ສະພາບອາກາດໃນ ສປປ ລາວ ຕັ້ງແຕ່ວັນທີ 18-24 ມັງກອນ 2021


ສະພາບອາກາດໃນໄລຍະວັນທີ 18-20  ຄາດຄະເນວ່າ: ມວນອາກາດໜາວເຢັນຈາກປະເທດຈີນຈະເພີ່ມກໍາລັງແຮງ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ ຈະເຮັດໃຫ້ອຸນຫະພູມທົ່ວໄປໜາວເຢັນລົງ 1-3 ອົງສາ. ສະເພາະແມ່ນເຂດພູສູງ, ພູດອຍ ແລະ ຮ່ອມພູ, ບັນດາແຂວງພາກເໜືອ.

ສະພາບອາກາດໃນໄລຍະວັນທີ 21-24 ມວນອາກາດເຢັນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ຈະເຮັດໃຫ້ອາກາດອຸ່ນຂຶ້ນຢູ່ທົ່ວໄປໃນແຕ່ລະພາກ, ແຕ່ສະພາບອາກາດຄົງໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງບາງໂອກາດເຊັ່ນ: ແຂວງພາກເໜືອ, ເຂດພູສູງ, ພູດອຍ ແລະ ບັນດາແຂວງພາກເໜືອ.

     ພາກເໜືອດ້ານຕາເວັນອອກ: ອາກາດໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ – ຕອນເຊົ້າ ອຸນຫະພູມຕໍ່າສຸດສະເລ່ຍ 03-09 ອົງສາ ແລະ ສູງສຸດ 21-24 ອົງສາ.

     ພາກເໜືອດ້ານຕາເວັນຕົກ: ອາກາດໜາວເຢັນ ຫາ ໜາວຫຼາຍ ມີໝອກປົກຫຸ້ມໃນຕອນກາງຄືນ-ຕອນເຊົ້າ ອຸນຫະພູມຕໍ່າສຸດ 05-12 ອົງສາ ແລະ ສູງສຸດ 28-30 ອົງສາ.

     ພາກກາງ: ອາກາດໜາວເຢັນ ໃນຕອນເຊົ້າ-ກາງຄືນ ມີໝອກ ແລະ ອາດມີລົມ ພັດແຮງເປັນບາງໂອກາດ ອຸນຫະພູມຕໍ່ສຸດ 10-14 ອົງສາ, ສູງສຸດ 29-31 ອົງສາ.

     ສະເພາະແຂວງໄຊສົມບູນ: ອາກາດໜາວຫຼາຍ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ທ້ອງຖິ່ນ ອາກາດຈະຮ້ອນໃນຕອນບ່າຍ, ອຸນຫະພູມຕໍ່າສຸດ 04-07 ອົງສາ ແລະ ສູງສຸດ 29-31 ອົງສາ.

     ພາກໃຕ້: ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກປົກຫຸ້ມໃນຕອນກາງຄືນ-ຕອນເຊົ້າ ອາກາດຈະຮ້ອນຕອນບ່າຍ, ອຸນຫະພູມຕໍ່າສຸດ 14-17 ອົງສາ ແລະ ສູງສຸດ 30-32 ອົງສາ.

     ສະເພາະພູພຽງບໍລິເວນ: ອາກາດຈະໜາວເຢັນຫຼາຍ, ມີໝອກປົກຫຸ້ມໃນຕອນເຊົ້າ ແລະ ອາດຈະມີຝົນຕົກຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມຕໍ່າສຸດ 04-07 ອົງສາ ແລະ ສູງສຸດ 20-22 ອົງສາ.

     ນະຄອນຫຼວງວຽງຈັນ: ອາກາດຮ້ອນໃນຕອນບ່າຍ ແລະ ອາກາດໜາວເຢັນ ພ້ອມມີໝອກປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ, ອຸນຫະພູມຕໍ່າສຸດ 13-15 ອົງສາ ແລະ ສູງສຸດ 30-32 ອົງສາ.

ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