ອະວະສານ IE! Microsoft ປະກາດຢຸດໃຫ້ບໍລິການ Internet Explorer ນັບຕັ້ງແຕ່ວັນທີ 15 ມິຖຸນາ 2022 ນີ້ເປັນຕົ້ນໄປ


ສຳລັບຄົນຍຸກ 90 ຫຼາຍໆຄົນ Internet Explorer ຄົງຈະແມ່ນເວັບບຣາວເຊີຮຸ່ນທຳອິດທີ່ໄດ້ໃຊ້ງານກັນ. ແຕ່ຫຼ້າສຸດ ບຣາວເຊີລະດັບຕຳນານນີ້ກຳລັງຈະຫາຍໄປ ເພາະທາງ Microsoft ປະກາດວ່າຈະຢຸດໃຫ້ບໍລິການຢ່າງເປັນທາງການ ຫຼັງເປີດໃຫ້ບໍລິການມາ ເປັນເວລາ 27 ປີ.

ເລີ່ມແຕ່ວັນທີ 15 ມິຖຸນາ 2022 ເປັນຕົ້ນໄປ, Microsoft ຈະບໍ່ສະໜັບສະໜູນ ແອັບພິເຄຊັນ desktop ທີ່ມີ Internet Explorer 11 ແລ້ວ ໂດຍຜູ້ໃຊ້ຍັງໄດ້ຮັບການສະໜັບສະໜູນ IE11 ຢູ່ ຖ້າຫາກວ່າໃຊ້ໃນ Windows Server 2022 ຫຼື ລະບົບປະຕິບັດການຮຸ່ນກ່ອນໜ້ານີ້. ໂໝດ IE ຂອງ ບຣາວເຊີ Edge ຈະຍັງຄົງໄດ້ຮັບການສະໜັບສະໜູນຢູ່ຈົນເຖິງປີ 2029.

ການເຄື່ອນໄຫວຄັ້ງນີ້ ຖືເປັນຈຸດສິ້ນສຸດປະຫວັດສາດອັນຍາວນານຂອງ Microsoft Internet Explorer ເຊິ່ງເປີດຕົວໄປຄວບຄູ່ກັບ Window 95 ແລະ ໄດ້ນຳສະເໜີປະສົບການ ການໃຊ້ງານເວັບບຣາວເຊີໃຫ້ແກ່ຄົນຈຳນວນຫຼາຍທົ່ວໂລກທີ່ອາດຈະຍັງບໍ່ທັນເຄີຍໃຊ້ບຣາວເຊີ ຮຸ່ນເກົ່າໆເຊັ່ນ Netscape Navigator.

ຫຼັງຈາກໄດ້ເປີດຕົວໃນປີ 1996 Internet Explorer ໄດ້ກາຍເປັນມາດຕະຖານລະດັບໂລກ ຫຼັງມີສ່ວນແບ່ງໃນຕະຫຼາດ ເວັບບຣາວເຊີໄປເຖິງ 95% ໃນປີ 2003. ແຕ່ຫຼັງຈາກນັ້ນ ເມື່ອຮອດໄລຍະປາຍຍຸກ 2000 ສ່ວນແບ່ງໃນຕະຫຼາດ ກໍເລີ່ມລົດລົງເລື້ອຍໆ ຈົນຫຼ້າສຸດເຫຼືອພຽງ 1.65% ຕາມສະຖິຕິຂອງ StatCounter.

ຈຸດຈົບຂອງ Internet Explorer ໄດ້ເລີ່ມຕົ້ນຂຶ້ນພ້ອມໆກັບການເພີ່ມຂຶ້ນຢ່າງໄວວາຂອງເວັບບຣາວເຊີຮຸ່ນນ້ອງຢ່າງ Chrome ທີ່ເປີດຕົວ ໃນປີ 2008 ເຊິ່ງດຶງດູດຜູ້ໃຊ້ງານໄປດ້ວຍແອັບພິເຄຊັ່ນຕ່າງໆ ເຊັ່ນ: ແຜນທີ່ ແລະ ອີເມວ ທີ່ເຮັດວຽກເທິງເວັບ ແລະ ສາມາດຄອງຕະຫຼາດໃນປັດຈຸບັນໄປໄດ້ດ້ວຍສ່ວນແບ່ງ 66.16% ເອົາຊະນະອັນດັບ 2 ຢ່າງ Microsoft Edge ທີ່ມີພຽງ 10.12%.

ສ່ວນເຫດຜົນທີ່ເຮັດໃຫ້ Internet Explorer ມີຜູ້ໃຊ້ງານລົດລົງແບບນີ້ ກໍຄື Internet Explorer ບໍ່ເປັນໄປຕາມມາດຕະຖານສາກົນສຳລັບເທັກໂນໂລຢີເວັບໄຊ ໂດຍສະເພາະຄຳເຫັນຈາກນັກພັດທະນາທີ່ວ່າ ມັນເຮັດວຽກບໍ່ໄດ້ດີກັບ Java Script ແລະ ພາສາໂປຣແກຣມອື່ນໆທີ່ຈຳເປັນສຳລັບການສ້າງເວັບໄຊແບບໂຕ້ຕອບ.

ຢ່າງໃດກໍຕາມ Microsoft ກໍກຽມທີ່ຈະຊຸກຍູ້ຜູ້ໃຊ້ງານໄປສູ່ບຣາວເຊີຮຸ່ນໃໝ່ຂອງຕົນເອງຢ່າງ Microsoft Edge ໂດຍຈະຄ່ອຍໆປ່ຽນເສັ້ນທາງຜູ້ໃຊ້ຈາກ Internet Explorer ເປັນ Microsoft Edge ໃນອີກບໍ່ດົນນີ້ ແລະ ຈະປິດໃຊ້ງານເຊີບເວີເກົ່າຢ່າງຖາວອນຜ່ານການອັບເດດ Windows.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/