BattleBit Remastered ເກມຫຼ່ຽມ ສະເປກຕໍ່າ ທີ່ເກີດມາຂ້າ Battlefield 2042 ມີຍອດຂາຍ 1,8 ລ້ານຊຸດພາຍໃນ 2 ​ອາທິດ


ໃນໄລຍະທີ່ຜ່ານມາ ຖ້າກ່າວເຖິງເກມທະຫານ ແນວ Shooting ທີ່ຫຼິ້ນກັນຫຼາຍໆຄົນກໍຄົງຕ້ອງນຶກເຖິງ Battlefield 2042 ເກມແນວ Shooting ລະດັບ AAA ທີ່ສວຍງາມທັງພາບ ກຣາຟຟິກ ທັງສີ ທັງລະບົບການຫຼິ້ນຕ່າງໆ. ແຕ່ເມື່ອ 2 ອາທິດທີ່ຜ່ານມາ ນັກຫຼິ້ນເກມແນວນີ້ ເລີ່ມເທໃຈໃຫ້ກັບ BattleBit Remastered ເກມ Shooting ສະເປກຕໍ່າ ທີ່ເກີດມາຂ້າ Battlefield 2042 ພິສູດດ້ວຍຍອດຂາຍ 1,8 ລ້ານຊຸດພາຍໃນ 2 ​ອາທິດ.

ສຳລັບ BattleBit Remastered ເປັນຜົນງານການຈັບມືກັນລະຫວ່າງ MrOkiDoki, BATTLEKOT ແລະ TheLiquidHorse ທີ່ຖອດແບບອອກມາຈາກ Battlefield 2042  ເລີຍ ແຕ່ຄວາມໜ້າສົນໃຈກໍຄື ກຣາຟຟິກຂອງເກມນີ້ບໍ່ໄດ້ມີຄວາມອະລັງການທຽບເທົ່າກັບ Battlefield 2042 ແຖມຍັງເປັນ Polygon ທີ່ເປັນໂລກຫຼ່ຽມໆ ອີກ ແຕ່ແຝງໄປດ້ວຍລາຍລະອຽດຕ່າງໆ ເຊັ່ນການລົ້ມຂອງຕຶກ ລາຍລະອຽດຂອງ ການເຄື່ອນໄຫວ ການແລ່ນ ການຍິງຕ່າງໆ ລວມໄປເຖິງ ການປັບແຕ່ງອາວຸດປະຈຳຕົວ ທີ່ສາມາດປັບແຕ່ງໄດ້ບໍ່ນ້ອຍໜ້າກັບເກມແນວ Shooting ລະດັບແຖວໜ້າເລີຍ.

ເຊິ່ງຕົວເກມສາມາດຮອງຮັບຜູ້ຫຼິ້ນໄດ້ຫຼາຍເຖິງ 254 ຄົນໃນເຊີບເວີດຽວ ເຊິ່ງເປັນການຕໍ່ສູ້ທີ່ມີຂະໜາດໃຫຍ່ພໍສົມຄວນ  ທີ່ສາມາດສູ້ຮົບກັນໄດ້ທັງເທິງດິນ ການເອີ້ນໜ່ວຍສະໜັບສະໜູນທາ

ງອາກາດ ຫຼື ໃນເຮືອ. ເອີ້ນໄດ້ວ່າເປັນອີກໜຶ່ງເກມ Shooting Online ອີກໜຶ່ງເກມທີ່ກຳລັງໄດ້ຮັບກະແສທີ່ດີເລີຍໃນຂະນະນີ້ິ້.

 ໂດຍຕົວເກມໄດ້ເປີດຂາຍໄປແລ້ວເມື່ອ 2 ອາທິດທີ່ຜ່ານມາໃນ Steam ເຊິ່ງມີຍອດກົດເຂົ້າເບິ່ງກວ່າ 8 ແສນຄົນທັນທີ ເມື່ອເປີດຕົວ, ແລະ ມີຍອດຂາຍໃນ 2 ອາທິດທຳອິດຢູ່ທີ່ 1,8 ລ້ານຊຸດ ແລະ ມີຜູ້ຫຼິ້້ນພ້ອມກັນໃນມື້ເປີດຕົວສູງສຸດເຖິງ 87.323 ຄົນຕໍ່ມື້ ແລະ ໃນປັດຈຸບັນມີຜູ້ຫຼິ້ນພ້ອມກັນເຖິງ 70.000 ຄົນຕໍ່ມື້ ຫຼາຍກວ່າ Battlefield 2042 ທີ່ມີຜູ້ຫຼິ້ນລວມກັນຕໍ່ມື້ພຽງແຕ່ 10.000 ຄົນ ເທົ່ານັ້ນ.

ເຖິງຢ່າງໃດກໍຕາມຍອດຂາຍ 2 ອາທິດທຳອິດ ທີ່ 1,8 ລ້ານຊຸດ ກໍຍັງຖືວ່າໜ້ອຍກວ່າເກມຕຳນານຢ່າງ Battlefield 2042 ຢູ່ເພາະໃນອາທິດທໍອິດທີ່ Battlefield 2042 ວາງຂາຍ ສາມາດບັນລຸຍອດຂາຍໄປເຖິງ 4,23 ລ້ານຊຸດກັນເລີຍ. ແຕ່ຄວາມມ່ວນ ແລະ ເຂົ້າເຖິງງ່າຍຂອງ BattleBit Remastered ກໍເບິ່ງຄືວ່າຈະຍາດຜູ້ຫຼິ້ນອອກຈາກ Battlefield 2042 ນັບມື້ນັບຫຼາຍຂຶ້ນ.

         ປັດຈຸບັນ Battlefield 2042 ກໍາລັງປະສົບກັບບັນຫາຜູ້ຫຼິ້ນໜ້ອຍລົງທຸກມື້ ເພາະແຟນໆຫັນໄປຫຼິ້ນພາກເກົ່າ ແລະ ບາງກຸ່ມກໍປ່ຽນເກມຫຼິ້ນໄປເລີຍ ເຖິງແມ່ນວ່າທາງ Electronic Arts [EA] ແລະ  DICE ເຊິ່ງເປັນຜູ້ພັດທະນາເກມນີ້ ຈະພະຍາຍາມແກ້ ແລະ ອອກພາກເສີມມາເລື້ອຍໆ ແຕ່ກໍເບິ່ງຄືວ່າຈະບໍ່ໄດ້ສຽງຕອບຮັບທີ່ດີຈາກແຟນໆພໍປານໃດ.

ຂອບໃຈຂໍ້ມູນຈາກ: dsogaming, steampowered

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/