ສານຍົກຟ້ອງຄະດີຂົ່ມຂືນ ຂອງ Cristiano Ronaldo ທີ່ສະຫະລັດອາເມຣິກາ ເມື່ອປີ 2009


ຄະດີດັ່ງກ່າວຖືກຍື່ນຟ້ອງ ຕັ້ງແຕ່ເດືອນ ກັນຍາ 2018 ທີ່ສານໃນ ສະຫະລັດອາເມຣິກາ ຈາກ ແຄເທີຣິນ ມາຍໍກ້າ (Kathryn Mayorga)  ຄູ່ກໍລະນີ ທີ່ອ້າງວ່າລາວຖືກ ຄຣິສເຕຍໂນ້ ໂຣນັລໂດ້ ຊຸບເປີ້ສະຕາຊາວໂປຕຸເກດ ຂົ່ມຂືນ ຫຼັງພົບກັນທີ່ຮ້ານບັນເທີງຮ້ານໜຶ່ງ ທີ່ ລາສເວກັສ ປະເທດ ສະຫະລັດອາເມຣິກາ.

ກ່ຽວກັບເລື່ອງນີ້ ໂຣນັລໂດ້ ກໍອອກມາຍອມຮັບແບບລູກຜູ້ຊາຍວ່າ ພວກເຂົາທັງສອງ ມີຄວາມສຳພັນກັນແທ້ ແຕ່ເປັນການສົມຍອມ ບໍ່ແມ່ນການຂົ່ມຂືນ ດັ່ງທີ່ຄູ່ກໍລະນີໄດ້ຍື່ນຟ້ອງ.

ເຊິ່ງຫຼັງຈາກມີການຟ້ອງຮ້ອງ ສື່ຫຼາຍສຳນັກກໍພາກັນຫຼິ້ນຂ່າວ ພ້ອມກັບມີການຂຸດຄຸ້ຍເລື່ອງນີ້ ແລະ ໄດ້ມີພາບຂອງທັງສອງຖືກເຜີຍແຜ່ອອກມາໃນສັງຄົມອອນລາຍເປັນໄລຍະ. ຫຼັງຈາກຄະດີດຳເນີນມາເປັນເວລາ 4 ປີ  ເຈນນິເຟີ້ ດໍຊີ້ (Jennifer Dorsey) ຜູ້ພິພາກສາ ກໍໄດ້ພິຈາລະນາໃຫ້ຍົກຟ້ອງຄະດີນີ້ເປັນທີ່ຮຽບຮ້ອຍແລ້ວ ໂດຍໃຫ້ເຫດຜົນວ່າ ທະນາຍຄວາມຂອງ ແຄເທີຣິນ ມາຍໍກ້າ ທຳຮ້າຍ ໂຣນັລໂດ້ ໂດຍການລັກເອົາເອກະສານທີ່ເປັນຄວາມລັບອອກມາປັບແຕ່ງ ດັດແກ້ແລ້ວຫຼາຍເທື່ອ ເຊິ່ງການຍົກຟ້ອງຄັ້ງນີ້ຈະມີຜົນບັງຄັບໃຊ້ທັນທີ ແລະ ສານຂໍໃຫ້ບໍ່ມີການຍື່ນຟ້ອງເລື່ອງນີ້ອີກ ເນື່ອງຈາກການກະທຳທີ່ບໍ່ສົມຄວນຂອງ ເລສລີ້ ສະໂຕວໍ (Leslie Stovall) ທະນາຍຂອງ ແຄເທີຣິນ ມາຍໍກ້າ.

ສ່ວນເຫດຜົນທີ່ ມາຍໍກ້າ ມາຟ້ອງຮ້ອງໃນປີ 2018 ທັ້ງທີ່ເລື່ອງມັນເກີດຕັ້ງແຕ່ ປີ 2009 ເພາະນາງອ້າງວ່າ ຖືກກົດດັນໃຫ້ຮັບເອົາເງິນ ເພື່ອຈົບເລື່ອງນີ້ ເມື່ອປີ 2010 ດ້ວຍຈຳນວນ 75,000 ປອນ .

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/