TikTok ກຽມແບ່ງລາຍໄດ້ 50% ຈາກໂຄສະນາ ໃຫ້ກັບຜູ້ອັບໂຫຼດວິດີໂອ ຄ້າຍຄືກັບ YouTube


ໃນໄລຍະ 1-2 ປີ ທີ່ຜ່ານມາ TikTok ເແພລັດຟອມຟອມວິດີໂອສັ້ນໆ ກາຍເປັນທີ່ນິຍົມຢ່າງຫຼວງຫຼາຍ ແລະ ເອີ້ນໄດ້ວ່າ ເນັດໄອດໍ້ ຫຼາຍຄົນກໍເປັນທີ່ຮູ້ຈັກໄດ້ກໍຍ້ອນ TikTok ຈົນມີນິຍາມຂຶ້ນມາໃໝ່ວ່າ TikToker ຫຼືວ່າ ດາວຕິກຕັອກ.

ການເຮັດວິດີໂອລົງໃນ ຕິກຕັອກ ນັ້ນກໍສາມາດສ້າງລາຍໄດ້ເຊັ່ນກັນ ຖ້າຫາກວ່າວິດີໂອນັ້ນມີຄົນເບິ່ງຫຼາຍ ແລະ ມີຄອນເທັນທີ່ຖືກຕ້ອງຕາມຂໍ້ກຳນົດຂອງ TikTok. ໜຶ່ງໃນວິທີທີ່ TikTok ສະໜັບສະໜູນຜູ້ສ້າງຄອນເທັນ ເພື່ອສືບຕໍ່ນໍາໃຊ້ ແລະ ສ້າງເນື້ອຫາຕໍ່ໄປ ພ້ອມທັງດຶງດູດຜູ້ໃຊ້ງານໜ້າໃໝ່ເຂົ້າມາ ກໍຄືການມອບທຶນ ຫຼື ເອີ້ນວ່າ  Creator Fund ເພື່ອຕອບແທນການຜະລິດວິດີໂອ ຫຼື ຄ່າໃຊ້ຈ່າຍໃນການດໍາເນີນງານຕ່າງໆ.

ຢ່າງໃດກໍຕາມ, ເບິ່ງຄືວ່າການລະດົມທຶນ Creator Fund ນັ້ນມັນຈະບໍ່ພຽງພໍອີກຕໍ່ໄປ ເພາະຫຼ້າສຸດ TikTok ກໍາລັງກະກຽມ ທີ່ຈະແບ່ງປັນລາຍໄດ້ຈາກໂຄສະນາຂອງຕົນເຄິ່ງໜຶ່ງ ມາມອບໃຫ້ດາວຕິກຕັອກ.

ໂດຍ​ການ​ປະກາດ​ສະບັບ​ນີ້ ມັນເກີດມາຈາກ Tiktok ເປີດຕົວເຄື່ອງມືໃໝ່ທີ່ເອີ້ນວ່າ “TikTok Pulse”. ມັນເປັນເຄື່ອງມືທີ່ອະນຸຍາດໃຫ້ບໍລິສັດ ຫຼື ແບຣນຕ່າງໆ ມາໂຄສະນາໃນຕິກຕັອກໄດ້. ແລະ ໃຫ້ແນ່ໃຈວ່າໂຄສະນາຈະຖືກຈັບຄູ່ກັບວິດີໂອທີ່ມີທ່າອ່ຽງຫຼືສູງສຸດ 4% ຂອງວິດີໂອທັງໝົດ ແລະ ຈະຕ້ອງເປັນ ວິດີໂອທີ່ໄດ້ຮັບການກວດສອບເນື້ອຫາຢ່າງຄົບຖ້ວນແລ້ວເທົ່ານັ້ນ.

ຮູບແບບການສ້າງລາຍໄດ້ແບບນີ້ ບໍ່ແມ່ນເລື່ອງໃໝ່. ແຕ່ເປັນເລື່ອງທີ່ບຸກເບີກໂດຍ YouTube ທີ່ມີສ່ວນແບ່ງລາຍໄດ້ຈາກໂຄສະນາ 55% ໃຫ້ຜູ້ຜະລິດຄອນເທັນ, Facebook ແບ່ງລາຍໄດ້ 55% ເຊິ່ງເຮັດໃຫ້ຫຼາຍຄົນສ້າງຕົວໄດ້ເລີຍ.

YouTube ຈະເອີ້ນຮູບແບບນີ້ວ່າ Google Adsense.

Facebook ຈະເອີ້ນຮູບແບບນີ້ວ່າ Ads Break.

TikTok ຈະເອີ້ນຮູບແບບນີ້ວ່າ TikTokPulse.

ໃນເບື້ອງຕົ້ນ, TikTok Pulse ຈະເປີດຕົວທົດລອງໃນອາເມຣິກາກ່ອນ ໃນເດືອນມິຖຸນານີ້ ໂດຍບໍລິສັດ ຫຼື ແບຣນທີ່ຈະເຂົ້າຮ່ວມໃນການທົດລອງການຍິງໂຄສະນາ ຈະຕ້ອງເປັນ ແບຣນທີ່ TikTok ໄດ້ເຊີນເຂົ້າຮ່ວມເທົ່ານັ້ນ. ສ່ວນຜູ້ສ້າງ ຫຼື ຄອນເທັນ ຄຣີເອເຕີ້ ນັ້ນຕ້ອງມີຜູ້ຕິດຕາມຢ່າງໜ້ອຍ 100,000 ຄົນເພື່ອຮັບສ່ວນແບ່ງຂອງລາຍໄດ້ໂຄສະນາຂອງພວກເຂົາ.

ໂດຍມີການຄາດ​ການວ່າ​ປີ​ນີ້​ ລາຍ​ຮັບ​ຈາກ​ການ​ໂຄ​ສະ​ນາ​ໃນ ​TikTok ຈະ​ເພີ່ມ​ຂຶ້ນ 3 ເທົ່າ​ເມື່ອ​ທຽບ​ໃສ່​ປີ​ຜ່ານມາ. ເຊິ່ງຈະມີມູນຄ່າສູງເຖິງ 11 ຕື້ໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/