PlayStation ປະກາດກຽມຢຸດການຜະລິດແຜ່ນເກມສຳລັບທຸກເກມໃໝ່ເລີ່ມຕົ້ນເດືອນມັງກອນປີ 2028 ເພື່ອຕອບສະໜອງພຶດຕິກຳຜູ້ບໍລິໂພກທີ່ຫັນສູ່ຍຸກດິຈິຕອນຢ່າງເຕັມຕົວ. ການປ່ຽນແປງນີ້ຈະປ່ຽນໂສມໜ້າຕະຫຼາດເກມໃຫ້ກ້າວສູ່ການຊື້ຂາຍອອນລາຍຢ່າງສົມບູນ ເຊິ່ງຈະສົ່ງຜົນກະທົບໂດຍກົງຕໍ່ຮູບແບບການເຂົ້າເຖິງເກມຂອງຜູ້ຫຼິ້ນທົ່ວໂລກ ແລະ ອຸດສາຫະກຳຮ້ານຄ້າຍ່ອຍໃນອະນາຄົດອັນໃກ້ນີ້.
ບໍລິສັດ Sony ໄດ້ເປີດເຜີຍຜ່ານເວັບໄຊຂອງຕົນວ່າ ນັບຕັ້ງແຕ່ປີ 2028 ເປັນຕົ້ນໄປ ເກມໃໝ່ທັງໝົດທີ່ປ່ອຍລົງເຄື່ອງຄອນໂຊລລຸ້ນຕ່າງໆຂອງຕົນ ຈະຖືກວາງຈຳໜ່າຍສະເພາະຜ່ານຊ່ອງທາງ PlayStation Store ຫຼື ການຊື້ດິຈິຕອນໂຄດຜ່ານຮ້ານຄ້າຕົວແທນຈຳໜ່າຍເທົ່ານັ້ນ.
ທາງບໍລິສັດລະບຸວ່າ ນີ້ຄືທິດທາງທີ່ເປັນທຳມະຊາດໃນການປັບຕົວ ເນື່ອງຈາກຄວາມນິຍົມໃນການຊື້ເກມແບບດິຈິຕອນຂອງຜູ້ບໍລິໂພກນັ້ນເຕີບໂຕໄວກວ່າການຊື້ແຜ່ນຫຼາຍ. ຢ່າງໃດກໍຕາມ ສຳລັບຜູ້ທີ່ຍັງມັກການສະສົມແຜ່ນກໍບໍ່ຕ້ອງເປັນຫ່ວງ ເພາະການຕັດສິນໃຈຄັ້ງນີ້ຈະບໍ່ສົ່ງຜົນກະທົບຕໍ່ແຜ່ນເກມທີ່ໄດ້ວາງຈຳໜ່າຍກ່ອນປີ 2028 ແຕ່ຢ່າງໃດ.
ໃນຂະນະດຽວກັນ ຄູ່ແຂ່ງຄົນສຳຄັນຢ່າງ Xbox ກໍກຳລັງເຄື່ອນໄຫວໃນທິດທາງດຽວກັນ. ສື່ຕ່າງປະເທດ The Verge ໄດ້ລາຍງານວ່າ ພະນັກງານໃນພະແນກເກມຂອງ Microsoft ກຳລັງເລີ່ມທົດສອບຟີເຈີໃໝ່ ທີ່ຈະຊ່ວຍໃຫ້ຜູ້ໃຊ້ສາມາດປ່ຽນແຜ່ນເກມທີ່ສະສົມໄວ້ໃນເຄື່ອງ Xbox One ແລະ Series X/S ໃຫ້ກາຍເປັນຮູບແບບດິຈິຕອນໄດ້ ເຊິ່ງເປັນການຢໍ້າຄືນເຖິງຈຸດຈົບຂອງຍຸກແຜ່ນເກມທີ່ກຳລັງຈະມາເຖິງ.
ນອກຈາກການຫັນປ່ຽນສູ່ຍຸກດິຈິຕອນແລ້ວ ຜູ້ຜະລິດເຄື່ອງເກມຄອນໂຊລຊັ້ນນຳຍັງຕ້ອງປະເຊີນກັບບັນຫາລາຄາຊິບໜ່ວຍຄວາມຈຳທີ່ເພີ່ມສູງຂຶ້ນ ເຊິ່ງເປັນຜົນພວງມາຈາກການຂະຫຍາຍຕົວຂອງອຸດສາຫະກຳປັນຍາປະດິດ (AI) ຈົນນຳໄປສູ່ການປັບຂຶ້ນລາຄາເຄື່ອງໃນທ້ອງຕະຫຼາດ. ກ່ອນໜ້ານີ້ໃນເດືອນເມສາ Sony ໄດ້ປັບຂຶ້ນລາຄາ PlayStation 5 ຮຸ່ນໃສ່ແຜ່ນຈາກ 549.99 ໂດລາ ເປັນ 649.99 ໂດລາ. ສ່ວນ Microsoft ກໍກຽມປັບຂຶ້ນລາຄາ Xbox Series S ຄວາມຈຸ 512GB ອີກປະມານ 100 ໂດລາ ຂຶ້ນໄປແຕະທີ່ 500 ໂດລາ ໃນວັນທີ 1 ສິງຫານີ້.
#LaoX #PlayStation #Xbox #GamingNews #DigitalGames #PS5 #ຂ່າວເກມ #ເທັກໂນໂລຊີ


