ກົມກົງສຸນ ກະຊວງການຕ່າງປະເທດ ເລັ່ງແກ້ໄຂຄວາມແອອັດໃນການຕໍ່ແຖວ ເຮັດໜັງສືຜ່ານແດນ


ກົມກົງສຸນ, ກະຊວງການຕ່າງປະເທດ ວາງມາດຕະການແກ້ໃນສະເພາະໜ້າ ແລະ ຍາວນານ ໂດຍສະເພາະເພີ່ມຈຳນວນການຮັບເອກະສານຄຳຮ້ອງຂອງແຕ່ລະວັນຫຼາຍຂຶ້ນກ່ວາເກົ່າ ເຊັ່ນ: ຈາກສະພາບປົກກະຕິທີ່ມີຄວາມສາມາດຮັບພິຈາລະນາໄດ້ປະມານສູງສຸດ 300 ຄົນ ມາເປັນ 500 ກວ່າຄົນ ຫລື ຫຼາຍກ່ວານັ້ນ ເພື່ອແກ້ໄຂບັນຫາປະຊາຊົນຈໍານວນຫຼາຍລຽນແຖວເຮັດໜັງສືຜ່ານແດນໃນແຕ່ລະວັນ.

ທ່ານ ສີສຸພັນ ມະນີວັນ, ຮອງຫົວໜ້າກົມກົງສຸນ ກະຊວງການຕ່າງປະເທດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດວ່າ: ໃນໄລຍະການແຜ່ລະບາດຂອງພະຍາດ Covid-19 ຕະຫຼອດໄລຍະ 2 ປີກວ່າມານີ້ ພົນລະເມືອງລາວ ໄດ້ເດີນທາງກັບຄືນປະເທດຈຳນວນຫຼວງຫຼາຍ ເຊິ່ງຕາມຂໍ້ມູນຈາກຝ່າຍກ່ຽວຂ້ອງໃຫ້ຮູ້ວ່າ ໃນໄລຍະເດືອນມັງກອນ-ທັນວາ 2021 ພຽງປີດຽວ ມີຈໍານວນເຖິງ 68.494 ຄົນ ແລະ ປະມານເກີນ 80% ແມ່ນພົນລະເມືອງລາວທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງ, ພາຍຫຼັງລັດຖະບານແຈ້ງການເປີດປະເທດນັບແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ, ສັງເກດເຫັນວ່າ ຈຳນວນປະຊາຊົນທີ່ມາຂໍເຮັດໜັງສືຜ່ານແດນມີຈຳນວນສູງຂຶ້ນ ແລະ ບວກກັບຫຼາຍປະເທດກໍໄດ້ລົດຜ່ອນມາດຕະການຕ່າງໆໃນການເຂົ້າ-ອອກເມືອງຂອງປະເທດຕົນ ແລະ ຫລາຍປະເທດກໍເລີ່ມເປີດປະເທດຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ຈຳນວນປະຊາຊົນຫຼັ່ງໄຫຼມາຂໍໜັງສືຜ່ານແດນມີຈຳນວນເພີ່ມຂຶ້ນຫຼາຍ ແລະ ມີລັກສະນະຮີບດ່ວນ.

ຕໍ່ບັນຫານີ້ ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ຄົ້ນຄວ້າເພື່ອຊອກຫາວິທີ ແລະ ມາດຕະການຕ່າງໆ ເພື່ອຮອງຮັບ ແລະ ແກ້ໄຂບັນຫາຢ່າງຮີບດ່ວນ ໃນສະເພາະໜ້ານີ້ໄດ້ປຸກລະດົມຈິດໃຈພະນັກງານພາຍໃນກົມກົງສຸນ ໃຫ້ມີຄວາມເສຍສະຫຼະເວລາຂອງຕົນ ເພື່ອມາບໍລິການຮັບໃຊ້ແກ່ປະຊາຊົນ ໂດຍໄດ້ຈັດຕັ້ງພະນັກງານຈຳນວນໜຶ່ງ ມາຈັດຄວາມເປັນລະບຽບ ແລະ ກວດກາເອກະສານໃຫ້ປະຊາຊົນຢູ່ພາຍໃນກົມກົງສຸນ ກ່ອນໂມງລັດຖະການ, ເພີ່ມຈຳນວນການຮັບເອກະສານຄຳຮ້ອງຂອງແຕ່ລະວັນຫຼາຍຂຶ້ນກ່ວາເກົ່າ ໂດຍໃຫ້ພະນັກງານກົມກົງສຸນດຳເນີນການສຳພາດໃຫ້ໝົດທຸກຄົນ ເຖິງວ່າຈະກາຍໂມງເລີກວຽກລັດຖະການແລ້ວກໍຕາມ ແລະ ມີແຜນສົ່ງພະນັກງານສຳພາດເພີ່ມຕື່ມ ໄປປະຈໍາຢູ່ແຕ່ລະສູນຮັບຄຳຮ້ອງຂໍໜັງສືຜ່ານແດນທີ່ຕ່າງແຂວງ ເພື່ອເພີ່ມຂີດຄວາມສາມາດຮັບຄຳຮ້ອງໃນແຕ່ລະມື້ໃຫ້ໄດ້ຫຼາຍຂຶ້ນຕື່ມອີກ, ເພີ່ມທະວີການເຜີຍແຜ່ຂໍ້ມູນກ່ຽວກັບການປະກອບເອກະສານ ແລະ ຂັ້ນຕອນການຍື່ນຄໍາຮ້ອງດ້ວຍຕົນເອງ ໃຫ້ປະຊາຊົນຮັບຮູ້ ແລະ ບໍ່ຫຼົງເຊື່ອບັນດາກຸ່ມນາຍໜ້າ ທີ່ອ້າງວ່າສາມາດຊ່ວຍແລ່ນເອກະສານໃຫ້ໄດ້.

