ດາລິຍາ ໄວໜຸ່ມທີ່ສົນໃຈຫັດຖະກຳ ຈົນມີແບຣນເສື້ອຜ້າ-ກະເປົາ  “AMITIE’_Laos”ເປັນຂອງຕົນເອງ


ດາລິຍາ ຫຼື ດານີ້ ໄວໜຸ່ມນ້ອຍຜູ້ທີ່ມັກໃນດ້ານສິລະປະ ແລະ ສົນໃຈຫັດຖະກຳລາວມາຕັ້ງແຕ່ຍັງນ້ອຍ ຈົນຄ່ອຍໆກ້າວມາສູ່ການເປັນເຈົ້າຂອງແບຣນ, ຜ່ານມາໄດ້ຊະນະໂຄງການລະດັບນານາຊາດມາແລ້ວ. ໃນດ້ານການສຶກສາກໍເປັນອີກໄວໜຸ່ມຄົນໜຶ່ງທີ່ມີຄວາມສົນໃຈການຮ່ຳຮຽນມາໂດຍຕະຫຼອດ. ນອກຈາກນີ້ ກໍສາມາດສື່ສານ ພາສາອັງກິດ, ພາສາຝຣັ່ງ ແລະ ພາສາເກົາຫຼີ ໄດ້ໃນລະດັບດີ. ເວົ້າໄດ້ເລີຍວ່າເປັນໄວໜຸ່ມທີ່ມີຄວາມສາມາດ ຊອກຫາສິ່ງໃໝ່ໆມາໃຫ້ຕົນເອງສະເໝີ. ທາງທີມຂ່າວກໍມີໂອກາດໄດ້ສຳພາດນ້ອງ ດານີ້ ເຖິງຄວາມເປັນມາກ່ອນຈະກ້າວມາສູ່ເຈົ້າຂອງແບຣນ ເຊິ່ງຈະເປັນແນວໃດນັ້ນເຮົາສາມາດຕິດຕາມໄປພ້ອມໆກັນເລີຍ.

1.ຈຸດເລີ່ມຕົ້ນກ່ອນຈະມາເປັນດີຊາຍເນີ້ ມີຄືແນວໃດ?

ສະໄໝຍັງນ້ອຍໄດ້ເຫັນແມ່ຕົນເອງທີ່ຍຶດຖືອາຊີບຕັດຫຍິບ ເປັນຍ້ອນເຮົາຄຸ້ນເຄີຍກັບສິ່ງທີ່ເຮົາເຫັນແມ່ຂອງຕົນເອງຫຍິບເສື້ອຜ້າໃນແຕ່ລະວັນ ເຮັດໃຫ້ຊຶມຊັບໄປເທື່ອລະໜ້ອຍຈົນກາຍເປັນຫຼາຍ ແລະ ມີຫຼາຍຄັ້ງທີ່ຕົນເອງເອົາເສດຜ້າທີ່ເຫຼືອຈາກການຕັດຫຍິບຂອງແມ່ ມາເຮັດເສື້ອຜ້າຕົວກາຕູນ. ຜ່ານມາເລື້ອຍໆຈົນໃຫຍ່ ໄດ້ຮຽນຮູ້ຈາກການຫຍິບເຄື່ອງນຳແມ່ ຈົນສາມາດຫຍິບເຄື່ອງດ້ວຍຕົນເອງໄດ້. ຫຼັງຈາກນັ້ນ ປະມານປີ 2018 ກໍໄດ້ໄປສະໝັກໂຄງການ Lao young fashion designer ເຊິ່ງຈະໄດ້ໄປແຂ່ງຂັນຢູ່ເກືອບທຸກປີ.

2.ນອກຈາກ designer ແລ້ວສົນໃຈເລື່ອງໃດແດ່?

