ຫຼວງພະບາງເມືອງມໍລະດົກໂລກ! ດຶງ​ດູດ​ນັກ​ທ່ອງ​ທ່ຽວຈາກຕ່າງປະເທດຫຼາຍກວ່າ 1 ແສນຄົນ​ໃນ​ໄລ​ຍະ​ບຸນ​ປີ​ໃໝ່​ລາວ


ຫຼວງພະບາງ ເມືອງມໍລະດົກໂລກ ທີ່ສວຍງາມທາງພາກເໜືອຂອງລາວ. ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວຈາກທົ່ວທຸກມຸມໂລກຢ່າງຫຼວງຫຼາຍ ​ເຂົ້າ​ມາ​ທ່ຽວ​ຊົມໃນ​ໄລຍະ​ບຸນປີໃໝ່ລາວ ​ປີ 2024 ທີ່​ຜ່ານ​ມາ. ໂດຍມີນັກທ່ອງທ່ຽວທັງຊາວລາວ ແລະ ຕ່າງປະເທດທັງໝົດ ເປັນ​ຈຳນວນ 110.002 ຄົນ, ​ເພີ່ມ​ຂຶ້ນ 364,44% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຕົວເລກດັ່ງກ່າວເປັນນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ກວ່າ 41.400 ຄົນ, ໂດຍມີນັກທ່ອງທ່ຽວທີ່ມາຈາກ​ຈີນ​​ຫຼາຍ​ເປັນອັນດັບ 1 ຢູ່ທີ່ 10.497 ຄົນ, ຮອງ​ລົງ​ມາ​ແມ່ນເກົາຫຼີໃຕ້ 5.541 ຄົນ, ໄທ 4.284 ຄົນ ແລະ ຫວຽດນາມ ມີ 2.843 ຄົນ.

ສຳລັບໃນປີ 2023, ຫຼວງພະບາງໄດ້ຕ້ອນຮັບນັກທ່ອງທ່ຽວໃນໄລຍະບຸນປີໃໝ່ລາວພຽງແຕ່ 23.749 ຄົນເທົ່ານັ້ນ. ເຊິ່ງໃນປີນີ້ໄດ້ສະແດງໃຫ້ເຫັນການ​ຟື້ນ​ຕົວ​ອັນ​ສຳຄັນ​ຂອງ​ຂະ​ແໜງ​ການທ່ອງທ່ຽວ ຫຼັງຈາກໄດ້ຮັບຜົນກະທົບຈາກສະຖານະການ COVID-19.

ບຸນປີໃໝ່ລາວປະຈຳປີ 2024 ໃນຫຼວງພະບາງໄດ້ຖືກຈັດຂຶ້ນຢ່າງຍິ່ງໃຫຍ່ກວ່າຫຼາຍໆປີທີ່ຜ່ານມາ, ໂດຍຈະຈັດງານຂຶ້ນໃນລະຫວ່າງວັນທີ 10 ຫາ 20 ເມສາ, ເພື່ອດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ກິດຈະກຳທາງ​ວັດ​ທະ​ນະ​ທຳ​ທີ່​ຫຼາກ​ຫຼາຍ, ສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ສະເໜ່ທີ່ເປັນເອກະລັກຂອງຫຼວງພະບາງ.

ຫຼວງພະບາງມີຊື່ສຽງທາງດ້ານວັດວາອາຣາມບູຮານ ແລະ ສະຖາປັດຕະຍະກຳທີ່ສວຍງາມ. ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ວິ​ທີ​ການ​ດຳ​ລົງ​ຊີ​ວິດ​ທີ່​ລຽບ​ງ່າຍ​ຂອງ​ຜູ້ຄົນ. ​ເມືອງ​ມໍ​ລະ​ດົກ​ໂລກ​ແຫ່ງ​ນີ້ ຈຶ່ງເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວທີ່ຢາກສຳຜັດກັບວັດທະນະທຳລາວຢ່າງແທ້ຈິງ.

ທີ່ມາ:

facebook

english.news.cn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/