ການແຂ່ງຂັນ ເທັນນິສ US Open ທີ່ສະຫະລັດ ອາເມຣິກາ ອະນຸຍາດໃຫ້ນັກກິລາຈາກ ຣັດເຊຍ ແລະ ເບລາຣຸສ ເຂົ້າຮ່ວມໄດ້


ພາຍຫຼັງການເມືອງ ໄດ້ເຂົ້າມາສ້າງຄວາມວຸ້ນວາຍໃຫ້ວົງການກິລາ ແລະ ສ້າງຄວາມຫຍຸ້ງຍາກໃຫ້ກັບນັກກິລາບາງຄົນບາງເຊື້ອຊາດ ມາເປັນເວລາເກືອບເຄິ່ງປີ ຫຼ້າສຸດເບິ່ງຄືວ່ານັກກິລາຫຼາຍຄົນຈະບໍ່ຕ້ອງແບກຮັບກັບສິ່ງທີ່ຕົນເອງບໍ່ໄດ້ເຮັດອີກຕໍ່ໄປ ເພາະມີການຢືນຢັນແລ້ວວ່າ ການແຂ່ງຂັນ ເທັນນິສ ແກຣນສະແລັມ ຢູເອັສ ໂອເພັນ (Grand Slam US Open) ໄດ້ອະນຸຍາດໃຫ້ນັກກິລາຈາກທັງຣັດເຊຍ ແລະ ເບລາຣຸສ ສາມາດເຂົ້າຮ່ວມການແຂ່ງຂັນໄດ້.

ລິວ ເຊີ (Lew Sherr) ຜູ້ບໍລິຫານ ແລະ ກຳມະການບໍລິຫານຂອງສະມາຄົມເທັນນິສແຫ່ງ ສະຫະລັດອາເມຣິກາ ຫຼື USTA ເຊິ່ງເປັນຜູ້ດູແລການແຂ່ງຂັນ US Open ເປີດເຜີຍວ່າ ຄະນະກຳມະການ USTA ຕັດສິນໃຈໃຫ້ນັກກິລາຊາວຣັດເຊຍ ແລະ ນັກກິລາຊາວ ເບລາຣຸສ ເຂົ້າຮ່ວມການແຂ່ງຂັນໄດ້ ເພາະ ນັກກິລາບໍ່ຈຳເປັນຕ້ອງຮັບຜິດຊອບການຕັດສິນໃຈຂອງລັດຖະບານ.

ລິວ ເຊີ ໄດ້ບອກອີກວ່າ ນັກກິລາຈາກຣັດເຊຍ ແລະ ເບລາຣຸສ ສາມາດເຂົ້າຮ່ວມການແຂ່ງຂັນໄດ້ ພາຍໃຕ້ທຸງທີ່ເປັນກາງເທົ່ານັ້ນ ເຊິ່ງເປັນຂໍ້ຕົກລົງທີ່ໃຊ້ໃນການແຂ່ງຂັນເທັນນິສຕ່າງໆທົ່ວໂລກ. ເຊິ່ງນັບຕັ້ງແຕ່ ເກີດສະຖານະການລະຫວ່າງ ຣັດເຊຍ ແລະ ຢູເຄຣນ ເມື່ອເດືອນ ກຸມພາທີ່ຜ່ານມາ ນັກກິລາຊາວຣັດເຊຍກໍຖືກກີດກັນອອກຈາກການແຂ່ງຂັນກິລາຫຼາຍປະເພດ ລວມເຖິງການແຂ່ງຂັນບານໂລກ ປີ 2022 ທີ່ຈະມາຮອດນີ້ ຂະນະທີ່ເບລາຣຸສທີ່ເປັນພັນທະມິດກັບຣັດເຊຍ ກໍຖືກນານາຊາດກີດກັນເຊັ່ນດຽວກັນ.

ສຳລັບວົງການເທັນນິສ ຫຼາຍລາຍການກໍໄດ້ມີການຕັດ ນັກກິລາຈາກຣັດເຊຍ ອອກຈາກການແຂ່ງຂັນໃນນາມທີມຊາດ ເຊັ່ນ: ລາຍການແຂ່ງຂັນຊິງແຊ້ມຍິງ Billie Jean King Cup ແລະ ການແຂ່ງຂັນຊິງແຊ້ມທີມຊາດຝ່າຍຊາຍຢ່າງ Davis Cup.

ສ່ວນການແຂ່ງຂັນ Wimbledon ຢ່າງ All England ທີ່ຈະເລີ່ມຂຶ້ນໃນວັນທີ 27 ມິຖຸນາ ນີ້ ກໍໄດ້ປະກາດອອກມາເມື່ອເດືອນ ເມສາ ທີ່ຜ່ານມາ ຢ່າງຊັດເຈນແລ້ວວ່າຈະບໍ່ໃຫ້ນັກເທັນນິສ ທັງຈາກ ຣັດເຊຍ ແລະ ເບລາຣຸສ ລົງແຂ່ງຂັນໃນລາຍການນີ້.

ສຳລັບ US Open ຈະເລີ່ມແຂ່ງຂັນກັນໃນວັນທີ 29 ສິງຫາ ທີ່ຈະມາຮອດນີ້ ໃນສະໜາມ ຟຣັນຊີ້ ເມໂດ (Flushing Meadows) ທີ່ ນິວຢອກ ປະເທດສະຫະລັດ ອາເມຣິກາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/