ດູໄບ-ຟິນແລນ ເລີ່ມໃຊ້ໝາດົມກວດໂຄວິດ-19 ຢູ່ສະໜາມບິນ ພົບວ່າກວດໄດ້ໄວກວ່າເຄື່ອງ ຖືກຕ້ອງເກືອບ 100%


ໂລກຢູ່ກັບໂຄວິດ-19 ເກືອບຄົບຮອດປີແລ້ວ ແລະ ທຸກຄົນໃນໂລກກໍຢາກທີ່ຈະ “ມີຊີວິດປົກກະຕິ” ຢາກໄປທ່ຽວແລະເດີນທາງຂ້າມປະເທດຢ່າງປົກກະຕິແລ້ວ.

ເຖິງວ່ານ່ານຟ້າຈະເປີດແລ້ວ ແຕ່ຂັ້ນຕອນເຫຼົ່ານີ້ເຮັດໃຫ້ບໍ່ມີໃຜຢາກຈະເດີນທາງ ເຊິ່ງອຸປະສັກສຳຄັນໃນຕອນນີ້ກໍຄື ຈະເຂົ້າປະເທດໃດ ເມື່ອເຂົ້າໄດ້ກໍຕ້ອງຖືກຈັບກວດໂຄວິດແລະຖືກນຳຕົວໄປກັກກັນໂຣກ ເພາະໂດຍພື້ນຖານໂຣກອາດຈະໃຊ້ເວລາຝັກຕົວເຖິງ 14 ມື້ ແລະ ສິ່ງທີ່ຈະຊ່ວຍໄດ້ກໍຄື “ຂັ້ນຕອນທີ່ຈະເຮັດໃຫ້ການກວດນັ້ນມີຄວາມວ່ອງໄວແລະສະດວກຂຶ້ນ”

ປັດຈຸບັນ ເຄື່ອງ PCR ທີ່ໃຊ້ກວດໂຄວິດ-19 ທີ່ສະໜາມບິນ ເປັນເຕັກໂນໂລຊີມາດຕະຖານທາງວິທະຍາສາດຫຼ້າສຸດ ແຕ່ການກວດດ້ວຍເຄື່ອງນີ້ກໍກິນເວລາຫຼາຍຊົ່ວໂມງແນ່ນອນ ໂດຍສະເພາະໃນມື້ຄົນແໜ້ນສະໜາມບິນ ຄຳຖາມກໍຄືແລ້ວຈະເຮັດແນວໃດ ເມື່ອເຕັກໂນໂລຊີບໍ່ຕອບໂຈດ ແລະ ມື້ໜຶ່ງກໍມີຄົນໄປພົບວ່າ ຍັງມີເທັກນິກບູຮານກວ່ານັ້ນທີ່ສາມາດໃຊ້ງານໄດ້ຫຼາຍກວ່າ ນັ້ນກໍຄືການໃຊ້ “ໝາດົມກວດ”

  1. ຕອນນີ້ສະໜາມບິນດູໄບແຫ່ງສະຫະລັດອາຣັບເອມິເຣດ ເລີ່ມໃຊ້ໝາດົມກວດແລ້ວຕັ້ງແຕ່ເດືອນສິງຫາ 2020 ທີ່ຜ່ານມາ ແລະ ຫຼ້າສຸດໃນເດືອນກັນຍາປີດຽວກັນ ສະໜາມບິນກຸງເຮວຊິງກິ ປະເທດຟິນແລນກໍເລີ່ມໃຊ້ໝາດົມກວດ.

    ເຫດຜົນທີ່ມີການໃຊ້ແລະທະຍອຍກັນໃຊ້ຫຼາຍຂຶ້ນເລື້ອຍໆ ກໍບໍ່ແມ່ນຫຍັງເລີຍນອກຈາກວ່າມັນມີປະສິດທິພາບ ເຊິ່ງໃນຊ່ວງທຳອິດທີ່ດູໄບບຸກເບີກໃຊ້ນ້ອງໝາໃນການກວດໂຄວິດ-19 ຄົນເຂົ້າປະເທດຕ່າງຍັງມີຂໍ້ກັງວົນວ່າ ນ້ອງໝານີ້ຈະກວດໂຄວິດ-19 ໄດ້ແທ້ບໍ? ເນື່ອງຈາກງານວິໄຈຍັງມີໜ້ອຍ ແຕ່ຕໍ່ມາງານວິໄຈຈາກຫຼາຍປະເທດກໍຢືນຢັນວ່ານ້ອງໝາທີ່ຝຶກມາແລ້ວ ສາມາດແຍກ “ກິ່ນ” ຂອງຄົນທີ່ເປັນໂຄວິດ-19 ອອກຈາກຄົນທີ່ບໍ່ໄດ້ເປັນໄດ້ ໂດຍມີຄວາມຖືກຕ້ອງປະມານ 94-95% ເຊິ່ງໃກ້ຄຽງພໍທີ່ຈະໃຊ້ໃນການຄັດກອງ.

