Shopee ປະກາດປົດພະນັກງານເປັນຈໍານວນຫຼາຍ ໃນຫຼາຍປະເທດພ້ອມກັນ


ໃນກາງຄືນຂອງວັນທີ 13 ມິຖຸນາ 2022 (ຕາມເວລາທ້ອງຖິ່ນຂອງລາວເຮົາ) ເວັບໄຊ Dealstreetasia ໄດ້ລາຍງານວ່າ Sea Group ບໍລິສັດ E-Commerce ລາຍໃຫຍ່ເຊິ່ງມີທີ່ຕັ້ງຢູ່ປະເທດສິງກະໂປ ແລະ ເປັນບໍສິສັດແມ່ຂອງ Shopee ໄດ້ປະກາດ ‘ປົດພະນັກງານຈໍານວນຫຼາຍ’ ໃນຫຼາຍປະເທດພ້ອມກັນ.

ເຊິ່ງການສັ່ງປົດຄັ້ງນີ້ຈະສົ່ງຜົນກະທົບຕໍ່ພະນັກງານ ShopeeFood ແລະ ShopeePay ໃນຫຼາຍຕະຫຼາດລວມເຖິງ ອິນໂດຍເນເຊຍ, ໄທ ແລະ ຫວຽດນາມ ໂດຍນອກເໜືອຈາກຕະຫຼາດໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ແລ້ວ Shopee ຍັງມີສໍານັກງານໃຫຍ່ຕັ້ງຢູ່ໃນໄຕ້ຫວັນ, ບຣາຊິວ, ເມັກຊິໂກ, ຊິລີ ແລະ ໂຄລອມເບຍ.

ການຕັດສິນໃຈດັ່ງກ່າວໄດ້ປະກາດໃຫ້ພະນັກງານຮັບຊາບກ່ອນໜ້ານີ້ໃນການປະຊຸມ Town Hall ລະຫວ່າງປະເທດ ໂດຍເລື່ອງນີ້ປະກາດໂດຍ Sea Group. ຢ່າງໃດກໍຕາມ ຜູ້ບໍລິຫານບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບເຫດຜົນໃນການປົດພະນັກງານ.

ພະນັກງານ Shopee ໄດ້ຮັບແຈ້ງວ່າຈະໄດ້ຮັບ e-mail ‘ລະບຸຊື່’ ຂອງພະນັກງານທີ່ໄດ້ຮັບຜົນກະທົບໃນໄວໆ ນີ້ ຂະນະທີ່ແຫຼ່ງຂ່າວທີ 2 ກ່າວກັບ Dealstreetasia ວ່າ ເກືອບເຄິ່ງໜຶ່ງຂອງພະນັກງານ ShopeeFood ແລະ ShopeePay ໃນປະເທດໄທຈະຖືກປົດອອກ.

ທາງດ້ານສະຖານະການລາຍໄດ້ຂອງ Sea Group ທຸລະກິດທີ່ເຮັດລາຍໄດ້ໄດ້ດີແມ່ນ ທຸລະກິດຝັ່ງເກມຢ່າງ Garena ໂດຍໃນໄຕມາດທໍາອິດຂອງປີນີ້ມີລາຍຮັບເພີ່ມຂຶ້ນ 64.4% ເປັນ 2.9 ພັນລ້ານໂດລາ ກໍາໄລເລີ່ມຕົ້ນເພີ່ມຂຶ້ນ 81.3% ເປັນ 1.2 ພັນລ້ານໂດລາ.

ສ່ວນທຸລະກິດ E-Commerce ຍອດຮິດຢ່າງ Shopee ນັ້ນແມ່ນຍັງຂາດທຶນ ແຕ່ກໍຍັງມີສັນຍານທີ່ດີໃນບາງດ້ານເຊັ່ນ: ມີຍອດຂາຍສຸດທິໃນໄຕມາດທໍາອິດຂອງປີນີ້ເພີ່ມຂຶ້ນ 38.7% ເປັນ 17.4 ພັນລ້ານໂດລາ.

ທັງນີ້ ຂ່າວການປົດພະນັກງານດັ່ງກ່າວເກີດຂຶ້ນພຽງບໍ່ເທົ່າໃດດືອນຫຼັງຈາກທີ່ມີຂ່າວຫຼຸດອອກມາກ່ຽວກັບການຕັດສິນໃຈຂອງ Shopee ໃນການປິດກິດຈະການໃນອິນເດຍ ໂດຍໄດ້ເລີກຈ້າງພະນັກງານກວ່າ 300 ຄົນພາຍໃນປະເທດ ເຊິ່ງສາເຫດຫຼັກມາຈາກການປາບປາມແອັບຈີນຂອງລັດຖະບານອິນເດຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/