14 ປະເທດໃນຕາເວັນອອກກາງ ແລະ ເອເຊຍ ຫ້າມສາຍແອນິເມຊັ່ນ “Lightyear” ເນື່ອງຈາກມີສາກຈູບລະຫວ່າງຄົນເພດດຽວກັນ


ສຳລັບຄົນທີ່ເປັນແຟນຮູບເງົາແອນິເມຊັ່ນຂອງ Disney-Pixar ກໍອາດຈະຕັ້ງໜ້າຕັ້ງຕາຖ້າຮັບຊົມແອນິເມຊັ່ນເລື່ອງໃໝ່ຫຼ້າສຸດຢ່າງ ‘Lightyear’ ທີ່ອີກບໍ່ເທົ່າໃດມື້ກໍຈະເຂົ້າໂຮງສາຍໃຫ້ພວກເຮົາໄດ້ເບິ່ງແລ້ວ. ໂດຍຮູບເງົາເລື່ອງນີ້ເປັນການບອກເລົ່າເລື່ອງລາວຂອງ Buzz Lightyear ຕົວລະຄອນຍອດນິຍົມຈາກຮູບເງົາ Toy Story ທີ່ໄດ້ມາພ້ອມກັບການຜະຈົນໄພຄັ້ງໃໝ່ໃນຈັກກະວານອັນແສນກວ້າງໄກ.

ທັງນີ້ ເບິ່ງຄືວ່າຮູບເງົາເລື່ອງນີ້ຈະບໍ່ເປັນທີ່ຖືກໃຈຂອງບາງປະເທດ ໂດຍສະເພາະແມ່ນຊາອຸດີອາຣະເບຍ ເພາະມີການລາຍງານວ່າ ຈະແບນການສາຍຮູບເງົາເລື່ອງ Lightyear ເນື່ອງຈາກມີສາກຂອງຕົວລະຄອນຍິງໃນເລື່ອງທີ່ຊື່ Alisha Hawthorne ຈູບກັບຕົວລະຄອນຍິງນໍາກັນ.

ແລະມີອີກໜຶ່ງປະເທດທີ່ອອກມາປະກາດແບນຢ່າງເປັນທາງການກໍຄື ສະຫະລັດອາຣັບເອມິເຣດ ໂດຍມີສໍານັກງານກໍາກັບດູແລສື່ຂອງລັດຖະບານລະບຸເຖິງສາເຫດການແບນວ່າ “ເພະລະເມີດເນື້ອຫາສື່ຂອງປະເທດ”.

ທາງດ້ານສໍານັກຂ່າວ Reuter ໄດ້ລາຍງານແຫຼ່ງຂ່າວທີ່ເປັນໂປດິວເຊີຂອງຮູບເງົາເລື່ອງດັ່ງກ່າວນໍາວ່າ ຍັງມີປະເທດໃນພາກພື້ນເອເຊຍແລະຕາເວັນອອກກາງອີກຫຼາຍແຫ່ງທີ່ຈະແບນການສາຍ Lightyear ເຊິ່ງລວມທັງໝົດມີ 14 ປະເທດເຊັ່ນ: ມາເລເຊຍ, ອິນໂດເນເຊຍ, ອີຢິບ, ເລບານອນ, ຄູເວດ ໃນຈໍານວນນີ້ແມ່ນນັບລວມຊາອຸດີອາຣະເບຍ ແລະ ສະຫະລັດອາຫຼັບເອມິເຣດ ແລ້ວ.

ນອກຈາກນີ້ ມີການລາຍງານອີກວ່າຈີນ ກໍມີໂອກາດທີ່ຈະປະກາດຫ້າມສາຍຮູບເງົາເລື່ອງນີ້ເຊັ່ນກັນ ເຊິ່ງໂປດິວເຊີທີ່ໃຫ້ສໍາພາດກັບ Reuter ເປີດເຜີຍວ່າ ທາງການຈີນຂໍໃຫ້ມີການຕັດບາງສ່ວນຂອງຮູບເງົາອອກ ເຊິ່ງທາງ Disney ກໍປະຕິເສດ ນັ້ນຈຶ່ງເປັນເຫດຜົນທີ່ຈະບໍ່ໃຫ້ສາຍ ແລະ ກ່ອນໜ້ານີ້ກໍມີປະເດັນທີ່ວ່າຈີນຫ້າມສາຍຮູບເງົາທີ່ນໍາສະເໜີຄວາມຮັກເພດດຽວກັນ.

ຈາກປະເດັນດັ່ງກ່າວ ທາງດ້ານນັກສະແດງຊື່ດັງຢ່າງ Chris Evans ເຊິ່ງເປັນຜູ້ໃຫ້ສຽງຕົວລະຄອນ Buzz Lightyear ກໍໄດ້ອອກມາໃຫ້ຄວາມເຫັນວ່າ “ເປັນເລື່ອງທີ່ດີຫຼາຍ ທີ່ເຮົາເປັນສ່ວນໃນການຊຸກຍູ້ຄວາມຫຼາກຫຼາຍທາງເພດທາງສັງຄົມ ແຕ່ກໍໜ້າອຶດອັດທີ່ວ່າ ຍັງມີອີກຫຼາຍໆ ແຫ່ງທີ່ຍັງໄປບໍ່ເຖິງບ່ອນທີ່ຄວນຈະໄປເຖິງ” ຫຼື ຈະເວົ້າໃຫ້ເຂົ້າໃຈງ່າຍໆ ກໍຄືໃນຍຸກສະໄໝນີ້ທີ່ສັງຄົມທົ່ວໂລກຕ່າງກໍພາກັນຊຸກຍູ້ຄວາມຫຼາກຫຼາຍທາງເພດໃຫ້ເກີດມີຄວາມເທົ່າທຽມກັນ ແຕ່ກໍຍັງມີບາງຂົງເຂດໃນໂລກທີ່ຍັງບໍ່ເຂົ້າໃຈ, ບໍ່ຍອມຮັບ ແລະ ບໍ່ເປີດກວ້າງກ່ຽວກັບເລື່ອງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/