    ນອກຈາກນີ້ ງານວິໄຈຈາກຟິນແລນເອງຍັງຄົ້ນພົບທີ່ໜ້າສົນໃຈໄປກວ່ານັ້ນ ນັ້ນຄືນ້ອງໝາສາມາດກວດພົບການຕິດເຊື້ອໄດ້ຫຼາຍວັນກ່ອນທີ່ຄົນໆນັ້ນຈະມີອາການອີກ.
  2. ຂັ້ນຕອນການກວດດ້ວຍນ້ອງໝາກໍຄື ຢູ່ສະໜາມບິນເຂົາຈະເກັບເອົາຕົວຢ່າງເຫື່ອ ຫຼື ເນື້ອເຍື່ອຂອງຄົນໄປໃຫ້ເຫຼົ່ານ້ອງໝາທີ່ຝຶກໄປດົມໃນຄ້າຍ ດັ່ງນ້ັນຄົນທີ່ຢ້ານໝາກໍຈະກວດແບບນີ້ໄດ້ໂດຍບໍ່ຕ້ອງພົບໝາ ແລະ ເມື່ອດົມແລ້ວ ຖ້າພົບວ່າຕົວຢ່າງນັ້ນເປັນຂອງຄົນທີ່ມີເຊື້ອໂຄວິດ-19 ນ້ອງໝາກໍຈະສົ່ງສັນຍານຕາມທີ່ຝຶກມາ

3. ສິ່ງທີ່ຕະຫຼົກຄື ແທ້ໆແລ້ວມະນຸດກໍບໍ່ມີຄຳອະທິບາຍວ່າ ເປັນຫຍັງໝາຈຶ່ງສາມາດົມພົບເຊື້ອໂຄວິດ-19 ແຕ່ຈາກຄວາມຮູ້ພື້ນຖານແລ້ວ ດັງຂອງນ້ອງໝານີ້ມີປະສິດທິພາບເໜືອກວ່າມະນຸດຈົນເກີນຈິນຕະນາການ ພວກມັນມີປະສາດຮັບກິ່ນທີ່ດີກວ່າມະນຸດຫຼາຍພັນເທົ່າ ແລະ ຄວາມຕ່າງລະດັບນັ້ນ ມະນຸດທຸກມືນີ້ກໍຍັງບໍ່ສາມາດຈະພັດທະນາເຄື່ອງຈັກໃດໆ ມາໃຊ້ແທນດັງຂອງພວກມັນໄດ້.

ເຊິ່ງກໍບໍ່ໜ້າແປກ ຖ້າທຸກມື້ນີ້ທີ່ສະໜາມບິນ ເຮົາຍັງມີນ້ອງໝາທີ່ຝຶກມາໃຊ້ດົມຢາເສບຕິດຢູ່ ເພາະມະນຸດພັດທະນາເຄື່ອງກວດຈັບກິ່ນທີ່ດີເທົ່າດັງພວກມັນອອກມາບໍ່ໄດ້ ແລະການທີ່ເອົາພວກມັນມາກວດໂຄວິດ-19 ກໍຖືເປັນການຂະຫຍາຍການໃຊ້ທັກສະການດົມທີ່ “ເໜືອມະນຸດ” ລະດັບເກີນຈິນຕະນາການຂອງພວກມັນນັ້ນເອງ.

4. ການໃຊ້ນ້ອງໝາດົມເພື່ອກວດໂຄວິດ-19 ຖ້າແຜ່ໄປໃນວົງກວ້າງຈະເພີ່ມມາດຕະການການຄັດກອງໃນພື້ນທີ່ຕ່າງໆ ແລະ ນັ້ນບໍ່ແມ່ນແຕ່ການເດີນທາງເຂົ້າປະເທດ ແຕ່ອາດຈະລວມເຖິງພື້ນທີ່ສຸ່ມສ່ຽງຢ່າງງານອີເວ້ນຕ່າງໆ ທີ່ຄົນຫຼາຍໆ.

ແລະ ນັ້ນກໍຈະຊ່ວຍໃຫ້ມະນຸດເຮົາຕໍ່ສູ້ກັບໂຄວິດ-19 ໄດ້ດີຂຶ້ນຫຼາຍ ໂດຍສະເພາະໃນປະເທດທີ່ລະບາດໜັກໆ ເຊິ່ງມາຮອດມື້ນີ້ ຈະເຫັນວ່າຫຼາຍປະເທດເລີ່ມເຮັດການຝຶກນ້ອງໝາໃຫ້ດົມກວດກັນແລ້ວ ແລະ ໃນປີ 2021 ນີ້ເຮົາອາດຈະໄດ້ເຫັນນ້ອງໝາກາຍເປັນອາວຸດໃນການຕໍ່ສູ້ກັບໂຄວິດ-19 ຂອງມວນມະນຸດຢ່າງເປັນທາງການກໍເປັນໄດ້.

ພາບ: Euronews, MarketWatch

ທີ່ມາ: