11 ບັນຫາທີ່ລັດຖະບານຈະເລັ່ງແກ້ໄຂແບບຮີບດ່ວນ


ທິດທາງລວມ ລັດຖະບານຈະສູ້ຊົນຮັກສາສະຖຽນລະພາບທາງດ້ານເສດຖະກິດການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງເດັດຂາດບໍ່ໃຫ້ຕົກເຂົ້າສູ່ວິກິດ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດບັນດາຄາດໝາຍແຜນພັດທະນາເສດຖະກິດທີ່ວາງໄວ້ ແກ້ໄຂການດຳລົງຊີວິດຂອງປະຊາຊົນໃຫ້ມີຄວາມສະຫງົບດີຂຶ້ນ ຊຸກຍູ້ການຜະລິດກະສິກຳການປຸງແຕ່ງ, ການບໍລິການ ຕາມທ່າແຮງ ແລະ ຄວາມສາມາດທີ່ມີ. ວຽກຈຸດສຸມແມ່ນໄດ້ວາງແຜນໃນປີ 2022 ເຊິ່ງລັດຖະບານກໍໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດຄັ້ງທີ II ຜ່ານມາແລ້ວ, ໃນ 6 ເດືອນທ້າຍປີ 2022 ລັດຖະບານຈະເລັ່ງແກ້ໄຂບາງວຽກຈຸດສຸມບູລິມະສິດຄືດັ່ງນີ້:

1.ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດໃຫ້ກົມກຽວກັນ ແລະ ໃຫ້ໄປຕາມແຜນທີ່ກຳນົດໄວ້. ເລັ່ງຊຸກຍູ້ຂະແໜງການສູນກາງ ແລະ ທ້ອງຖິ່ນ ເພີ່ມທະວີຄວາມເອົາໃຈໃສ່ຈັດຕັ້ງປະຕິບັດແຜນຂອງຂະແໜງການຂອງຕົນ ທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດໃຫ້ເຂົ້າສູ່ລວງເລິກໃຫ້ເປັນຮູບປະທຳເທື່ອລະກ້າວ. ການຂະຫຍາຍຕົວຂອງເສດຖະກິດໃຫ້ບັນລຸຕາມແຜນທີ່ສະພາແຫ່ງຊາດໄດ້ກຳນົດໄວ້.

2.ເລັ່ງແກ້ໄຂສະພາບຄວາມບອບບາງທາງດ້ານເສດຖະກິດມະຫາພາກ ເພື່ອເຂົ້າສູ່ສະພາບປົກກະຕິໂດຍໄວ ໂດຍສຸມໃສ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ ຕ້ອງສຸມໃສ່ແກ້ໄຂບັນຫາການສະໜອງນ້ຳມັນເຊື້ອໄຟໃຫ້ພຽງພໍດ້ວຍຫຼາຍມາດຕະການ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກການຕະຫຼາດເປັນຕົ້ນຕໍ ຄຽງຄູ່ກັບການສ້າງມາດຕະຖານແກ້ໄຂໄລຍະສັ້ນ ແລະ ໄລຍະຍາວ. ອັນນີ້ເປັນບັນຫາເຄັ່ງຮ້ອນ ເຊິ່ງລັດຖະບານຕ້ອງໄດ້ເພີ່ມວິທີຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ສູງກວ່າເກົ່າ.

3.ສືບຕໍ່ຄໍາສັ່ງເລກທີ 18 ຂອງນາຍົກວ່າດ້ວຍການເພີ່ມທະວີການຄຸ້ມຄອງຕາມການຮົົ່ວໄຫຼຂອງລາຍຮັບງົບປະມານ, ດຳລັດວ່າດ້ວຍການປະຢັດຜ່ານການຟຸມເຟືອຍ, ດຳລັດວ່າດ້ວຍລົດຂອງລັດ ແລະ ນິຕິກຳ ຂອງກົດໝາຍທີ່ກ່ຽວຂ້ອງຕ່າງໆໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ. ພ້ອມກັນນີ້ ກໍສຸມໃສ່ຕິດຕາມກວດກາການເກັບລາຍຮັບຈາກໂຄງການຂຸດຄົ້ນແຮ່ທາດໃນໄລຍະທົດລອງ ເພີ່ມຈາກຂອດການຂຸດຄົ້ນ, ການຂົນສົ່ງ, ການຈຳໜ່າຍ ແລະ ສົ່ງອອກ.

4.ສືບຕໍ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດໃຫ້ດີຂຶ້ນ ຍຸຕິການຈັດການທຶນໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ.

