ຊາວເມັກຊິໂກຫຼາຍຮ້ອຍຄົນຮ່ວມໃຈກັນແກ້ເສື້ອຜ້າປັ່ນລົດຖີບ ເພື່ອຮຽກຮ້ອງເຖິງຄວາມປອດໄພໃນການໃຊ້ຖະໜົນ


ໃນວັນທີ 11 ມິຖຸນາທີ່ຜ່ານມາ ເວັບໄຊ American Post ໄດ້ເຜີຍແຜ່ຮູບພາບ, ວິດີໂອບັນຍາກາດຂອງງານກິດຈະກໍາປັ່ນລົດຖີບທີ່ປະເທດເມັກຊິໂກ ໂດຍຈຸດພິເສດຂອງງານນີ້ກໍຄືຊາວເມັກຊິໂກຈໍານວນຫຼາຍຮ້ອຍຄົນໄດ້ພ້ອມໃຈກັນແກ້ເສື້ອຜ້າເພື່ອປັ່ນລົດຖີບອ້ອມຮອບຕົວເມືອງ ເມັກຊິໂກຊິຕີ້ ເພື່ອເປັນການຮຽກຮ້ອງໃຫ້ພາກລັດສ້າງຄວາມປອດໃຫ້ແກ່ຜູ້ໃຊ້ລົດຖີບເທິງຖະໜົນ ແລະ ຄົນຍ່າງຕີນເປົ່າ.

ກິດຈະກໍາການຮຽກຮ້ອງຄັ້ງນີ້ ຈັດຂຶ້ນໂດຍອົງກອນດຽວກັນກັບທີ່ຈັດງານວັນເປືອຍກາຍຂີ່ລົດຖີບສາກົນ ທີ່ຈັດຂຶ້ນທົ່ວໂລກ ເພື່ອສະທ້ອນໃຫ້ເຫັນວ່າຮ່າງກາຍຂອງນັກປັ່ນລົດຖີບນັ້ນບອບບາງແລະສ່ຽງທີ່ຈະເກີດອຸບັດຕິເຫດໄດ້ ຫາກຜູ້ໃຊ້ທາງບໍ່ຂັບຂີ່ຢ່າງລະມັດລະວັງ ໂດຍງານຈັດຂຶ້ນທີ່ອະນຸສາວະລີປະຕິວັດເມັກຊິກັນໃນກຸງເມັກຊິໂກຊິຕີ້.

ສໍາລັບນັກປັ່ນທີ່ເຂົ້າຮ່ວມກິດຈະກໍາຄັ້ງນີ້ແມ່ນມີຢູ່ປະມານ 500 ຄົນໂດຍພວກເຂົາຮ່ວມກັນເປືອຍກາຍທັງໝົດ ແລະ ເປືອຍກາຍບາງສ່ວນປັ່ນລົດຖີບໄປຕາມທ້ອງຖະໜົນສາຍສໍາຄັນໃນເມືອງ ເພື່ອໃຫ້ຜູ້ຄົນໄດ້ເຫັນຕົວຕົນ ແລະ ສິດທິທີ່ຄວນມີຂອງນັກປັ່ນ ແລະ ຄົນຍ່າງ.

ຈາກຂໍ້ມູນໃນປີ 2021 ທີ່ເມືອງຫຼວງຂອງເມັກຊິໂກພົບວ່າມີນັກປັ່ນລົດຖີບ 27 ຄົນ ຕ້ອງເສຍຊີວິດຍ້ອນອຸບັດຕິເຫດເທິງຖະໜົນ. ດັ່ງນັ້ນກິດຈະກໍານີ້ກໍຖືໄດ້ວ່າໂອກາດດີທີ່ໃຫ້ທຸກຄົນຮັບຮູ້ເຖິງເລື່ອງຄວາມປອດໄພ ແລະ ປ້ອງກັນອຸຕິເຫດເຖິງຖະໜົນ.

ທັງນີ້ ຂໍ້ມູນຈາກສື່ທ້ອງຖິ່ນພົບວ່າ ກຸງເມັກຊິໂກຊິຕີ້ ມີເຄືອຂ່າຍຂອງລົດຖີບເພື່ອໃຫ້ບໍລິການສໍາລັບປະຊາຊົນໄດ້ໃຊ້ງານຈໍານວນຫຼາຍ ແຕ່ເລນສະເພາະສໍາລັບລົດຖີບມີຂ້ອນຂ້າງຈໍາກັດ ໂດຍສະເພາະຕາມທ້ອງຖະໜົນສາຍຫຼັກໃນເມືອງຫຼວງ ໂດຍກິດຈະກໍານີ້ຫາກໍກັບມາຈັດເປັນຄັ້ງທໍາອິດໃນໄລຍະ 2 ປີ ເນື່ອງຈາກກ່ອນໜ້ານີ້ຕ້ອງງົດຈັດງານ ເນື່ອງຈາກການລະບາດຂອງໂຄວິດ-19.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/