Netflix ປະກາດສ້າງ Reality Game Show ແບບ Squid Game ເພື່ອຊິງເງິນຮາງວັນ 4.56 ລ້ານໂດລາ


Squid Game ຖືວ່າເປັນຊີຣີ້ເລື່ອງໜຶ່ງຈາກ Netflix ທີ່ປະສົບຄວາມສໍາເລັດສູງ ແລະ ໄດ້ຮັບກະແສດີຈາກຄົນທົ່ວໂລກ ຈົນເຮັດໃຫ້ Netflix ອອກມາມາປະກາດວ່າຈະກຽມສ້າງຊີຊັ່ນທີ 2 ແລະ ຫຼ້າສຸດນີ້ເອງທາງ Netflix ກໍກໍາລັງກຽມເຮັດ Reality Game Show ທີ່ດັດແປງມາຈາກຄອນເຊັບຂອງ squid Game ພ້ອມປະກາດຮັບຜູ້ສະໝັກ 456 ຄົນຈາກທົ່ວໂລກ ເພື່ອຊິງເງິນຮາງວັນລວມຈໍານວນ 4.56 ເຊິ່ງນີ້ກໍຖືວ່າເປັນເງິນຮາງວັນສູງສຸດໃນປະຫວັດສາດການເຮັດ Reality Game Show ທີ່ເຄີຍມີມາ.

ສຳລັບລາຍລະອຽດຂອງ Reality Game Show Squid Game ແມ່ນຜູ້ເຂົ້າແຂ່ງຂັນຈະຕ້ອງໄດ້ໃຊ້ກົນລະຍຸດ, ການສ້າງມິດຕະພາບ ເພື່ອຜ່ານແຕ່ລະດ່ານໄປໃຫ້ໄດ້ ແລະ ຖ້າໂຊກຮ້າຍແດ່ຜູ້ເຂົ້າແຂ່ງຂັນແມ່ນຈະຕ້ອງກັບບ້ານໂດຍບໍ່ໄດ້ຮັບຫຍັງເລີຍ.

Reality Game Show ນີ້ຖືກກໍານົດສາຍພຽງ 10 ຕອນ ໂດຍຈະມີການຖ່າຍທໍາທີ່ປະເທດອັງກິດ ແລະ ຜູ້ເຂົ້າຮ່ວມລາຍການຕ້ອງເວົ້າພາສາອັງກິດໄດ້ ເຊິ່ງໃນຂະນະນີ້ຍັງບໍ່ມີການເປີດວ່າຈະເລີ່ມຖ່າຍທໍາຕອນໃດແລະກໍາສາຍເມື່ອໃດ.

ທັງນີ້ Squid Game ກໍຖືໄດ້ວ່າເປັຍຊີຣີ້ເລື່ອງທໍາອີດທີ່ທາງ Netflix ໄດ້ນໍາມາດັດແປງເປັນການແຂ່ງຂັນແທ້ ເຊິ່ງເຊື່ອໄດ້ວ່າມັນຈະໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກຜູ້ຊົມທົ່ວໂລກ ແລະເປັນບ່ອນແຈ້ງເກີດຂອງຜູ້ເຂົ້າແຂ່ງຂັນຢ່າງແນ່ນອນ.

ທາງໝູ່ເພື່ອນຄນໃດຄິດວ່າຕົວເອງມີຄວາມສາມາດ, ມີຄຸນສົມບັດຄົບ ແລະ ຄິດວ່າຕົວເອງຈະສາມາດກາຍເປັນຜູ້ຊະນະໃນເກມນີ້ໄດ້ ລອງກົດເຂົ້າໄປທີ່ເວັບໄຊ squidgamecasting ແລ້ວເຮັດການສະໝັກເລິຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/