ຈີນເຕືອນ! ເກີດສົງຄາມອີກແທ້ ຖ້າຫາກ ໄຕ້ຫວັນ ແຍກປະເທດອອກໄປ


ສະຖານະການຂອງຈີນ ກັບ ໄຕ້ຫວັນ ແລະ ອາເມຣິກາ ຍັງສືບຕໍ່ເຄັ່ງຕຶງນັບຕັ້ງແຕ່ອາເມຣິກາປະກາດເມື່ອໜຶ່ງເດືອນທີ່ຜ່ານມາວ່າພ້ອມສະໜັບສະໜູນອາວຸດໃຫ້ໄຕ້ຫວັນ ຖ້າຈີນໃຊ້ກຳລັງບຸກເຂົ້າມາ ແລະ ຫຼ້າສຸດ ທາງຈີນກໍໄດ້ອອກມາເຕືອນວ່າຖ້າຫາກໄຕ້ຫວັນແຍກຕົວອອກ ຈີນຈຳເປັນຕ້ອງໃຊ້ກຳລັງເຂົ້າມາຄວບຄຸມ.

ເວີຍ ເຟິງເຮີ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຂອງຈີນ ໄດ້ເຂົ້າພົບປະຫາລືກັບ ລອຍ ອອສຕິນ ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາແບບນອກຮອບ ໃນການປະຊຸມສຸດຍອດດ້ານຄວາມໝັ້ນຄົງຂອງເອເຊຍ Shangri-La Dialogue ທີ່ປະເທດສິງກະໂປ ເມື່ອວັນທີ 10 ມິຖຸນາ 2022 ທີ່ຜ່ານມາ.

ຈີນເບິ່ງວ່າໄຕ້ຫວັນເປັນສ່ວນສຳຄັນໃນດິນແດນຂອງປະເທດຈີນ ເຊິ່ງເປັນຈຸດຢືນເຮັດໃຫ້ ເວີຍ ເຟິງເຮີ ປະນາມການຂາຍອາວຸດຂອງ ອາເມຣິກາ ໃຫ້ກັບໄຕ້ຫວັນ ພ້ອມເນັ້ນວ່າ ການແຍກໄຕ້ຫວັນອອກຈາກຈີນ ຈະບໍ່ມີທາງເລືອກອື່ນນອກຈາກການຕໍ່ສູ້.

ເວີຍ ເຟິງເຮີ ເນັ້ນຍໍ້າວ່າ ຫາກໃຜກ້າແບ່ງແຍກໄຕ້ຫວັນອອກຈາກຈີນ ກອງທັບປົດປ່ອຍປະຊາຊົນຈີນ Shangri-La Dialogue ຈະບໍ່ມີທາງເລືອກອື່ນນອກຈາກການລຸກຂຶ້ນມາຕໍ່ສູ້ບໍ່ວ່າດ້ວຍວິທີໃດກໍຕາມ ແລະ ທຳລາຍຄວາມພະຍາຍາມໃນການ ປະກາດອິດສະຫຼະພາບຂອງໄຕ້ຫວັນ, ພ້ອມທັງປົກປ້ອງອະທິປະໄຕຂອງຊາດ.

ສ່ວນຝ່າຍຂອງ ລອຍ ອອສຕິນ ກ່າວວ່າ ຝ່າຍສະຫະລັດກໍຕັ້ງໃຈທີ່ຈະຮັກສາສະຖານະທີ່ເປັນຢູ່ນີ້ໄວ້ ນັ້ນຄືການຍອມຮັບວ່າປັກກິ່ງເປັນລັດຖະບານດຽວກັບ ສປຈີນ ແລະ ຕໍ່ຕ້ານ ເອກະລາດ ຂອງໄຕ້ຫວັນ. ຂະນະດຽວກັນ ລາວຍັງຢືນຢັນວ່າຈະຕ້ອງບໍ່ໃຫ້ມີການແກ້ໄຂສະຖານະການນີ້ດ້ວຍກຳລັງ.

ໂດຍທາງ ອອສຕິນ ເອີ້ນກຳມະການທາງທະຫານຂອງຈີນວ່າ ປຸກປັ່ນ ແລະ ທຳລາຍເສລີພາບ ພ້ອມຍັງບອກວ່າມີເຮືອບິນຂອງຈີນ ບິນເຂົ້າມາໃກ້ໄຕ້ຫວັນເປັນຈຳນວນຫຼາຍຜິດປົກກະຕິ ແລະ ເກືອບຈະທຸກໆມື້.

ໂດຍເຫດການເຕືອນແບບນີ້ ຈີນເຄີຍເຮັດມາແລ້ວ ເມື່ອ 3-4 ອາທິດທີ່ຜ່ານມາ ທີ່ຈີນໄດ້ສົ່ງເຮືອບິນສູ້ຮົບ ເຂົ້າໄປບິນຢູ່ໃນເຂດຫ້າມບິນ ຫຼາຍກວ່າ 30 ລຳ ຖືວ່າການກະທຳຄັ້ງນີ້ຂອງຈີນເປັນການໃຊ້ກຳລັງກັບໄຕ້ຫວັນຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ໜຶ່ງເດືອນທີ່ຜ່ານມາ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/