ສື່ລາຍງານ ບາງໂຮງແຮມທີ່ ກາຕາ ຈະບໍ່ຕ້ອນຮັບແຟນບານຊາວ LGBTQ+ ເຂົ້າພັກໃນໄລຍະການແຂ່ງບານໂລກ 2022

Add a subheading 2022 05 14T182031 698

ໃນເວລານີ້ ແຟນບານລາຍຄົນ ກໍອາດຈະເລີ່ມຊອກຫາ ບ່ອນພັກ ຫຼື ໂຮງແຮມ ທີ່ກາຕາໄວ້ແລ້ວ ເພື່ອທີ່ຈະໄປເບິ່ງການແຂ່ງຂັນບານໂລກ 2022 ປະເທດກາຕາ ທີ່ຈະຈັດຂຶ້ນໃນປາຍປີນີ້. ແຕ່ຫຼ້າສຸດຕ້ອງສຶກສາຫາບ່ອນພັກໄວ້ດີໆ ເພາະບໍ່ແມ່ນທຸກໂຮງແຮມ ທີ່ຈະຕ້ອນຮັບແຟນບານຈາກທົ່ວໂລກ. ໂດຍສະເພາະຖ້າທ່ານມີຣົດສະນິຍົມ ຮັກເພດດຽວກັນ.

ໂດຍກ່ອນໜ້ານີ້ ຟີຟ່າ ແລະ ທາງກາຕາ ໄດ້ອອກມາຢືນຢັນຮ່ວມກັນວ່າ ເຈົ້າພາບບານໂລກເທື່ອນີ້ ຍິນດີຕ້ອນຮັບແຟນບານຈາກທົ່ວທຸກມຸມໂລກ ທຸກເພດສະພາບ ລວມເຖິງຄົນທີ່ເປັນ LGBTQ+ ທີ່ບັນດາປະເທດ ຕາເວັນອອກກາງ ເບິ່ງວ່າມັນເປັນສິ່ງທີ່ຜິດກົດໝາຍ. ແຕ່ວ່າຫຼ້າສຸດ ມີລາຍງານອອກມາວ່າ ຄົນທີ່ເປັນ LGBTQ+ ທີ່ຈະເດີນທາງໄປເບິ່ງບານໂລກຄັ້ງນີ້ ຍັງຕ້ອງລະມັດລະວັງຕົວ ເພາະອາດຈະບໍໄດ້ຮັບການຕ້ອນຮັບຈາກເຈົ້າບ້ານ.

ມີການເປີດເຜີຍວ່າຄູ່ຮັກ ຊາຍກັບຊາຍ ຄູ່ໜຶ່ງ ໄດ້ຕິດຕໍ່ໄປຂໍຈອງບ່ອນພັກ ທີ່ໄດ້ຮັບຮອງຈາກ ຟີຟ່າ ຈຳນວນ 69 ແຫ່ງ ຜົນປາກົດວ່າ ມີໂຮງແຮມ 3 ແຫ່ງປະຕິເສດ ບໍ່ໃຫ້ພວກເຂົາເຂົ້າພັກ ໃນຂະນະທີ່ 20 ແຫ່ງອະນຸຍາດໃຫ້ພວກເຂົາເຂົ້າໄດ້. ແຕ່​ມີ​ເງື່ອນ​ໄຂ​ທີ່​ວ່າ​ຫ້າມພວກເຂົາສະ​ແດງ​ຄວາມ​ຮັກ​ຕໍ່ກັນໃນສະຖານ​ທີ່​ສາ​ທາ​ລະ​ນະ​ ແລະ ​ຫ້າມ​ບໍ່​ໃຫ້​ແຕ່ງ​ຕົວ​ເປັນ​ເກ ໃນ​ລະ​ຫວ່າງ​ທີ່​ຢູ່​ໃນ​ກາ​ຕາ​ ສຳລັບໂຮງແຮມທີ່ເຫຼືອ ແມ່ນໃຫ້ພັກໄດ້ຕາມປົກກະຕິ.

ແນ່ນອນວ່າ ສິ່ງນີ້ກົງກັນຂ້າມກັບສິ່ງທີ່ ຟີຟ່າ ເຄີຍເວົ້າວ່າ ກາຕາ ຍຸກນີ້ແມ່ນປ່ຽນໄປແລ້ວ ແລະ ພ້ອມທີ່ຈະຕ້ອນຮັບນັກທ່ອງທ່ຽວ ຊາວ LGBTQ+ ໂດຍບໍ່ມີການອະຄະຕິໃດໆ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ Abdulaziz Abdullah Al Ansari ເຊິ່ງ​ເປັນໜຶ່ງ​ໃນ​ຄະນະ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ​ກາ​ຕາ ບອກກັບສຳນັກຂ່າວ AP ວ່າ ປະເທດຂອງລາວ ຕ້ອນຮັບຊາວ LGBTQ+ ເຊິ່ງສາມາດຈອງຫ້ອງພັກໄດ້, ນອນ​ຮ່ວມ​ກັນ​ເປັນ​ປົກ​ກະ​ຕິ​ ຖ້າເຈົ້າຕັ້ງໃຈມາເບິ່ງບານເຕະແທ້ໆ ແລະ ບໍ່ແມ່ນເພື່ອຈຸດປະສົງອື່ນ.

Amnesty International ອົງກອນລະດັບໂລກທີ່ດູແລ ເລື່ອງ ດ້ານສິດທິທະນຸດ ໃນກາຕາ ເປີດເຜີຍວ່າ ການຮັກຮ່ວມເພດ ແມ່ນຖືກຫ້າມຢູ່ໃນກາຕາ ແລະ ມັນຜິດກົດໝາຍ ຜູ້ທີ່​ຖືກ​ຈັບ​ໄດ້​ຈະ​ຖືກໂທດທາງອາຍາ ແລະ ມີສິດຖືກຈໍາຄຸກສູງສຸດ 7 ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

Comments are disabled