່ວມມືຄັ້ງນີ້ວ່າ  Air Mobility Initiative (AMI).

ຄວາມຮ່ວມມືດັ່ງກ່າວ ຈະຄອບຄຸມຕັ້ງແຕ່ ເທັກໂນໂລຢີ ໂຄງສ້າງພື້ນຖານ ການແກ້ໄຂກົດໝາຍທີ່ກ່ຽວຂ້ອງ ລວມເຖິງການທົດສອບຢ່າງເລິກເຊິ່ງ ເພື່ອເຮັດໃຫ້ CityAirbus ສາມາດໃຊ້ງານໄດ້ແທ້ ພາຍໃຕ້ຄວາມຮ່ວມມືຂອງໜ່ວຍງານຕ່າງໆ. ໃນປັດຈຸບັນ CityAirbus ນັ້ນແມ່ນຢູ່ໃນໄລຍະການປະກາດ ຮູບໂສມແບບໃໝ່ຫຼ້າສຸດ ຫຼັງຈາກປະສົບຜົນສຳເລັດໃນການທົດສອບ CityAirbus ຮຸ່ນທຳອິດທີ່ມີຕົ້ນແບບມາຈາກ ເຮລິຄັອບເຕີ້ທີ່ບິນຂຶ້ນລົງຕາມແນວຕັ້ງ ໃນປີ 2019.

ຍົນ

City Airbus Nextgen ເປັນ eVTOL ຮຸ່ນຫຼ້າສຸດທີ່ເປີດຕົວໂດຍ ແອບາສ ທີ່ສາມາດເດີນທາງໄດ້ 80ກິໂລແມັດ ຕໍ່ການສາກໄຟໜຶ່ງເທື່ອ ດ້ວຍຄວາມໄວສູງສຸດຢູ່ທີ່ 120 ກິໂລແມັດຕໍ່ຊົ່ວໂມງ. ໂດຍການອອກແບບສ່ວນປີກ ແມ່ນເຮັດໃຫ້ເປັນຮູບຕົວ V ເມື່ອເບິ່ງຈາກມຸມເທິງ ພ້ອມກັບເຄື່ອງຈັກໃບພັດ 8 ຕົວ ທີ່ເຮັດວຽກແຍກກັນອິດສະຫຼະທັງໝົດ ເປັນແບບຍຶດຕິດ ໂດຍບໍ່ສາມາດປັບລະດັບໄດ້ ຕ່າງຈາກເຮອບິນທົ່ວໄປທີ່ຈະມີບາງສ່ວນຂອງປີກສາມາດເໜັງຕີງໄດ້ຕາມທິດທາງລົມ ເຊິ່ງຈະເຮັດໃຫ້ ການບິນນັ້ນມີປະສິດຕິພາບ ເພີ່ມຂຶ້ນຈາກຮູບແບບເກົ່າ.

ຍົນ

ດ້ານການໃຊ້ງານ CityAirbus ແມ່ນສາມາດຮັບຜູ້ໂດຍສານໄດ້ ສູງສຸດ 4 ຄົນ ທີ່ສາມາດນັ່ງໂດຍສານໄດ້ຢ່າງສະບາຍ ບໍ່ອຶດອັດ. ພ້ອມກັບສຽງລົບກວນພຽງແຕ່ 75-80 ເດຊີເບວ ຫຼືທຽບເທົ່າກັບສຽງເຄື່ອງດູດຝຸ່ນ ເຊິ່ງຖືວ່າ ໜ້ອຍຫຼາຍຖ້າທຽບໃສ່ສຽງຂອງເຮືອບິນທົ່ວໄປ.

ໂດຍປັດຈຸບັນ CityAirbus ແມ່ນໄດ້ມີການທົດສອບໄປແລ້ວ ຫຼາຍກວ່າ 240 ເທື່ອ ແລະ ຕໍ່ຈາກນີ້ຈະເປັນສ່ວນຂອງການອອກແບບຮູບຮ່າງ ລັກສະນະຂອງຕົວເຄື່ອງ ເຊິ່ງຄາດການວ່າຈະນຳສະເໜີຕົ້ນແບບໄດ້ພາຍໃນປີໜ້າ.

ຍົນ

ມາຄາສ ເມ ຫົວໜ້າຝ່າຍປະຕິບັດການເພື່ອການຂົນຍ້າຍທາງອາກາດໃນເຂດເມືອງຂອງ ແອບາສ ເຊື່ອວ່າການຮ່ວມມືໃນຖານະ AMI ຈະຊ່ວຍໃຫ້ເປົ້າໝາຍການສ້າງບໍລິການຂົນສົ່ງທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສັງຄົມນັ້ນເກີດຂຶ້ນໄດ້ໂດຍມີ ບາວາເຣຍ ເປັນສະຖານທີ່ຕົ້ນແບບທີ່ ແອບາສ ຕ້ອງການໃຫ້ເກີດຂຶ້ນໃນອະນາຄົດອັນໃກ້ນີ້.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/