ສ່ວນມາດຕະການແກ້ໄຂບັນຫາໃນໄລຍະຍາວນັ້ນ ປະຈຸບັນກົມກົງສຸນ ກຳລັງຄົ້ນຄວ້າ ແລະ ອອກແບບລະບົບແຈກບັດຄິວນັດສຳພາດໂດຍຜ່ານລະບົບອອນລາຍ ແລະ ໄດ້ສຳເລັດການຮ່າງ ກົດໝາຍວ່າດ້ວຍໜັງສືຜ່ານແດນ ແລະ ຜ່ານຂັ້ນຕອນການລົງທາບທາມຄຳເຫັນຢູ່ຂັ້ນສູນກາງ, ຢູ່ບັນດາແຂວງພາກເໜືອ ແລະ ແຂວງພາກກາງແລ້ວ ແລະ ພາຍໃນອາທິດນີ້ກໍຈະໄດ້ລົງທາບທາມຄຳເຫັນຢູ່ບັນດາແຂວງພາກໃຕ້ ແລະຄາດວ່າຈະສົ່ງໃຫ້ສະພາແຫ່ງຊາດພິຈາລະນາໃນທ້າຍປີ 2022 ນີ້.

ກົດໝາຍສະບັບນີ້ແມ່ນມີຄວາມສໍາຄັນຫຼາຍ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານໜັງສືຜ່ານແດນຂອງປະເທດເຮົາ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄໝ ແລະ ເປັນລະບົບ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງລາວ, ອໍານວຍຄວາມສະດວກໃຫ້ພົນລະເມືອງລາວໃນການເດີນທາງເຂົ້າ-ອອກປະເທດ, ພັກເຊົາ ຫຼື ອາໄສຢູ່ຕ່າງປະເທດ. 

ຕໍ່ສະພາບການທີ່ເກີດຂຶ້ນ ທ່ານ ສີສຸພັນ ມະນີວັນ ຕາງໜ້າໃຫ້ກົມກົງສຸນ ຂໍສະແດງຄວາມຂໍໂທດ ແລະ ຂໍອະໄພມາຍັງປະຊາຊົນທີ່ມາໃຊ້ບໍລິການ ພ້ອມທັງຂໍຄວາມຮ່ວມມືມາຍັງຜູ້ທີ່ຕ້ອງການເຮັດໜັງສືຜ່ານແດນ. ນອກຈາກຢູ່ກົມກົງສຸນທີ່ນະຄອນຫຼວງວຽງຈັນ, ຍັງມີສູນຮັບຄໍາຮ້ອງຂໍໜັງສື ຜ່ານແດນຢູ່ ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ. ໃນໄລຍະນີ້ປະຊາຊົນທີ່ຢູ່ແຂວງເຫຼົ່ານີ້ ຫຼື ຢູ່ບັນດາແຂວງໃກ້ຄຽງ ສາມາດໄປໃຊ້ບໍລິການຢູ່ບັນດາສູນຮັບຄຳຮ້ອງດັ່ງກ່າວ ເພື່ອເປັນການລົດຜ່ອນຄ່າໃຊ້ຈ່າຍໃນການເດີນທາງ ທັງລົດຜ່ອນຄວາມແອອັດຂອງປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ຂໍໃຫ້ມີສະຕິຢ່າຫຼົງເຊື່ອບັນດານາຍຫນ້າ ທີ່ອ້າງຕົນວ່າຈະສາມາດພາໄປເຮັດ ຫລື ຊ່ວຍແລ່ນເອກະສານ ພ້ອມທັງເລັ່ງລັດຂັ້ນຕອນການອອກໜັງສືຜ່ານແດນໃຫ້ຕົນໄດ້ໄວຢູ່ນະຄອນຫຼວງວຽງຈັນ. ແຕ່ເຈົ້າໜ້າທີ່ຈະພິຈາລະນາອຳນວຍຄວາມສະດວກອອກດ່ວນໃຫ້ສະເພາະກໍລະນີສຸກເສີນ ເຊັ່ນ: ຄົນເຈັບ ທີ່ມີຄວາມຈໍາເປັນຕ້ອງເດີນທາງດ່ວນໄປປິ່ນປົວຢູ່ຕ່າງປະເທດ ໂດຍມີເອກະສານຢັ້ງຢືນຈາກໂຮງໝໍເທົ່ານັ້ນ.

ຂໍ້ມູນຈາກ: https://cutt.ly/UJ8LQf5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/