Epic Games Store ແຈກຟຣີ Battlefront II Celebration Edition


Epic Games Store ແຈກຟຣີເກມ Star Wars: Battlefront 2 Celebration Edition ພ້ອມເນື້ອຫາເສີມໄວ້ໃຫ້ຄົບຖ້ວນ ສາມາດເຂົ້າໄປກົດຮັບເອົາໄດ້ຈົນຮອດວັນທີ 21 ເວລາປະມານ 23:00 ຕາມເວລາບ້ານເຮົາ. ເຊິ່ງການແຈກເກມໃນເທື່ອນີ້ບໍ່ແມ່ນການແຈກແບບຊົ່ວຄາວ ເພາະເປັນການແຈກແບບຖາວອນ ສາມາດໂຫລດມາແລ້ວຫຼິ້ນໄດ້ຕະຫຼອດໄປ.

ໃນຂັ້ນຕອນການດາວໂຫລດນັ້ນ ເມື່ອກົດຮັບແລ້ວຜູ້ຫຼິ້ນຈະຕ້ອງໂຫລດ ແລະ ລັອກອິນເຂົ້າ Origin ກ່ອນ ແລ້ວກັບໄປກົດຕິດຕັ້ງເກມຜ່ານ Epic Games Store ຕົວເກມຈຶ່ງຈະໄປປະກົດ ແລະ ດາວໂຫລດໄດ້ຜ່ານ Origin ຫຼັງຈາກນັ້ນກໍເຂົ້າຜ່ານທາງ Origin ຢ່າງດຽວ ບໍ່ຕ້ອງລັອກອິນເຂົ້າ Epic ແລ້ວ.

ແຕ່ເຖິງຢ່າງໃດກໍຕາມຊ່ວງນີ້ໜ້າຈະມີຄົນເລີ່ມດາວໂຫລດກັນທົ່ວໂລກ ເຮັດໃຫ້ Server Origin ເຮັດວຽກໜັກບາງຄົນອາດປະສົບປັນຫາຕົວເກມດາວໂຫລດບໍ່ໄດ້.

ສຳລັບເກມ Star Wars Battlefront II ເປັນອີກເກມ FPS ຂອງແຟຣນໄຊສ໌ Star Wars ທີ່ໂດດເດັ່ນໃນເລື່ອງຂອງ Multiplayer ທີ່ຈະໄດ້ຫຼິ້ນຮ່ວມກັບຄົນອື່ນ ທັງສູ້ກັນໃນສະໜາມຮົບ ທັງທາງບົກຈົນໄປຮອດການຂັບຍານອະວະກາດສູ້ກັບສັດຕູ ແລະ ເຮົາຍັງສາມາດຮັບບົດບາດຫຼິ້ນເປັນຕົວລະຄອນຫຼັກໃນ Star Wars ໄດ້ເຊັ່ນດຽວກັນ.

ທີ່ມາ: https://www.blognone.com/node/120630

https://teroasia.com/news/225082