5.ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ໂດຍສະເພາະບັນຫາໜີ້ສິນຂອງລັດວິສາຫະກິດໂດຍໄວ ດ້ວຍຮູບການເຈລະຈາເງິນຊຳລະຕົ້ນທຶນ ແລະ ດອກເບ້ຍ ຊອກແຫຼ່ງທຶນກູ້ຢືມທີ່ມີດອກເບ້ຍຕ່ຳ, ລົດການສ້າງໜີ້ໃໝ່ທີ່ບໍ່ຈຳເປັນ ແລະ ອື່ນໆ. ເດັດຂາດບໍ່ໃຫ້ເຂົ້າຕົກສູ່ສະພາບທີ່ບໍ່ສາມາດຊຳລະສະສາງໜີ້ສິນໄດ້.

6.ສືບຕໍ່ປະຕິຮູບລັດວິສາຫະກິດ (ຂໍໃຫ້ພວກສະຫາຍເບິ່ງຢູ່ໃນເອກະສານ).

7.ແຫຼ່ງປັບປຸງກົນໄກອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນ ພ້ອມທັງເລັ່ງຊຸກຍູ້ສົ່ງເສີມບັນດາໂຄງການລົງທຶນບັນດາປະເທດ ທີ່ໄດ້ຮັບອະນຸມັດແລ້ວໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ. ໃນເວລາດຽວກັນນັ້ນ ກໍເລັ່ງກວດກາຕິດຕາມຄືນບັນດາໂຄງການທີ່ມີສັນຍາຊຳລະໜີ້ສິນຕ່າງປະເທດໃກ້ຈະສິ້ນສຸດ ແລະ ເລີ່ມມີຜົນກຳໄລ ເພື່ອຊຸກຍູ້ໃຫ້ມີການນຳເຂົ້າເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບເສດຖະກິດຂອງປະເທດເຮົາໂດຍໄວ.

8.ສືບຕໍ່ປັບປຸງຄວາມພ້ອມໃນດ້ານຕ່າງໆ ເພື່ອຮອງຮັບການເປີດປະເທດ ໂດຍສະເພາະເລັ່ງແກ້ໄຂຂໍ້ຫຍຸ້ງຍາກຂັ້ນຕອນໃນການເຂົ້າ-ອອກປະເທດ, ປັບປຸງຄຸນະພາບການບໍລິການໃນຂະແໜງການທ່ອງທ່ຽວ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຄາດວ່າຈະເພີ່ມຂຶ້ນໃນຕໍ່ໜ້າ.ນອກຈາກນັ້ນ ກວດກາການຮັບປະກັນການສະໜອງຢາວັກຊີນປ້ອງກັນພະຍາດໂຄວິດ ໃຫ້ພຽງພໍທັງເລັ່ງຂະຫຍາຍອັດຕາຄວບຄຸມ ສັກຢາປ້ອງກັນພະຍາດໂຄວິດ ເຂັມ 3 ແລະ ເຂັມ 4. ເອົາໃຈໃສ່ຜະລິດຢາປົວໂຄວິດ ໃຫ້ຕອບສະໜອງຢ່າງພຽງພໍ.

9. ລໍາລັບຂົງເຂດການສຶກສາ (ໃຫ້ບັນດາທ່ານເບິ່ງຢູ່ໃນເອກະສານ).

10.ເລັ່ງສະພາບວ່າງງານ ໂດຍເອົາໃຈໃສ່ເກັບກໍາ ແລະ ສັງລວມ ຂໍ້ມູນກ່ຽວກັບຄວາມຕ້ອງການແຮງງານໃນແຕ່ລະສາຍອາຊີບ, ຈັດສັນແຮງງານເຂົ້າສູ່ອົງການຈ້າງງານໂດຍໄວ, ພ້ອມນັ້ນ ກໍຊຸກຍູ້ແຮງງານໃຫ້ເຂົ້າສູ່ລະບົບປະກັນສັງຄົມຢ່າງສອດຄ່ອງ.

11.ສືບຕໍ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ແຂງແຮງກວ່າເກົ່າ ທັງສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງສະເໝີຕົ້ນສະເໝີປາຍ. ສຳລັບຕໍ່ໜ້າ ລາວເຮົາຈະໄດ້ກຽມຄວາມພ້ອມໃນກອງປະຊຸມແພັກແມັກປີ 2022 ນີ້ ແລະ ກຽມຄວາມພ້ອມໃນການເປັນປະທານອາຊຽນໃນປີ 2024. ພິເສດ ສືບຕໍ່ນຳພາຂະບວນການຮອບດ້ານ ເພື່ອຈັດຕັ້ງສະເຫຼີມສະຫຼອງປີສາມັກຄີລາວ-ຫວຽດນາມ ໃຫ້ເປັນຂະບວນຟົດຟື້ນ ແບບປະຢັດມັດທະຍັດ.

ທິດທາງລວມຈາກທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9.

ຂໍ້ມູນຈາກ: ໂທລະພາບແຫ່ງຊາດລາວ ທຊລ 1

https://cutt.ly/yJ2rNaQ (ນາທີ 58:43-1:02:17)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/