ໜ້າສົນໃຈ! ເມື່ອລົດສາມລໍ້ກິນນ້ຳມັນ ປ່ຽນມາເປັນລົດສາມລໍ້ພະລັງງານໄຟຟ້າແສງຕາເວັນ!!!


ລົດສາມລໍ້ ເປັນລົດຂົນສົ່ງສາທາລະນະທີ່ຊາວລາວເຮົາຄຸ້ນເຄີຍເປັນຢ່າງດີ ເປັນສັນຍະລັກອັນໜຶ່ງຂອງປະເທດລາວເລີຍກໍວ່າໄດ້, ປັດຈຸບັນລົດສາມລໍ້ໄດ້ຮັບຄວາມນິຍົມລົດລົງເນື່ອງຈາກມີລົດຂົນສົ່ງທີ່ເປັນທາງເລືອກໃໝ່ທີ່ໜ້າສົນໃຈເພີ່ມຂຶ້ນ ລວມທັງລາຄານ້ຳມັນທີ່ເພີ່ມສູງຂຶ້ນເຮັດໃຫ້ມີຄ່າບໍລິການທີ່ແພງຂຶ້ນພ້ອມ. ດັ່ງນັ້ນ ລົດສາມລໍ້ເອງກໍຕ້ອງມີການປັບຕົວໄປຕາມສະພາບເສດຖະກິດເຊັ່ນກັນ ແບບດຽວກັບ Cleaning Solar Thailand ທີ່ໄດ້ປ່ຽນລົດສາມລໍ້ກິນນ້ຳມັນ ມາເປັນລົດສາມລໍ້ພະລັງງານໄຟຟ້າທີ່ໃຊ້ພະລັງງານແສງຕາເວັນແທນ.

ທາງ Facebook: Cleaning Solar Thailand ໄດ້ອັບເດດເຖິງໜ້າວຽກຂອງພວກເຂົາ ທີ່ໄດ້ປ່ຽນລົດສາມລໍ້ກິນນ້ຳມັນທຳມະດາມາເປັນລົດສາມລໍ້ໄຟຟ້າທີ່ໃຊ້ພະລັງງານແສງຕາເວັນ ໂດຍຫຼັງຄາລົດຖືກປ່ຽນມາເປັນແຜງໂຊລາເຊວເພື່ອກັກເກັບພະລັງງານແສງຕາເວັນໄວ້ໃນແບັດເຕີຣີ.

ນັບວ່າເປັນການປັບຕົວທີ່ໜ້າສົນໃຈບໍ່ໜ້ອຍເລີຍ ນອກຈາກຈະປະຢັດນ້ຳມັນແລ້ວ ຍັງຊ່ວຍລົດມົນລະພາວະ ລົດຄາບອນຈາກການເຜົາໄໝ້ພະລັງງານຟອສຊິລອີກດ້ວຍ ແລະ ໃນອະນາຄົດຖ້າຫາກນະວັດຕະກຳນີ້ຖືກນຳມາໃຊ້ໃນລົດສາມລໍ້ປະເທດລາວອາດຈະດີບໍ່ໜ້ອຍເລີຍ.

ຂອບໃຈຂໍ້ມູນຈາກ: https://www.facebook.com/solarthailand/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/