ຄະນະລັດຖະສາດຈາກມະຫາວິທະຍາໄລຈຸລາລົງກອນ ປະກາດໃຫ້ນັກສຶກສາໃສ່ຊຸດຫຍັງມາຮຽນກໍໄດ້


ປະເທດໄທເປັນໜຶ່ງໃນປະເທດຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ໃນໄລຍະຜ່ານມາແມ່ນພະຍາຍາມຈະລົດຂອບເຂດ ແລະ ຂໍ້ຈໍາກັດໃນເລື່ອງການແຕ່ງກາຍຂອງນັກຮຽນ ແລະ ພະຍາຍາຍາມຊຸກຍູ້ໃຫ້ນັກຮຽນມີອິດສະຫຼະໃນການນຸ່ງຖື.

ແລະເມື່ອຕົ້ນເດືອນມິຖຸນາທີ່ຜ່ານມານີ້ (3 ມິຖຸນາ 2022) ສະໂມສອນນິສິດນັກສຶກສາຄະນະລັດຖະສາດ ຈາກມະຫາວິທະຍາໄລຈຸລາລົງກອນຂອງປະເທດໄທ (สโมสรนิสิตนักศึกษาคณะรัฐศาสตร์ จุฬาลงกรณ์มหาวิทยาลัย)  ໄດ້ໂພສຂໍ້ຄວາມຜ່ານ Facebook ແລະ Twitter ກ່ຽວກັບການແຕ່ງເຄື່ອງແບບເພື່ອເຂົ້າຮຽນໃນຄາບວິຊາຂອງທາງຄະນະ ໂດຍອະນຸຍາດໃຫ້ນັກສຶກສາໃນ ຄະນະລັດຖະສາດ ມີອິດສະຫຼະໃນການແຕ່ງກາຍເພື່ອເຂົ້າຮຽນໃນແຕ່ລະຄາບວິຊາ.

ທັງນີ້ ໜຶ່ງໃນເຫດຜົນຫຼັກຂອງການໃຫ້ອິດສະຫຼະນັກສຶກສາໃນການແຕ່ງກາຍຄືຕ້ອງການທີ່ຈະມຸ່ງເນັ້ນການສ້າງຜົນຜະລິດເພື່ອສັງຄົມ ແທນການໃຫ້ຄຸນຄ່າກັບເຄື່ອງແບບເຊິ່ງອາດຈະເປັນສັນຍະລັກຂອງສັກດິນາ ແລະເພື່ອສ້າງຄວາມໝັ້ນໃຈໃຫ້ນັກສຶກສາໃນການອອກແບບການແຕ່ງກາຍທີ່ສະແດງເຖິງຄວາມເປັນຕົວຂອງຕົນເອງ. ນອກຈາກນີ້ ການປະກາດດັ່ງກ່າວຍັງເພື່ອເປັນການສະເຫຼີມສະຫຼອງເດືອນແຫ່ງຄວາມຫຼາກຫຼາຍທາງເພດ ຫຼື Pride Month.


“ຄະນະລັດຖະສາດຂອງເຮົາ ໃສ່ຊຸດຫຍັງກໍໄດ້ ເຮົາເນັ້ນຜົນຜະລິດເພື່ອສັງຄົມ ຫຼາຍກວ່າຄຸນຄ່າເຄື່ອງແບບອັນຈອມປອມແລະມໍລະດົກຂອງສັກດິນາ” ສະໂມສອນນິສິດກ່າວ.


ຢ່າງໃດກໍຕາມ ຄະນະອື່ນໆພາຍໃນມະຫາວິທະຍາໄລຈຸລາລົງກອນ ກໍຍັງຄົງໃຊ້ກົດລະບຽບການແຕ່ງກາຍເກົ່າ ລວມເຖິງມະຫາວິທະຍາໄລຫຼາຍແຫ່ງກໍຍັງຄົງບັງຄັບໃຫ້ນັກສຶກສາແຕ່ງກາຍຖືກລະບຽບ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/