ມັນກະຈາຍໄປທົ່ວໂລກແລ້ວ! ນັກວິໄຈພົບ “ໄມໂຄຣພລາສຕິກ” ປະສົມຢູ່ໃນຫິມະທີ່ແອນຕາກຕິກເປັນຄັ້ງທໍາອິດ


ກ່ອນໜ້ານີ້ ເຮົາອາດເຄີຍໄດ້ຍິນການລາຍງານຕ່າງໆ ກ່ຽວກັບການຄົ້ນພົບໄມໂຄຣພລາສຕິກທີ່ໄດ້ກະຈາຍໃນຂົງເຂດຕ່າງໆ ທົ່ວໂລກ ເຊັ່ນ: ໃນສັດທີ່ຢູ່ໃນທະເລ, ໃນເຂດຈອມພູສູງ ຫຼື ແມ່ນແຕ່ໃນຮ່າງກາຍຂອງມະນຸດກໍມີໃຫ້ເຫັນມາແລ້ວ ແລະ ຫຼ້າສຸດນີ້ເອງນັກວິໄຈກໍໄດ້ຄົ້ນພົບໄມໂຄພລາສຕິກໃນຫິມະທີ່ຕົກລົງມາຈາກອາກາດໃນແອນຕາກຕິກ.

ງານວິໄຈນີ້ ແມ່ນເຮັດຂຶ້ນໂດຍ Alex Aves ນັກສຶກສາປະລິນຍາເອກຈາກມະຫາໄລ Canterbury ໃນປະເທດນິວຊີແລນ ເຊິ່ງ Aves ວິໄຈໂດຍການເກັບຕົວຢ່າງຫິມະຈາກ 19 ພື້ນທີ່ອ້ອມຮອບຊັ້ນນໍ້າກ້ອນໃນແອນຕາກຕິກເມື່ອປີ 2019 ກ່ອນຈະພົບວ່າຫິມະທີ່ເກັບມາປົນເປື້ອນໄປດ້ວຍໄມໂຄຣພລາສຕິກ.

ເຊິ່ງຫິມະທີ່ເກັບມາວິໄຈນີ້ ທາງນັກວິໄຈກ່າວວ່າມັນບໍ່ແມ່ນຫິມະທີ່ຕົກລົງມາໄດ້ໄລຍະໜຶ່ງແລ້ວເກັບມາ, ແຕ່ຕົວຢ່າງທີ່ເກັບມານັ້ນ ແມ່ນເປັນແບບຫິມະທີ່ຕົກແບບສົດໆ ໃໝ່ ຈາກທ້ອງຟ້າຕອນນັ້ນເລີຍ.


ນັກວິໄຈເຜີຍວ່າ ສາມາດລະບຸລັກສະນະຂອງພລາສຕິກທີ່ພົບໃນຫິມະໄດ້ 13 ຮູບແບບ ແລະ ແຕ່ລະປະເພດທີ່ພົບເຫັນຫຼາຍທີ່ສຸດຄື ພລາສຕິກ Polyethylene terephthalate (PET) ຫຼື ກໍຄືພລາສຕິກທີ່ເຮົາມັກຈະພົບເຫັນຕາມຕຸກນ້ຳ ຫຼື ເສື້ອຜ້າ ເປັນຕົ້ນ.

ຈາກການລາຍງານຂອງຜົນວິໄຈນີ້ ເຮັດໃຫ້ຫຼາຍຄົນຕັ້ງຄໍາຖາມຂຶ້ນມາວ່າ ມັນໜ້າກັງວົນຫຼາຍໜ້ອຍປານໃດ? ຢ່າງໃດກໍດີ ເຖິງຈະບໍ່ມີການສຶກສາວິໄຈຫຼາຍເທົ່າທີ່ຄວນກ່ຽວກັບການສຶກສາຜົນກະທົບຂອງໄມໂຄຣພລາສຕິກຕໍ່ຮ່າງກາຍ ແຕ່ກໍມີງານວິໄຈຈາກມະຫາວິທະຍາໄລ Hull York Medical School ແລະ ຄົ້ນພົບວ່າ ການທີ່ມະນຸດບໍລິໂພກໄມໂຄຣພລາສຕິກໃນປະລິມານທີ່ຫຼາຍແມ່ນຈະກະທົບຕໍ່ຮ່າງກາຍໄດ້ຄືກັນ.

ແລະມົນລະພິດແບບນີ້ ບໍ່ໄດ້ກະທົບແຕ່ສຸຂະພາບຂອງມະນຸດເທົ່ານນັ້ນ ເພາະວ່າສິ່ງນີ້ອາດສ້າງອັນຕະລາຍຕໍ່ລະບົບນິເວດ, ຕົ້ນໄມ້ ໄປຈົນຮອດການເພີ່ມຜົນກະທົບເລື່ອງພາວະໂລກຮ້ອນດ້ວຍເຊັ່ນກັນ.

“ມັນເປັນເລື່ອງທີ່ໜ້າເສົ້າໃຈຫຼາຍ ແຕ່ວ່າການພົບໄມໂຄຣພາສຕິກໃນຫິມະທີ່ຕົກລົງມາໃນທະວີບແອນຕາກຕິກ ສະທ້ອນໃຫ້ເຫັນວ່າມົນລະພິດເຂົ້າເຖິງໃນພື້ນທີ່ທີ່ຫ່າງໄກທີ່ສຸດໃນໂລກແລ້ວ” ນັກວິໄຈໄດ້ກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/