ເກີດເຫດຊ້າງປ່າໄລ່ຢຽບແມ່ຕູ້ຊາວອິນເດຍຈົນເສຍຊີວິດ ແລ້ວຍັງນໍາໄປຢຽບຊໍ້າໃນງານສົບ


ອ້າງອີງຈາກການລາຍງານຂອງໜັງສືພິມ The Times of India ໄດ້ລະບຸວ່າ ເກີດເຫດຍິງແກ່ອາຍຸ 68 ປີ ຊື່ວ່າ Maya Murmu ຖືກຊ້າງປ່າ ທໍາຮ້າຍຈົນເສຍຊີວິດ ຊໍ້າບໍ່ໜຳຊ້າງຕົວດັ່ງກ່າວຍັງນໍາຮ້າຍຮ່າງອັນໄຮ້ວິນຍານຂອງຍິງແກ່ອີກຄັ້ງທີ່ງານສົບຂອງລາວ.

ເລື່ອງລາວອັນໜ້າສະເທືອນຂວັນນີ້ເກີດຂຶ້ນໃນວັນທີ 9 ມິຖຸນາທີ່ຜ່ານມາທີ່ເມືອງ Mayurbhanj ລັດ Odisha ປະເທດອິນເດຍ ໂດຍໃນມື້ນັ້ນແມ່ຕູ້ Maya ໄດ້ອອກຈາກເຮືອນຂອງຕົນເອງເພື່ອຈະໄປຕັກນໍ້າມາໃຊ້ ແລະ ໄດ້ບັງເອີນໄປພົບກັບຝູງຊ້າງທີ່ມັນໄດ້ຫຼົງທາງອອກມາຈາກເຂດອະນຸລັກສັດປ່າ Dalma ຂອງອິນເດຍ.

ດ້ວຍຄວາມທີ່ຕົກໃຈແລະຢ້ານພວກມັນ Maya ພະຍາຍາມແລ່ນໜີຈົນສຸດກໍາລັງ ແຕ່ຖືກຊ້າງໂຕໜຶ່ງໃນຝູງດັ່ງກ່າວແລ່ນເຂົ້າມາໃສ່ ແລະ ໃຊ້ຕີນຢຽບລາວຢູ່ຫຼາຍຄັ້ງຈົນເຮັດໃຫ້ລາວບາດເຈັບສາຫັດ ຫຼັງຈາກນັ້ນກໍໄດ້ມີຄົນນໍາລາວໄປທີ່ໂຮງໝໍ ແຕ່ໂຊກບໍ່ດີລາວໄດ້ເສຍຊີວິດຢູ່ທີ່ໂຮງໝໍໃນເວລາຕໍ່ມາ.

ມາຮອດຕອນແລງຂອງມື້ດຽວກັນຍາດພີ່ນ້ອງໄດ້ນໍາເອົາຮ່າງກາຍທີ່ໝົດລົມຫາຍໃຈ Maya ກັບມາເຮືອນເພື່ອກຽມຈັດງານສົບຕາມພິທີຂອງສາສະໜາ ແຕ່ເລື່ອງທີ່ບໍ່ຄາດຄິດກໍໄດ້ເກີດຂຶ້ນ ເພາະປາກົດວ່າໄດ້ມີຊ້າງປ່າບຸກເຂົ້າມາທີ່ງານສົບ ຈາກນັ້ນກໍໄດ້ແກ່ຮ່າງຂອງ Maya ລົງມາຈາກບ່ອນວາງສົບ ຫຼັງຈາກນັ້ນກໍໃຊ້ຕີນຢຽບຊໍ້າ ແລ້ວໂຍນຮ່າງຖິ້ມໄປ ກ່ອນທີ່ມັນຈະແລ່ນໜີກັບເຂົ້າໄປໃນປ່າ.

ທາງດ້ານເຈົ້າໜ້າທີ່ຕໍາຫຼວດກໍໄດ້ໃຫ້ສໍາພາດກັບສື່ທ້ອງຖິ່ນກ່ຽວກັບກັບເຫດການນີ້ວ່າ “ຄອບຄົວຂອງຜູ້ຕາຍໄດ້ວາງສົບໄວ້ນອກເຮືອນເພື່ອກຽມຈັດພິທີເຜົາ ແຕ່ວ່າຊ້າງປ່າໂຕນີ້ມັນຢ້ອນກັບມາອີກແລະທໍາຮ້າຍ Maya ຊ້ຳຕື່ມ”.

ທາງດ້ານເວັບໄຊ Odia Media ລາຍງານວ່າຊ້າງໂຕນີ້ມັນລີ້ເປັນເວລາກວ່າຊົ່ວໂມງກ່ອນຈະລົງມືທຳຮ້າຍສົບ, ພ້ອມນັ້ນ ຊ້າງໂຕອື່ນໃນຝູງຂອງມັນຍັງບຸກເຂົ້າໄປທໍາລາຍເຮືອນຂອງຜູ້ເສຍຊີວິດອີກດ້ວຍ.

ຢ່າງໃດກໍດີ ພິທີງານສົບຂອງ Maya ຖືກຈັດຂຶ້ນໃນອີກ 2-3 ຊົ່ວໂມງ ຫຼັງຈາກທີ່ຍາດພີ່ນ້ອງໝັ້ນໃຈວ່າຝູງຊ້າວດັ່ງກ່າວແມ່ນໄດ້ໜີໄປແລ້ວ.

Joyce Poole ຜູ້ອໍານວຍການຝ່າຍວິໄຈຈາກໂຄງການວິໄຈຊ້າງ Ambosi ໃນປະເທດເຄນຍາກໍໄດ້ໃຫ້ຂໍ້ມູນວ່າ ຊ້າງນັ້ນເປັນສັດທີ່ສະຫຼາດແລະມັນກໍຮູ້ຈັກການແກ້ແຄ້ນ.

“ພວກມັນສະຫຼາດ ແລະຄວາມຈໍາດີພໍທີ່ຈະສາມາດໄປແກ້ແຄ້ນຜູ້ທີ່ເຮັດໃຫ້ມັນໃຈຮ້າຍໄດ້” Joyce ໃຫ້ສໍາພາດກັບ The Times.

ທັງນີ້ ແຕ່ລະປີຈະມີປະຊາກອນອິນເດຍຖືກຊ້າງທໍາຮ້າຍຈົນເສຍຊີວິດປະມານ 100 ຄົນ ຂະນະທີ່ກອງທຶນສັດປ່າໂລກສາກົນ (WWF) ໄດ້ມີການຄາດການວ່າຕົວເລກທີ່ແທ້ຈິງອາດຈະຫຼາຍເຖິງ 300 ຄົນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/