ຜົນວິໄຈບອກວ່າ “ຄວາມເຫງົາ” ສົ່ງຜົນກະທົບກັບການເຮັດວຽກ!


ຄວາມເຫງົາຖືເປັນອີກຄວາມຮູ້ສຶກໜຶ່ງທີ່ສາມາດເກີດຂຶ້ນໄດ້ກັບທຸກຄົນ ກໍຄືບໍ່ມີມະນຸດຄົນໃດໃນໂລກທີ່ບໍ່ເຄີຍຮູ້ສຶກເຫງົາມາກ່ອນ. ສາເຫດທີ່ເຮັດໃຫ້ເຮົາຮູ້ສຶກເຫງົາກໍມີປັດໄຈຫຼາຍຢ່າງ ໂດຍສະເພາະປັດໄຈທາງສັງຄົມ ເນື່ອງຈາກມະນຸດເຮົາເປັນສັດທາງສັງຄົມ (social species) ການມີສັງຄົມຈຶ່ງເປັນສ່ວນໜຶ່ງທີ່ເຮັດໃຫ້ມະນຸດມີຄວາມຮູ້ສຶກໝັ້ນຄົງ ແລະ ປອດໄພ ເມື່ອຢູ່ໃນສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການຢູ່ລອດ ແລະ ມີໂອກາດທີ່ຈະຈະເລີນເຕີບໃຫຍ່ ມະນຸດຈຶ່ງຈະບໍ່ຮູ້ສຶກໂດດດ່ຽວ.

ຜົນສຳຫຼວດເມື່ອປີ 2018 ຂອງບໍລິສັດ ຊິກນ່າ ແລະ  ບໍລິສັດວິໄຈການຕະຫຼາດ ຮິບຊອສ ເຊິ່ງສອບຖາມກຸ່ມຕົວຢ່າງຜູ້ໃຫຍ່ໃນອາເມຣິກາ ຈຳນວນ 20,000 ຄົນ ພົບວ່າ 46% ຫຼື ເກືອບເຄິ່ງໜຶ່ງ ມີຄວາມຮູ້ສຶກເຫງົາຕະຫຼອດເວລາ ຫຼື ເຫງົາເປັນບາງເທື່ອ. ແຕ່ທີ່ໜ້າສົນໃຈແມ່ນ ການສຶກສາອີກອັນໜຶ່ງທີ່ຈັດພິມມາໃນປີດຽວກັນ ຂອງອາຈານ Sigal Barsade ຂອງໂຮງຮຽນທຸລະກິດ Wharton ແລະ ສາສະດາຈານ Hakan Ozcelik ຈາກມະຫາວິທະຍາໄລ California State University ພົບວ່າ ‘ຄວາມເຫງົາ’ ມີຜົນກະທົບທີ່ຮ້າຍແຮງຕໍ່ການເຮັດວຽກ.

ຜົນການສຶກສາດັ່ງກ່າວມີຊື່ວ່າ: No Employee an Island: Workplace Loneliness and Job Performance. ໄດ້ມີການສໍາຫຼວດພະນັກງານ 672 ແລະ ຫົວໜ້າວຽກຂອງພວກເຂົາ 114 ຄົນ, ຕັ້ງແຕ່ລະດັບລຸ່ມໆ ໄປຈົນຮອດລະດັບບໍລິຫານ ໃນສະຫະລັດອາເມຣິກາ.

ທ່ານ ສາສະດາຈານ ບາເຊດ ກ່າວວ່າ ມີ 2 ສາເຫດທີ່ເຮັດໃຫ້ຄວາມເຫງົາລົດປະສິດຕິພາບການເຮັດວຽກລົງ. ສາເຫດທຳອິດແມ່ນ ຄົນທີ່ຮູ້ສຶກເຫງົາ ຈະມີຄວາມເອົາໃຈໃສ່ກັບອົງກອນຕົນເອງໜ້ອຍລົງ ໝາຍຄວາມວ່າກຸ່ມຄົນນີ້ໃຫ້ຄວາມສົນໃຈ ແລະ ມີແຮງຈູງໃຈໃນການເຮັດວຽກໜັກໜ້ອຍລົງ ເຊິ່ງ ສົ່ງຜົນໃຫ້ປະສິດທິພາບໃນການເຮັດວຽກລົດລົງ. ສາເຫດທີສອງກໍຄື ເພື່ອນຮ່ວມງານ. ຜົນສຳຫຼວດບອກວ່າ ຄົນທີ່ມາພົບປະກັບໝູ່ ໃນບ່ອນເຮັດວຽກດຽວກັນ ທີ່ປະສົບກັບບັນຫາຄວາມເຫງົາ ຈະຮູ້ສຶກວ່າ ໝູ່ກຸ່ມນີ້ ໜ້າຄົບຫາໜ້ອຍກວ່າ.

ບາເຊດ ອະທິບາຍວ່າ ເລື່ອງນີ້ສົ່ງຜົນດ້ານລົບຕໍ່ປະສິດທິພາບໃນການເຮັດວຽກ ເນື່ອງຈາກການຂາດປະຕິສຳພັນ ໝາຍຄວາມວ່າພວກເຂົາຈະໄດ້ຂໍ້ມູນໃນບໍລິສັດຈາກເພື່ອນຮ່ວມງານໜ້ອຍກວ່າ ແລະ ພະນັກງານທີ່ຮູ້ສຶກໂດດດ່ຽວ ມີທ່າອ່ຽງທີ່ຈະບໍ່ໄດ້ສິ່ງທີ່ຕົນເອງຕ້ອງການຈາກບໍລິສັດ ຫຼາຍກວ່າຄົນທີ່ບໍ່ຮູ້ສຶກເຫງົາ. ຜົນສຳຫຼວດນີ້ ອາດຈະຂັດແຍ້ງກັບສິ່ງທີ່ຄົນສ່ວນໃຫຍ່ ມີຄວາມຄິດກ່ຽວກັບຄວາມເຫງົາ ໂດຍຄາດການຈາກມຸມມອງດ້ານວິວັດທະນາການ ແລະ ແຮງຈູງໃຈທີ່ວ່າ ຄົນທີ່ຮູ້ສຶກເຫງົາຈະເປັນຝ່າຍເຂົ້າຫາຄົນອື່ນກ່ອນ.