ນອກຈາກວຽກງານໃນດ້ານນີ້ແລ້ວ ຕົນເອງຮູ້ສຶກວ່າມັກ ແລະ ສົນໃຈໃນເລື່ອງລາວປະຫວັດສາດເກົ່າແກ່ທັງພາຍໃນ-ຕ່າງປະເທດ ຈະຊອກຮູ້ຮ່ຳຮຽນໃນເລື່ອງຂອງປະຫວັດສາດ ເພາະມັນເປັນສິ່ງທີ່ເກົ່າແກ່ຄົນເກືອບລືມໄປແລ້ວ ມັກທີ່ເປັນຂອງເກົ່າເພາະເປັນບາງຢ່າງທີ່ໜ້າຄົ້ນຫາ ແລະ ຮຽນຮູ້. ນອກຈາກນີ້ ກໍສົນໃຈໃນເລື່ອງການສຶກສາພາສາຕ່າງປະເທດ ປັດຈຸບັນກໍສາມາດສື່ສານພາສາຕ່າງປະເທດໄດ້ 4 ພາສາ: ໄທ, ອັງກິດ, ຝຣັ່ງ, ເກົາຫຼີ. ແຕ່ກ່ອນເຄີຍໄປອາໄສຢູ່ປະເທດຝຣັ່ງ ພ້ອມໄດ້ຝຶກພາສາຝຣັ່ງໄປພ້ອມ ເລີຍສື່ສານພາຝຣັ່ງໄດ້. ຖ້າເວົ້າເລື່ອງການຮຽນພາສາຕ່າງປະເທດ ຮູ້ສຶກວ່າເຮັດໃຫ້ເຮົາໄດ້ຮູ້ຫຼາຍໆຢ່າງຂອງປະເທດນັ້ນໆ ເວລາໄປທ່ອງທ່ຽວປະເທດໃດໜຶ່ງ ເຮົາກໍສາມາດສື່ສານກັບພວກເຂົາໄດ້ ແລະ ສ່ວນຕົວກໍມັກສິ່ງແປກໃໝ່ມັກຊອກຮຽນຮູ້ ປະກອບກັບສົນໃຈພາສາຕ່າງປະເທດ ສ່ວນນີ້ເປັນຂໍ້ດີຂອງການຮຽນຮູ້ຫຼາຍພາສາ.

3.ປັດຈຸບັນປະກອບອາຊີບຫຍັງ?

ປັດຈຸບັນ ເປັນນັັກສຶກສາ ຮຽນພາສາເກົາຫຼີ ເຊິ່ງກຳລັງຈະຈົບການສຶກສາ, ແລ້ວກໍໄດ້ເຮັດທຸລະກິດສ່ວນຕົວໄປພ້ອມ ເຊິ່ງເຮັດແບຣນເສື້ອຜ້າ ແລະ ກະເປົາ ທີ່ຜະລິດໂດຍສີມືຄົນລາວ. ນອກຈາກນີ້ ໄດ້ສອນພາສາລາວໃຫ້ກັບຄົນເກົາຫຼີ ທີ່ອາໄສເຮັດວຽກຢູ່ປະເທດລາວ. ເວລາມີງານກໍຈະໄປອອກບູ໊ດວາງຂາຍສິນຄ້າດ້ວຍຕົນເອງ ຖ້າເປັນງານໃຫຍ່ໆກໍຈະມີທາງຄອບຄົວມາຊ່ວຍ.

4.ຜ່ານມາໄດ້ໄປປະກວດຫຍັງບໍ?

ຜ່ານມາເຄີຍເປັນ Backstage ງານ Lao fashion week ເປັນໄລຍະເວລາ  3 ຄັ້ງ, ເຄີຍໄດ້ໄປເອົາປະສົບການເຮັດວຽກກັບ Fashion designer ທີ່ກຸງເທບ (ປະເທດໄທ), ເຄີຍໄດ້ເຂົ້າຮ່ວມປະກວດໂຄງການ Youth innovation Challenge 2021 ເຊິ່ງເປັນໂຄງການສ້າງນະວັດຕະກຳໃໝ່ ໄວໜຸ່ມໃນຂະແໜງຫັດຖະກຳທີ່ສະໜັບສະໜູນໂດຍ UNDP Laos.

5. ອະນາຄົດຢາກຂະຫຍາຍຜະລິດຕະພັນຕົນເອງຄືແນວໃດ?

