WHO ເລັ່ງກວດສອບດ່ວນ ຫຼັງຈາກມີລາຍງານພົບເຊື້ອໄວຣັສໝາກສຸກລີງໃນອະສຸຈິຂອງຄົນປ່ວຍ


ໃນວັນທີ 15 ມິຖຸນາ ສຳນັກຂ່າວ Reuters ໄດ້ລາຍງານວ່າ ອົງການອະນາໄມໂລກ ລື WHO ກໍາລັງເລັ່ງກວດສອບເພາະມີລາຍງານວ່າ ພົບເຊື້ອໄວຣັສໝາກສຸກລີງເຈືອປົນຢູ່ໃນນ້ຳອະສຸຈິຂອງຄົນປ່ວຍ ແລະ ເພື່ອຫາຄວາມເປັນໄປໄດ້ທີ່ໄວຣັສຕົວນີ້ຈະສາມາດຕິດຕໍ່ທາງເພດສໍາພັນ.

ເຊິ່ງໃນປັດຈຸບັນນີ້ ມີຜູ້ຕິດເຊື້ອໝາກສຸກລີງຫຼາຍຄົນຢູ່ໃນກຸ່ມຂອງຄູ່ນອນເຊິ່ງມີການສໍາຜັດໃກ້ຊິດກັນ ແຕ່ຍັງບໍ່ມີການຢືນຢັນວ່າ ໂຣກນີ້ຕິດຕໍ່ທາງເພດສໍາພັນໄດ້ຫຼືບໍ່ ຫຼືຕິດຕໍ່ກັນສະເພາະຄູ່ນອນທີ່ຢູ່ນໍາກັນ ທ່າມກາງການລະບາດແບບຜິດປົກກະຕິໃນຫຼາຍປະເທດ ໂດຍສະເພາະແມ່ນຢູ່ໃນຢູໂຣບ.

ຢ່າງໃດກໍຕາມ ໃນໄລຍະຫຼາຍມື້ທີ່ຜ່ານມາ ນັກວິທະຍາສາດໄດ້ລະບຸວ່າ ພວກເຂົາສາມາດກວດພົບ DNA ຂອງໄວຣັສນີ້ຢູ່ໃນນ້ຳອະສຸຈິຂອງຜູ້ປ່ວຍຈໍານວນໜຶ່ງໃນປະເທດອິຕາລີ ແລະ ເຢຍລະມັນ ລວມໄປຮອດມີຕົວຢ່າງໃນຫ້ອງທົດລອງຕົວໜຶ່ງທີ່ຊີ້ວ່າ ໄວຣັສໃນນໍ້າອະສຸຈິຂອງຜູ້ປ່ວຍສາມາດຕິດຕໍ່ສູ່ອີກຄົນແລະສາມາດຮຽນແບບຕົນເອງຂຶ້ນມາໄດ້.

ທາງດ້ານ ດຣ. Catherine Smallwood ຜູ້ຈັດການດ້ານການລະບາດຂອງໝາກສຸກລີງທີ່ WHO ປະຈໍາພາກພື້ນຢູໂຣບ ໄດ້ກ່າວວ່າ ຍັງບໍ່ຊັດເຈນວ່າການລາຍງານດັ່ງກ່າວໝາຍຄວາມວ່າໄວຣັສໝາກສຸກລີງສາມາດຕິດຕໍ່ທາງເພດສໍາພັນໄດ້ຫຼືບໍ່.

“ນີ້ອາດເປັນສິ່ງທີ່ເຮົາບໍ່ເຄີຍຮູ້ມາກ່ອນກ່ຽວກັບເຊື້ອຕົວນີ້, ເຮົາຈໍາເປັນຕ້ອງໃຫ້ຄວາມຄວາມສໍາຄັນກັບຮູບແບບການຕິດຕໍ່ທີ່ເກີດຂຶ້ນ ແລະ ເຮົາເຫັນໄດ້ຢ່າງຊັດເຈນວ່າມັນກ່ຽວຂ້ອງກັບການສໍາຜັດກັນລະຫວ່າງຜິວໜັງ”.

ທັງນີ້ ມີການລາຍງານວ່າຕັ້ງແຕ່ເດືອນພຶດສະພາທີ່ຜ່ານມາທີ່ມີການເລີ່ມລະບາດຈົນຮອດປັດຈຸບັນນີ້ ມີຍອດຜູ້ຕິດເຊື້ອແລ້ວກວ່າ 1,300 ຄົນ ເຊິ່ງພົບໃນປະມານ 30 ປະເທດ ແລະສ່ວນຫຼາຍນັ້ນແມ່ນຈະພົບໃນກໍລະນີທີ່ເປັນຊາຍຮັກຊາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/