ທະນາຄານແຫ່ງຊາດສິງກະໂປແນະນຳ ສົ່ງອັ່ງເປົາ Digital ແທນດີກວ່າຖ້າຢາກໄດ້ທະນະບັດໃໝ່ຕ້ອງຈອງລ່ວງໜ້າ


ໜ່ວຍງານກຳກັບເບິ່ງແຍງດ້ານການເງິນຂອງສິງກະໂປ (Monetary Authority of Singapore ຫຼື MAS ທຽບໄດ້ກັບທະນາຄານແຫ່ງຊາດຂອງສິງກະໂປ) ອອກປະກາດແນະນຳໃຫ້ປະຊາຊົນສິງກະໂປຫັນມາແຈກ “ອັ່ງເປົາ Digital” ແທນການແຈກເງິນສົດໃນຊ່ວງເທສະການກຸດຈີນ.

MAS ໃຫ້ເຫດຜົນວ່າ ອັ່ງເປົາ Digital (e-hong bao) ສາມາດສົ່ງໃຫ້ກັນໄດ້ຈາກໄລຍະໄກບໍ່ຈຳເປັນຕ້ອງມາພົບກັນແທ້ໆຈະຈັດງານພົບໜ້າຜ່ານ Online ແລ້ວສົ່ງອັ່ງເປົາໃຫ້ກັນກໍໄດ້ ອີກທັງຍັງເປັນມິດຕໍ່ສິ່ງແວດລ້ອມໃນການລົດປະລິມານການພິມທະນະບັດໃໝ່ອີກພ້ອມ, ເຊິ່ງ MAS ກໍກະຕຸ້ນໃຫ້ບໍລິສັດ Fintech ໃນສິງກະໂປພັດທະນາການສົ່ງຂອງຂວັນ Online (e – gifting) ມາໄດ້ໄລະຍະໜຶ່ງແລ້ວ.

ສ່ວນຄົນທີ່ຍັງຕ້ອງການທະນະບັດໃໝ່ໄປໃສ່ຊອງແຈກໃນມື້ຕຸດຈີນ MAS ກໍຮ່ວມມືກັບທະນາຄານການຄ້າສິງກະໂປຕ້ອງຈອງຄິວລ່ວງໜ້າກ່ອນໄປຮັບທະນະບັດໃໝ່ທີ່ສາຂາຂອງທະນາຄານ.

ທະນາຄານການຄ້າສິງກະໂປເເອງກໍພະຍາຍາມອອກແຄມເປນກະຕຸ້ນໃຫ້ປະຊາຊົນສົ່ງອັ່ງເປົາ Digital ເພີ່ມຂຶ້ນ ຕົວຢ່າງເຊັ່ນ: ໂຄສະນາຂອງ DBS ທີ່ລິ້ງທາງດ້ານລຸ່ມ.

ທີ່ມາ: https://www.blognone.com/node/120492