ນັກວິເຄາະຄາດ ລາຄາ Bitcoin ອາດຈະລົດລົງຮອດ $32,000 ຫຼັງຢືນຢູ່ເໜືອລະດັບ $38,000 ບໍ່ໄຫວ


ໃນຊ່ວງອາທິດທີ່ຜ່ານມາ ລາຄາ Bitcoin ນັ້ນໄດ້ຂຶ້ນສູງຫຼາຍ ໂດຍຂຶ້ນໄປຢູ່ທີ່ເໜືອ $38,000 ເຊິ່ງຖືເປັນແນວຕ້ານທີ່ສຳຄັນ ໂດຍຫຼັງຈາກນັ້ນຄູ່ເທຣດ BTCUSD ກໍມີການແລ່ນໄປຮອດລາຄາ $40,000 ຢູ່ໄລຍະໜຶ່ງ ກ່ອນທີ່ຈະລົງມາຢ່າງຮຸນແຮງຈາກລະດັບດັ່ງກ່າວ.

ໂດຍແນວຕ້ານນັ້ນຢູ່ທີ່ລະດັບລາຄາ $40,036 ອີກທັງກ່ອນໜ້ານີ້ລາຄາຍັງໄດ້ຢູ່ເໜືອເສັ້ນ moving average 100 ວັນເທິງກຣາຟ 4 ຊົ່ວໂມງ ໂດຍເມື່ອບໍ່ດົນມານີ້ລາຄາມັນໄດ້ລົດລົງໄປຢູ່ໃຕ້ $38,000 ແລະ $36,000 ຕາມລຳດັບ ກ່ອນທີ່ຈະລົດລົງໄປຫາແນວຮັບທີ່ລາຄາ $34,139 ອີກດ້ວຍ.

ປັດຈຸບັນລາຄາຫຼຽນດັ່ງກ່າວນັ້ນຍັງຄົງຢູ່ເໜືອ 35,000 ແລະ ເສັ້ນ moving average 100 ວັນ ນອກຈາກນີ້ລາຄານັ້ນຍັງພະຍາຍາມທີ່ຈະແລ່ນຜ່ານເສັ້ນ 61.8% fib ອີກດ້ວຍແຕ່ບໍ່ສຳເລັດ ສົ່ງຜົນເຮັດໃຫ້ມັນລົດລົງຈາກລະດັບລາຄາທີ່ $40,036 ລົງໄປຢູ່ທີ່ $34,319 ອີກດ້ວຍ.

ກຣາຟ BTCUSD ຈາກ TradingView

ປັດຈຸບັນ ຫາກເຮົາລອງເບິ່ງກຣາຟ Bitcoin ເທິງ timeframe ຂະຫນາດກາງຈະເຫັນວ່າ Bitcoin ນັ້ນກຳລັງໄຊເວຢູ່ໃນສາມຫຼ່ຽມໃຫຍ່ໆ ກັບ ລະດັບ $35,550 ໃນກຣາຟ 4 ຊົ່ວໂມງຂອງຄູ່ເທຣດ BTCUSD ເຊິ່ງແນວຮັບຂອງຫຼ່ຽມດັ່ງກ່າວນັ້ນຢູ່ທີ່ໃກ້ໆກັບ $35,000 ແລະ ເສັ້ນ moving average ແບບ 100 ວັນເທິງກຣາຟ 4 ຊົ່ວໂມງນັ້ນເອງ.

ນັກວິເຄາະຈາກສື່ຄຣິບໂຕແຫ່ງໜຶ່ງຄາດການວ່າ ຫາກລາຄານັ້ນມີການລົດລົງມາຈາກລະດັບ $35,000 ແລະ $35,000 ນັ້ນ ລາຄາຂອງ Bitcoin ອາດຈະມີການປັບຕົວຕ່ຳລົງໄປກວ່ານີ້ກໍເປັນໄດ້ ໂດຍແນວຮັບຕົວສຳຄັນນັ້ນຢູ່ທີ່ລະດັບໃກ້ໆກັບ $34,000 ຫາກລາຄານັ້ນເສຍລະດັບດັ່ງກ່າວ ອາດຈະເຮັດໃຫ້ມັນແລ່ນໄປຢູ່ທີ່ $32,000 ແລະ $30,000 ໄດ້ຕາມລຳດັບ ອ້າງອີງຈາກນັກວິເຄາະ.

ມຸມມອງດ້ານຂາຂຶ້ນ: ຫາກລາຄາ Bitcoin ນັ້ນສາມາດທີ່ຈະຢືນເໜືອແນວຮັບທີ່ $35,000 ແລະ ເສັ້ນ moving average (ກຣາຟ 4 ຊົ່ວໂມງໄດ້) ເຮົາອາດຈະໄດ້ເຫັນການທະຍານຂຶ້ນຂອງລາຄາຄັ້ງໃຫມ່.

ໂດຍແນວຕ້ານນັ້ນຢູ່ທີ່ $38,600 ແລະ ລວມເຖິງເສັ້ນຂອງສາມຫຼ່ຽມດ້ານເທິງອີກດ້ວຍ ເຊິ່ງມັນເຂົ້າໃກ້ກັບ 76.4% fib retracement ທີ່ເລີ່ມລົດລົງຕັ້ງແຕ່ລະດັບລາຄາ $40,036 ຈົນມາເຖິງຈຸດຕ່ຳທີ່ $34,319 ຫາກລາຄານັ້ນສາມາດທີ່ຈະປິດຕົວເໜືອ $38,600 ໄດ້ ເຮົາອາດຈະໄດ້ເຫັນລາຄາທີ່ຂຶ້ນໄປຢູ່ເໜືອ $40,000 ກໍເປັນໄດ້.

ຢ່າງໃດກໍຕາມ ນີ້ເປັນພຽງແຕ່ການຄາດການຂອງນັກວິເຄາະເທົ່ານັ້ນ ເຊິ່ງເປັນຄວາມເຫັນສ່ວນຕົວ ດັ່ງນັ້ນ,ນັກລົງທຶນຈຶ່ງບໍ່ຄວນທີ່ຈະໃຊ້ເພື່ອເປັນຕົວຕັດສິນໃນການເທຣດເດັດຂາດ.

ພາບ: The Independent

ທີ່ມາ: https://siamblockchain.com/2021/01/17/analysis-btc-bitcoin-btc-could-dive-to-32k/