ເຕະແທນໂຍນ! ຄະນະກຳມະການລະຫວ່າງປະເທດ ພິຈາລະນາຄວາມເປັນໄປໄດ້ ໃນການນຳເອົາ Kick in ເຂົ້າມາແທນ ບານໂຍນ ເມື່ອບານອອກຂ້າງ


ອີກໜຶ່ງເອກະລັກຂອງກົດລະບຽບ ຂອງກິລາບານເຕະ ກໍຄື ບານໂຍນ ເມື່ອໝາກບານອອກເສັ້ນດ້ານຂ້າງຂອງສະໜາມ ຝ່າຍທີ່ບໍ່ໄດ້ເຮັດບານອອກ ຈະສາມາດໃຊ້ມືຈັບບານແລ້ວໂຍນເຂົ້າມາໃນສະໜາມໄດ້. ແຕ່ກົດລະບຽບຂໍ້ນີ້ ກຳລັງຈະມີການພິຈາລະນາເບື້ອງຕົ້ນ ໃນການທີ່ຈະປ່ຽນຈາກການໂຍນ ມາເປັນລັກສະນະການເຕະ ຫຼືວ່າ Kick in ຄືກັບການເຕະບານເດີ່ນນ້ອຍ ຫຼືວ່າ Futsal ແທນ ຫຼັງຈາກການປຶກສາຫາລືກັນຂອງຄະນະກຳມະການບານເຕະລະຫວ່າງປະເທດ ຫຼືວ່າ The International Football Association Board (IFAB).

ແນວຄິດການປ່ຽນແປງຄັ້ງນີ້ ເກີດຂຶ້ນຈາກ ອາເຊັນ ເວັນເກີ້ ອະດີດຄູຝຶກລະດັບຕຳນານ ຂອງສະໂມສອນ ອາເຊນອລ ທີ່ປັດຈຸບັນມີຕຳແໜ່ງເປັນ Head of Football Development ໂດຍແນວຄິດຂອງລາວເທື່ອນີ້ ແມ່ນມີເປົ້າໝາຍເພື່ອເລັ່ງຈັງຫວະເກມໃຫ້ໄວຂຶ້ນນັ້ນເອງ.

ໂດຍ ເວັນເກີ້ ໃຫ້ຄວາມເຫັນກ່ຽວກັບແນວຄິດດັ່ງກ່າວວ່າ: ກົດນີ້ມັນຈະເຮັດໃຫ້ການແຂ່ງຂັນມີຄວາມຕື່ນເຕັ້ນ ແລະ ມີຄວາມໄວຫຼາຍຂຶ້ນ ເຊິ່ງເຮົາອາດຈະປ່ຽນຈາກໃຊ້ມືໂຍນບານ ມາເປັນການໃຊ້ຕີນເຕະບານເຂົ້າມາແທນ ແຕ່ມີເວລາຈຳກັດຢູ່ທີ່ 5 ວິນາທີ ເປັນຕົ້ນ”.

ການປະຊຸມຫຼ້າສຸດຂອງ IFAB ລະບຸວ່າ ກຳລັງພິຈາລະນາໃນການປ່ຽນຈາກບານໂຍນ ມາເປັນແບບ Kick in ໂດຍໜຶ່ງໃນປະເດັນທີ່ຈະຖືກພິຈາລະນາ ກໍຄື ຈະໃຫ້ມີການ Kick in ເກີດຂຶ້ນທຸກເທື່ອທີ່ໝາກບານອອກເສັ້ນ ຫຼື ເກີດຂຶ້ນສະເພາະເມື່ອໝາກບານຢູ່ໃນພື້ນທີ່ຕັ້ງຮັບຂອງຝ່າຍກົງກັນຂ້າມ ແຕ່ຍັງຈະຕ້ອງມີການສຶກສາຫາຂໍ້ມູນອີກຫຼາຍພໍສົມຄວນ.

ຢ່າງໃດກໍຕາມ ແນວຄິດການໃຊ້ Kick in ນີ້ບໍ່ແມ່ນແນວຄິດໃໝ່ແຕ່ຢ່າງໃດ ເພາະແນວຄິດນີ້ຖືກສະເໜີມາແລ້ວຕັ້ງແຕ່ເດືອນ ຕຸລາ 2020 ແຕ່ຫາກໍມີການນຳມາພິຈາລະນາ ນັ້ນໝາຍຄວາມວ່າ ເຮົາອາດຈະຍັງບໍ່ເຫັນ ການນຳໃຊ້ແນວຄິດນີ້ ໃນວົງການບານເຕະໃນໄວໆນີ້ເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/