ສີລັງກາປະກາດໃຫ້ພະນັກງານລັດສາມາດ “ພັກວຽກວັນສຸກ” ໄດ້ ເພື່ອໃຫ້ໄປເຮັດກະສິກໍາ


ມື້ວານນີ້ ວັນທີ 14 ມິຖຸນາ 2022 ຕາມການລາຍງານຂອງສໍານັກຂ່າວຕ່າງປະເທດໄດ້ລະບຸວ່າ ຄະນະລັດຖະມົນຕີຂອງສີລັງກາປະກາດອະນຸມັດຂໍ້ສະເໜີໃຫ້ວັນສຸກເປັນມື້ພັກສໍາລັບພະນັກງານລັດ ໂດຍມີເປົ້າໝາຍເພື່ອໃຫ້ເຂົາເຈົ້າເຮັດກະສິກໍາ ເພື່ອເພີ່ມການຜະລິດໃນປະເທດ.

ຂໍ້ສະເໜີດັ່ງກ່າວຂອງຄະນະລັດຖະມົນຕີລະບຸວ່າບັນດາລັດຖະມົນຕີເຫັນດີຂໍ້ສະເໜີສໍາຄັນ 2 ປະການທີ່ຈະນໍາໄປໃຊ້ໃນລະບົບລັດຖະການ ອັນປະກອບດ້ວຍການເຮັດວຽກ 4 ມື້ຕໍ່ 1 ອາທິດ ແລະ ການລາພັກວຽກໂດຍບໍ່ໄດ້ຮັບຄ່າຈ້າງເປັນເວລາ 5 ປີສໍາລັບຜູ້ທີ່ຍິນດີຍ້າຍໄປເຮັດວຽກທີ່ຕ່າງປະເທດ.

“ເຮົາສະໜັບສະໜູນໃຫ້ພະນັກງານລັດເຮັດກະສິກໍາ ເພື່ອເພີ່ມຜົນຜະລິດໃນປະເທດລະຫວ່າງໄລຍະວັນພັກວຽກ 3 ມື້” ເອກະສານຂອງຄະນະລັດຖະມົນຕີລະບຸ.

ທາງດ້ານ Ranil Wickremesinghe ນາຍົກລັດຖະມົນຕີສີລັງກາກໍໄດ້ກ່າວເມື່ອບໍ່ດົນມານີ້ວ່າ ສີລັງກາກໍາລັງພະຍາຍາມຈັດການກັບບັນຫາຂາດແຄນອາຫານທີ່ກໍາລັງຈະເກີດຂຶ້ນໃນບໍ່ຊ້ານີ້. ຂະນະທີ່ບັນດາຜູ້ຊ່ຽວຊານທ້ອງຖິ່ນຕ່າງອອກມາເຕືອນເຖິງຄວາມເປັນໄປໄດ້ທີ່ຈະປະເຊີນບັນຫາຂາດແຄນເຂົ້າແລະອາຫານສໍາຄັນອື່ນໆ ຕັ້ງແຕ່ຕົ້ນເດືອນກັນຍາຂອງປີນີ້ ອັນເນື່ອງມາຈາກຜົນຜະລິດທີ່ລົດລົງ.

ຢ່າງໃດກໍດີ ສີລັງການັ້ນເປັນປະເທດເກາະໃນມະຫາສະໝຸດອິນເດຍເໜືອ ມີທີ່ຕັ້ງຢູ່ທາງນອກຊາຍຝັ່ງຕາເວັນອອກສຽງໃຕ້ຂອງທະວີບເອເຊຍ, ມີປະຊາກອນປະມານ 22 ລ້ານຄົນ ໃນນັ້ນມີປະມານ 1 ລ້ານຄົນທີ່ປະກອບອາຊີບເປັນພະນັກງານລັດ. ແຕ່ໃນຂະນະນີ້ແມ່ນກໍາລັງປະເຊີນກັບວິກິດເສດຖະກິດຢ່າງຮຸນແຮງໃນຮອບ 70 ກວ່າປີ ເນື່ອງຈາກປະເທດຂາດແຄນເງິນຕາຕ່າງປະເທດສໍາລັບນໍາເຂົ້າສິນຄ້າທີ່ສໍາຄັນເຊັ່ນ: ອາຫານ, ພະລັງງານເຊື້ອໄຟ ແລະ ຢາ ເປັນຕົ້ນ.

ທັງນີ້ ການປະກາດໃຫ້ພະນັກງານມີມື້ພັກເພີ່ມຂຶ້ນ ເພື່ອໃຫ້ໄປເຮັດກະສິກໍາ ກໍເພື່ອປະເທດຕ້ອງການແຮງງານໃນການເພີ່ມຜົນຜະລິດ ອັນທີ່ຈະສາມາດເຮັດໃຫ້ຄົນໃນປະເທດສາມາດດໍາລົງຊີວິດຢູ່ລອດໄດ້ໃນພາວະວິກິດເສດຖະກິດແບບນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/