ໂຈະໄວ້ກ່ອນ! Elon Musk ພັກການຊື້ Twitter ເພາະຢາກຮູ້ ຈຳນວນຂອງບັນຊີປອມທີ່ຊັດເຈນກ່ອນ


ຫຼັງຈາກຄວາມຮືຮາ ໃນເດືອນ ເມສາ ທີ່ຜ່ານມາ ກັບຂ່າວ ຂອງ Elon Musk ເສດຖີອັນດັບຕົ້ນໆຂອງໂລກ ທີ່ປະກາດຊື້ ແພລັດຟອມ Social Media ຍອດນິຍົມຢ່າງ Twitter ດ້ວຍມູນຄ່າ 4 ໝື່ນກວ່າລ້ານ ໂດລາ. ຫຼ້າສຸດ Elon Musk ໄດ້ປະກາດຜ່ານທາງ Twitter ສ່ວນຕົວວ່າ ຈະພັກການຊື້ Twitter ໄວ້ກ່ອນ ຈົນກວ່າຈະຮູ້ວ່າ ຈຳນວນບັນຊີປອມ ມີໜ້ອຍກວ່າ 5% ແທ້.

ໂດຍລາວໂພສຂໍ້ຄວາມລົງວ່າ: “ຂໍ້ຕົກລົງຂອງ Twitter ໄດ້ຖືກໂຈະຊົ່ວຄາວ. ຈົນກວ່າຂ້ອຍຈະໄດ້ຮັບລາຍລະອຽດທີ່ສາມາດຢືນຢັນໄດ້ວ່າ ຈໍານວນບັນຊີປອມ ນັ້ນມີໜ້ອຍກວ່າ 5%”.

ຂ່າວນີ້​ເຮັດ​ໃຫ້ລາຄາ​ຮຸ້ນຂອງ Twitter ​ລົດ​ລົງ​ຫຼາຍ​ກວ່າ 15%, ກ່ອນ​ທີ່​ຈະ​ຂຶ້ນມາເລັກໜ້ອຍ ຫຼັງຈາກ Elon Musk ບອກວ່າ ຍັງມີຄວາມຕັ້ງໃຈ ທີ່ຈະຊື້ Twitter ຢູ່.

      Elon Musk ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຍົກ​ເວັ້ນການກວດສອບວິເຄາະສະຖານະຊັບສິນ ແລະ ໜີ້ສິນຂອງ Twitter ກ່ອນທີ່ຈະຕົກລົງເຂົ້າຊື້ ກິດຈະການ ໃນ​ວັນ​ທີ 25 ເມ​ສາ ທີ່ຜ່ານມາ ​ເພື່ອທີ່ຈະເຮັດໃຫ້ Twitter ຍອມຮັບຂໍ້ສະເໜີຂອງລາວໃຫ້ໄວທີ່ສຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/