ກະຊວງແຜນການ ແລະ ການລົງທຶນ 6 ເດືອນທ້າຍປີ ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ

ກະຊວງແຜນການ-ແລະ-ການລົງທຶນ

ກະຊວງແຜນການ ແລະ ການລົງທຶນ (ຜທ) ວາງວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ສືບຕໍ່ສູ້ຊົນປະຕິບັດບັນດາເປົ້າໝາຍ ແລະ ຄາດໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໃນນັ້ນ ເປົ້າໝາຍທີໜຶ່ງ ແມ່ນເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນະພາບ ແລະ ຍືນຍົງ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX  ວ່າ: ໃນເປົ້າໝາຍທີໜຶ່ງ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນະພາບ ແລະ ຍືນຍົງ ໂດຍຈະເລັ່ງໃສ່ບາງວຽກຄື: ການຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ; ເລັ່ງຊຸກຍູ້ການຜະລິດກະສິກຳ-ປ່າໄມ້, ການປຸງແຕ່ງ ແລະ ການບໍລິການ ໃຫ້ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະ ຊຸກຍູ້ການຜະລິດກະສິກຳ, ປັບປຸງກຸ່ມການຜະລິດຕິດພັນກັບການປັບປຸງໂຄງສ້າງການປຸງແຕ່ງກະສິກຳ ແລະ ປຸ່ງແຕ່ງໄມ້, ພ້ອມທັງເອົາໃຈໃສ່ການກະກຽມປັດໄຈການຜະລິດໃຫ້ພຽງພໍ ແລະ ທັນກັບລະດູການຜະລິດ ເພື່ອຄໍ້າປະກັນສະບຽງອາຫານຮັບໃຊ້ພາຍໃນ ແລະ ເພື່ອສົ່ງອອກ.

ນອກຈາກນີ້ ຍັງຈະສືບຕໍ່ສົ່ງເສີມ ແລະ ສ້າງເງື່ອນໄຂການຜະລິດເປັນກຸ່ມຕາມຂະແໜງການ, ຕາມສາຂາວິຊາຊີບ ທີ່ມີທ່າແຮງຕິດພັນກັບການນຳໃຊ້ແລວທາງລົດໄຟ ລາວ-ຈີນ, ແກ້ໄຂບັນຫາລະບົບການຂົນສົ່ງສິນຄ້າໄປຕ່າງປະເທດຢູ່ດ່ານຕ່າງໆ ໃຫ້ແຂງແຮງ ແລະ ດີຂຶ້ນກວ່າເກົ່າ; ພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດໃຫ້ດີກວ່າເກົ່າ, ປັບປຸງນະໂຍບາຍ ແລະ ສັນຍາທີ່ໄດ້ເຊັນກັນຜ່ານມາໃຫ້ສອດຄ່ອງກວ່າເກົ່າ; ສຸມໃສ່ຊຸກຍູ້ໂຄງການລົງທຶນຂະໜາດໃຫຍ່ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເລັ່ງໃນການພັດທະນາໂດຍໄວ ເຊັ່ນ: ເຂດພັດທະນາເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຢູ່ຈຸດນາເຕີຍ ແຂວງຫຼວງນໍ້າທາ, ຈຸດນາໝໍ້ ແຂວງອຸດົມໄຊ, ໂຄງການເຂດພັດທະນາໃໝ່ສີທັນດອນເມືອງໂຂງ, ເຂດບໍ່ເຕັນແດນງາມ, ສາມຫຼ່ຽມຄຳ, ກວມລວມໄຊເຊດຖາ ແລະ ເຂດອື່ນໆ.

ກະຊວງແຜນການ-ແລະ-ການລົງທຶນ

ພ້ອມດຽວກັນນັ້ນ ກໍຕ້ອງສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ຕາມ 7 ນະໂຍບາຍຂອງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະ ສຸມໃສ່ພັດທະນາບັນດາວິສາຫະກິດທີ່ຜະລິດສິນຄ້າເພື່ອສົ່ງອອກ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບຕ່າງປະເທດເທື່ອລະກ້າວ; ສືບຕໍ່ປັບປຸງເນື້ອໃນໂຄສະນາ ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ຜ່ານຊ່ອງທາງຕ່າງໆ ໄປຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວພາຍໃນ, ສຸມໃສ່ປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານ-ວັດຖຸເຕັກນິກ ແລະ ການບໍລິການ ເພື່ອໃຫ້ສາມາດດຶງດູດການທ່ອງທ່ຽວຫຼາຍຂຶ້ນ; ສືບຕໍ່ເລັ່ງໃສ່ປະຕິຮູບກົນໄກ ແລະ ເຄື່ອງມືໃນການຄຸ້ມຄອງການເກັບລາຍຮັບ-ລາຍຈ່າຍງົບປະມານ ໃຫ້ມີປະສິດທິຜົນກວ່າເກົ່າ.

ກະຊວງແຜນການ-ແລະ-ການລົງທຶນ

ຂອບໃຈຂໍ້ມູນຈາກ: https://cutt.ly/PJ5KJZV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/