ຖ້າເປັນໄປໄດ້ກໍຢາກຂະຫຍາຍຜະລິດຕະພັນແບຣນຂອງຕົນເອງ ອອກສູ່ໂລກພາຍນອກໃຫ້ຜະລິດຕະພັນສາມາດນຳສົ່ງອອກສູ່ຕະຫຼາດສາກົນ ເພື່ອເປັນການເຜີຍແຜ່ວັດທະນະທຳລາວໃຫ້ເຕີບໃຫຍ່ຂະຫຍາຍຕົວເທົ່າທີ່ຈະເຮັດໄດ້, ພ້ອມກັນນີ້ ກໍຢາກເສີມຂະຫຍາຍຕະຫຼາດລາວ. ປັດຈຸບັນ ໄດ້ວາງຈຳໜ່າຍຮູບແບບອອນລາຍເປັນຫຼັກ ແລະ ມີວາງຂາຍຢູ່ທາດຫຼວງພລາຊ່າ ຊັ້ນ 2 ເວລາມີງານຕ່າງໆກໍມັກຈະນຳເອົາໄປວາງຈຳໜ່າຍຢູ່ບູ໊ດ ນັ້ນເອງ.

ຖືໄດ້ວ່າເປັນໄວໜຸ່ມຄົນໜຶ່ງທີ່ມີຄວາມສາມາດຫຼາຍດ້ານ ທັງດ້ານການຮ່ຳຮຽນສຶກສາ ແລະ ວຽກງານທີ່ສ້າງປະໂຫຍດໃຫ້ແກ່ຕົນເອງ ແລະ ສັງຄົມ. ພ້ອມກັນນີ້,  ຍັງຊ່ວຍສົ່ງເສີມໃຫ້ຄົນພິການມີລາຍໄດ້, ມີຄວາມຕັ້ງໃຈເຮັດທຸກຢ່າງອອກມາດ້ວຍໃຈຈິງ ເວລາໄປສັ່ງຊື້ແພນຳສູນຄົນພິການ ນ້ອງ ດານີ້ ຍັງກ່າວອີກວ່າ: “ມີຄວາມຮູ້ສຶກດີໃຈ ເມື່ອເຮົາກໍເປັນສ່ວນໜຶ່ງໃນການສະໜັບສະໜູນ ຈາກແຮງງານຄົນພິການ ໂດຍການຊື້ສິນຄ້າຜ້າແພຈາກສີມືພວກເຂົາທີ່ເຮັດດ້ວຍຕົນເອງຢ່າງປານີດ ເມື່ອໄດ້ເຫັນໄດ້ສຳຜັດສະພາບຄວາມເປັນຈິງ ຄົນພິການກໍສາມາດເຮັດໃຫ້ຮູ້ວ່າເພິ່ນກໍບໍ່ທຳມະດາ ເຖິງຈະພິການແຕ່ກໍສາມາດປະກອບອາຊີບໄດ້, ຊົມເຊີຍພວກເພິ່ນ ແລະ ຢາກຈະສະໜັບສະໜູນດ້ວຍການສັ່ງຊື້ແຜ່ນແພນຳພວກເພິ່ນແບບນີ້ຕະຫຼອດໄປ“. ນອກຈາກນີ້ ນ້ອງດານີ້ ຍັງລົງເລິກເຖິງປະຊາຊົນຜູ້ມີສີມືໃນການຕໍ່າແພ ຊຸກຍູ້ພວກເພິ່ນດ້ວຍການສັ່ງຊື້ແພນຳ ເປັນການແລກຂອງດີໃຫ້ກັນ ແລະ ກັນ ເພື່ອມາເຮັດຜະລິດຕະພັນ ຫັດຖະກຳຮ່ວມກັນກໍວ່າໄດ້.

ຂອບໃຈບົດສຳພາດໂດຍ: ດາລິຍາ ຫຼື ດານີ້ https://cutt.ly/GJZmeXs

ຕິດຕາມຜະລິດຕະພັນໄດ້ທີ່:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/