ແຕ່ສິ່ງທີ່ພວກເຮົາຮູ້ກ່ຽວກັບຄວາມເຫງົາແມ່ນ ເມື່ອຜ່ານຈຸດເລີ່ມຕົ້ນມາໄດ້ ມັນຈະເປັນສາເຫດໃຫ້ເຮົາຮູ້ສຶກກັງວົນຫຼາຍຂຶ້ນ ແລະ ປີດກັ້ນຕົນເອງຫຼາຍຂຶ້ນ.

ສາສະດາຈານບາເຊດເຜີຍວ່າ ດ້ວຍເຫດທີ່ເພື່ອນຮ່ວມງານ ແລະ ປະສິດທິພາບໃນການເຮັດວຽກນັ້ນ ມີຄວາມກ່ຽວພັນກັນຢ່າງຫຼາຍ ໃນແງ່ຂອງການໃຫ້ຄວາມຄິດເຫັນ ແລະ ຄຳປຶກສາ ມັນຈຶ່ງສົມເຫດສົມຜົນທີ່ຄົນເຫງົາໃນບ່ອນເຮັດວຽກຈະໄດ້ຮັບຜົນກະທົບດ້ານລົບ.

ສ່ວນວິທີທີ່ຈະຊ່ວຍຄົນເຫງົາໃນບ່ອນເຮັດວຽກ ແມ່ນ ບາເຊດ ແນະນຳວ່າ ການຊ່ວຍພະນັກງານທີ່ຮູ້ສຶກເຫງົານັ້ນ ອັນດັບທຳອິດ ນາຍຈ້າງຈະຕ້ອງໃຫ້ຄວາມສຳຄັນກັບວັດທະນະທຳກ່ຽວກັບອາລົມພາຍໃນບໍລິສັດ ເພື່ອບໍ່ໃຫ້ເກີດຜົນກະທົບໃນບ່ອນເຮັດວຽກ.

ໂດຍລາວກ່າວວ່າ: “ເຮົາບໍ່ອາດມຸ່ງເປົ້າໄປທີ່ພະນັກງານທີ່ຮູ້ສຶກເຫງົາພຽງຄົນດຽວ ເຮົາຕ້ອງປະຕິບັດກັບທຸກຄົນແບບເທົ່າທຽມກັນ ສະແດງໃຫ້ເຫັນເຖິງຄວາມຮັກ, ຄວາມຫ່ວງໃຍ, ຄວາມເຫັນໃຈ ແລະ ຄວາມອ່ອນໂຍນ”.

ຜູ້ຊ່ຽວຊານເຕືອນວ່າຄວາມຜິດພາດຢ່າງໜຶ່ງທີ່ອາດເກີດຈາກຫົວໜ້າ ຄືການຄາດເດົາໄປເອງວ່າຄວາມເຫງົາເປັນຄວາມຜິດຂອງຕົວບຸກຄົນ ທັ້ງທີ່ຄວນພິຈາລະນາວ່ານີ້ເປັນຕົວສະທ້ອນບັນຫາຂອງໝົດອົງກອນຫຼືບໍ່.

ໂດຍບອກວ່າ: ເມື່ອຕອນທີ່ຄືວ່າ ຜູ້ໃດຜູ້ໜຶ່ງກໍາລັງມີບັນຫາທີ່ເກີດຂື້ນຈາກຄວາມຄິດພາຍໃນຂອງຕົນເອງ ພວກເຮົາຈະມີຄວາມຮູ້ສຶກຄືກັບ ນັ້ນແມ່ນພຽງແຕ່ບັນຫາຂອງພວກເຂົາ, ບາເຊດຍັງກ່າວເພີ່ມຕື່ມວ່າ ຕົວແປໜຶ່ງທີ່ຕ້ອງພິຈາລະນາແມ່ນ ໃຫ້ເບິ່ງວ່າວັດທະນະທໍາຂອງບໍລິສັດໄດ້ກີດກັ້ນຄົນເຫຼົ່ານີ້ອອກໄປໂດຍບໍ່ຕັ້ງໃຈ ຫຼື ບໍ່.

ຢ່າງໃດກໍຕາມ, ບາເຊດ ກ່າວວ່າ ນາຍຈ້າງທຸກຄົນບໍ່ຄວນພະຍາຍາມບັງຄັບໃຫ້ພະນັກງານຂອງຕົນໃຫ້ເຂົ້າສັງຄົມ ແຕ່ຄວນເລີ່ມຈາກຈຸດນ້ອຍໆໂດຍການເຂົ້າຫາພະນັກງານທີ່ສະແດງອາການຂອງຄວາມຮູ້ສຶກໂດດດ່ຽວ ເຊັ່ນ: ຂໍຄໍາແນະນຳຈາກພວກເຂົາຢູ່ບ່ອນເຮັດວຽກ.

ຂອບໃຈຂໍມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/