ຍິນດີກັບ ໂບວິລັກ ນັກກິລາເປຕັງ ທີມຊາດລາວ ໄດ້ຫຼຽນເງິນ ຊີເກມຄັ້ງທີ 31


ການແຂ່ງຂັນເປຕັງ (ປະເພດ Shooting) ຍິງດ່ຽວ ໃນຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ ເຊິ່ງການແຂ່ງຂັນແຕ່ລະຮອບເຕັມໄປດ້ວຍຄວາມຟົດຟື້ນ ລຸ້ນກັນຢ່າງໃຈຈົດໃຈຈໍ່ ແລະ ໃນທີ່ສຸດ ໂບວິລັກ ຜ່ານເຂົ້າຮອບຊິງຊະເລີດ (ຫຼຽນຄຳ) ໃນວັນທີ 13 ພຶດສະພາ 2022 ທີ່ຜ່ານມາ ລາວພົບກັບມຽນມາ.

ໂບວິລັກ ເທບພະກັນ ນັກກິລາເປຕັງທີມຊາດລາວ  ປະເພດຊຸດຕິ້ງຍິງ ເສຍໃຫ້  ກິນ ເຈີຣີ ເທັສ ນັກກິລາມຽນມາ ດ້ວຍຄະແນນ 27-44 ຄະແນນ. ກິນ ເຈີຣີ ເທັສ ໄດ້ຫຼຽນຄຳ ໄປຄອງ, ໂບວິລັກ ໄດ້ຫຼຽນເງິນ ແລະ ເປັນຫຼຽນເງິນທຳອິດ ໃຫ້ແກ່ ນັກກິລາລາວ, ສ່ວນຫຼຽນທອງຮ່ວມ ແມ່ນນັກກິລາກຳປູເຈຍ ແລະ ຫວຽດນາມ ເຈົ້າພາບ. ຂະນະທີ່ ຫຼຽນຄຳ ຊຸດຕິ້ງຊາຍ ແມ່ນນັກກິລາຈາກໄທ, ຫຼຽນເງິນ ຫວຽດນາມ ເຈົ້າພາບ ແລະ ຫຼຽນທອງຮ່ວມ ແມ່ນ ມຽນມາ ແລະ ກຳປູເຈຍ, ສ່ວນ  ສີສົມພອນ ສັນນະຈອນ ນັກກິລາທີມຊາດລາວ ຕົກຮອບທຳອິດ.

ການແຂ່ງຂັນກິລາເປຕັງ ໃນຊີເກມ ຄັ້ງນີ້ ມີການຊິງໄຊກັນທັງໝົດ 8 ລາຍ ການຄື: ຊຸດຕິ້ງຍິງ-ຊາຍ, ທີມຄູ່ຍິງ-ຄູ່ຊາຍ, ທີມຄູ່ປະສົມ, ທີມຊຸດຍິງ 2 ຊາຍ 1, ທີມຊຸດຍິງ ແລະ ທີມຊຸດຊາຍ, ກິລາເປຕັງ ມີ 6 ຊາດ ເຂົ້າຮ່ວມຊິງໄຊຄື: ສສ ຫວຽດນາມ ເຈົ້າພາບ, ສປປ ລາວ, ໄທ, ມາເລເຊຍ, ມຽນມາ ແລະ ກຳປູເຈຍ. ແຂ່ງຂັນລະຫວ່າງວັນທີ 13-19 ພຶດສະພານີ້, ໂດຍ ສປປ ລາວ ສົ່ງນັກກິລາຮ່ວມຊີງໄຊຄົບທັງ 8 ລາຍການ.

ເປັນອີກຄວາມພາກພູມໃຈໃຫ້ແກ່ຄົນລາວ ທີ່ນັກກິລາລາວເຮົາສາມາດແຂ່ງຂັນໄດ້ອັນດັບທີ 2 (ໄດ້ຫຼຽນເງິນ) ເຊິ່ງເປັນຫຼຽນເງິນທຳອິດທີ່ນັກກິລາລາວໄດ້ ສຳລັບການແຂ່ງຂັນຊີເກມໃນຄັ້ງນີ້. ສ່ວນກິລາອື່ນໆທຸກຄົນກໍສາມາດຕິດຕາມ ເຊຍ ແລະ ໃຫ້ກຳລັງໃຈກັນໄດ້ ເຊິ່ງຈະມີການແຂ່ງຂັນທຸກມື້ ແລະ ມີກິລາຫຼາກຫຼາຍປະເພດໃຫ້ໄດ້ຊົມ.

ຂໍ້ມູນໂດຍ: ສົງການ ພັນແພງດີ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/