ຜູ້ວ່າທະນາຄານແຫ່ງ ສປປ ລາວ ຈະແກ້ໄຂສະພາບເງິນເຟີ້ບໍ່ໃຫ້ເໜັງຕີງໄປກວ່ານີ້


ປັດຈຸບັນ ອັດຕາແລກປ່ຽນ ຫຼື ຄ່າເງິນກີບ ໂດຍລວມໄດ້ມີການເໜັງຕີງໃນທິດທາງທີ່ອ່ອນຄ່າຕໍ່ເນື່ອງໃນຈັງຫວະແຮງ ແລະ ມີຄວາມແຕກໂຕນລະຫວ່າງ ອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ. ໃນນີ້ ອັດຕາແລກປ່ຽນໄດ້ມີການເໜັງຕີງຫຼາຍ ນັບແຕ່ໄລຍະທ້າຍເດືອນມີນາ 2022.

ສາເຫດທີ່ພາໃຫ້ເກີດສະພາບດັ່ງກ່າວ ແມ່ນເກີດຈາກປັດໄຈພາຍນອກ ການແຂງຄ່າຂອງເງິນໂດລາຢູ່ສາກົນ, ການເພີ່ມຂຶ້ນສູງຫຼາຍຕໍ່ເນື່ອງຂອງລາຄາຄໍາ, ລາຄານໍ້າມັນ ແລະ ທ່າອ່ຽງການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ ໃນຂົງເຂດເສດຖະກິດສຳຄັນຂອງໂລກ ແລະ ພາກພື້ນ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022 ວ່າ: ສຳລັບປັດໄຈພາຍໃນ ແມ່ນພື້ນຖານເສດຖະກິດພາຍໃນຍັງບອບບາງ ແລະ ຍັງຢູ່ໃນໄລຍະຟື້ນຕົວ, ລາຍຮັບທີ່ເປັນເງິນຕາຕ່າງປະເທດມີຈຳກັດ ແຕ່ພັນທະໃນການຊຳລະໃຫ້ຕ່າງປະເທດມີສູງຕໍ່ເນື່ອງ; ການຈັດຕັ້້ງປະຕິບັດນະ ໂຍບາຍ ແລະ ມາດຕະການດ້ານການຄຸ້ມຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວຂ້ອງ ຍັງບໍ່ທັນກົມກຽວຮອບດ້ານ ແລະ ການປະຕິບັດລະບຽບກົດໝາຍ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ. ສົ່ງຜົນໃຫ້ຍັງມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດ ຈໍານວນຫຼາຍຍັງບໍ່ທັນເຂົ້າມາປະເທດ ຕາມລະບຽບການ, ຍັງມີການເຄື່ອນໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ, ສົ່ງຜົນກະ ທົບຕໍ່ປະລິມານການສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ໃນສະພາບທີ່ລາຄາສິນຄ້ານຳເຂົ້າທີ່ຈຳເປັນຕໍ່ການດຳລົງຊີວິດ ໄດ້ເພີ່ມຂຶ້ນສູງຫຼາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ.

ໃນ 5 ເດືອນຕົ້ນປີ 2022, ເຖິງແມ່ນວ່າຕົວເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດຸນຢູ່ໃນລະດັບເກືອບ 548.93 ລ້ານໂດລາ ດີກວ່າໄລຍະດຽວກັນຂອງປີຜ່ານມາ 9.62%, ແຕ່ໃນນີ້ມີພຽງແຕ່ 32% ຂອງມູນຄ່າການສົ່ງອອກ ເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ. ໃນຂະນະທີ່ 92% ຂອງມູນຄ່າການນໍາເຂົ້ານັ້ນ ແມ່ນໄດ້ມີການໂອນອອກຜ່ານລະບົບທະນາຄານ ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະ ພາບການມີກະແສເງິນອອກປະເທດ ຜ່ານລະບົບທະນາຄານ ຫຼາຍກວ່າມີກະແສເງິນເຂົ້າປະເທດຜ່ານລະບົບທະນາຄານ ໃນລະດັບທີ່ສູງ. ສະພາບດັ່ງ ກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດ ສາມາດເກັບຊື້ເງິນຕາຕ່າງປະເທດໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫຼື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫຼາຍ ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊຳລະສະສາງກັບຕ່າງປະເທດຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.

ທ່ານ ສອນໄຊ ສິດພະໄຊ ໄດ້ກ່າວວ່າ: ສະພາບຄວາມກັງວົນຕໍ່ຄວາມບໍ່ແນ່ນອນຢູ່ຕະຫຼາດສາກົນ ແລະ ຕໍ່ສະພາບຄ່ອງດ້ານເງິນຕາຕ່າງປະເທດຂອງລະບົບທະນາຄານ ໄດ້ສົ່ງຜົນກະທົບຕໍ່ສະພາບຈິດໃຈ ຕໍ່ຈິດຕະສາດຂອງສັງຄົມຫຼາຍ ພາໃຫ້ເກີດມີສະພາບທີ່ບໍ່ຊຸກຍູ້ຄວາມເຂັ້ມແຂງຂອງຄ່າເງິນຂອງຊາດຈຳນວນໜຶ່ງ ເປັນຕົ້ນການຂົນຂວາຍຊອກຊື້ເງິນຕາຕ່າງປະເທດເກີນຄວາມຈຳເປັນ, ກັກຕຸນເງິນຕາຕ່າງປະເທດ, ກຳນົດ ແລະ ຊື້-ຂາຍ ເງິນຕາແບບບໍ່ຖືກຕ້ອງຕາມກົດໝາຍ ໃນອັດຕາແລກ ປ່ຽນທີ່ອ່ອນຄ່າຫຼາຍຕໍ່ເນື່ອງ ເກີນລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ ໂດຍສະເພາະໃນໄລຍະທີ່ສະພາບລາຄານໍ້າມັນເຊື້ອໄຟສູງຂຶ້ນຫຼາຍຕໍ່ເນື່ອງ ແລະ ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດບໍ່ປົກກະຕິ ຍິ່ງເຮັດໃຫ້ຄວາມຕ້ອງການຖືຄອງເງິນຕາຕ່າງປະເທດເພີ່ມຂຶ້ນ ສ້າງແຮງກົດດັນໃຫ້ອັດຕາແລກປ່ຽນຍິ່ງອ່ອນຄ່າ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/