ປະຊາຊົນຍີ່ປຸ່ນສະແດງຄໍາຄິດເຫັນຢາກໃຫ້ເລື່ອນ ຫຼື ຍົກເລີກ ການແຂ່ງຂັນກິລາໂອແລມປິກໂຕກຽວເກມ 2021


ເມື່ອບໍ່ດົນມານີ້ຫຼາຍສື່ໃນປະເທດຍີ່ປຸ່ນ ໄດ້ສະເໜີຜົນສໍາຫຼວດຄວາມຄິດເຫັນຂອງປະຊາຊົນຍີ່ປຸ່ນຕໍ່ກັບສະຖານະການປັດຈຸບັນຂອງປະເທດ ໃນການເປັນເຈົ້າພາບງານມະຫະກໍາການແຂ່ງຂັນກິລາໂອແລມປິກໂຕກຽວເກມ 2021 ລະດູຮ້ອນຄັ້ງທີ 32 ຢູ່ນະຄອນຫຼວງໂຕກຽວ ໃນເດືອນກໍລະກົດ ຫຼື ເດືອນສິງຫາ ປີນີ້, ຜົນອອກມາວ່າປະຊາຊົນຫຼາຍກວ່າ 80/100 ຢາກໃຫ້ຍົກເລີກ ຫຼື ເລື່ອນການແຂ່ງຂັນອອກໄປ ຍ້ອນຜົນກະທົບຂອງພະຍາດໂຄວິດ-19 ຍັງບໍ່ປອດໄພ ແລະ ໜ້າເປັນຫ່ວງທີ່ສຸດ.

      ໃນຂະນະນີ້ ຫຼາຍປະເທດທົ່ວໂລກກໍໄດ້ຮັບຜົນກະທົບ ຈາກພະຍາດໂຄວິດ-19 ແລະ ພົບກັບຄວາມທ້າທາຍ ພ້ອມກັບຄວາມສ່ຽງຕ່າງໆທີ່ບໍ່ເຄີຍມີມາກ່ອນ. ໃນຂະນະທີ່ປະທານຄະນະກໍາມະການຈັດການແຂ່ງຂັນ ແລະ ຜູ້ຮ່ວມຈັດງານກໍຄືຄະນະກໍາມະການໂອແລມປິກສາກົນ ຫຼື IOC ກ່າວວ່າ: ການກະກຽມຄວາມພ້ອມສໍາລັບງານ ແມ່ນຄືບໜ້າຂຶ້ນເລື້ອຍໆ ໂດຍສະເພາະແມ່ນແຜນການຮັບມືຈາກພະຍາດໂຄວິດ-19 ເຊິ່ງຫວັງຢ່າງຍິ່ງວ່າ ວັກຊີນ ປ້ອງກັນໂຄວິດຈະມີປະສິດທິພາບສູງ ເຖິງການແຂ່ງຂັນ. ສໍາລັບງານມະຫະກໍາກິລາໂອແລມປິກຄັ້ງນີ້ ແມ່ນໄດ້ເລື່ອນຈາກປີ 2020 ມາເປັນປີ 2021 ຍ້ອນໂຄວິດ-19 ແລະ ການແຂ່ງຂັນນີ້ເພິ່ນຈະເລີ່ມແຂ່ງ 23 ກໍລະກົດ ຫາ 8 ສິງຫາ 2021, ເຊິ່ງຈະຊິງ 339 ຫຼຽນຄໍາ ໃນ 33 ປະເພດກິລາ, ການເລື່ອນງານຈາກປີ 2020 ມາຈັດໃນປີ 2021 ທັງປະເພດບຸກຄົນທົ່ວໄປ ແລະ ປະເພດບຸກຄົນພິການ ໃຊ້ງົບຂຽນງານໃໝ່ເພີ່ມເຖິງ 900 ລ້ານໂດລາ ສະຫະລັດ, ນັ້ນກໍໝາຍຄວາມວ່າຈະໃຊ້ງົບເພື່ອງານຄັ້ງນີ້ ເຖິງ 15,9 ຕື້ໂດລາສາຫະລັດ, ກາຍເປັນວ່າໃຊ້ງົບສູງສຸດໃນປະຫວັດສາດ.

ຂໍຂອບໃຈຂໍ້ມູນຈາກ:

https://www.facebook.com/vte9cha/videos/1003937336797546/

ຂອບໃຈຮູບພາບ:

https://www.google.com/search?q=Tokyo+Olympic+2021&sxsrf=ALeKk00GhtZvxyY03OogQsKGo-3VWRFoHg:1611037312115&source=lnms&tbm=isch&sa=X&ved=2ahUKEwjCg9XVrafuAhUGILcAHacEDBIQ_AUoAXoECBMQAw&biw=1280&bih=665#imgrc=Zhpt_tVmQsSdRM