Epic Game ຟ້ອງຮ້ອງ Apple / Google ຜູກຂາດໃນສະຫະຣາຊະອານາຈັກ


Epic Games ຂະຫຍາຍເວທີຄວາມຂັດແຍ້ງເລື່ອງການຜູກຂາດຂອງ Apple ແລະ Google ອອກໄປນອກສະຫະລັດອາເມຣິກາ ໂດຍກ່ອນໜ້ານີ້ມີ ອອສເຕເລຍ ໄປແລ້ວ ຫຼ້າສຸດເປັນເວທີໃນສະຫະຣາຊະອານາຈັກ.

Epic Games ຍື່ນຄຳຟ້ອງໄປຍັງຕຸລາການພິຈາລະນາຄະດີອຸທອນດ້ານການແຂ່ງຂັນ (Competition Appeal Tribunal) ຂອງສະຫະຣາຊະອານາຈັກ ໂດຍໃນຄຳຟ້ອງ Epic ອ້າງການໃຊ້ອຳນາດເໜືອຕະຫຼາດຂອງ Apple ທີ່ບັງຄັບໃຫ້ໃຊ້ງານ Apple Store ແລະ ລະບົບຈ່າຍເງິນ in – app ຂອງ Apple ແຕ່ພຽງຜູ້ດຽວ.

Epic ຍັງຢືນຢັນເຊັ່ນເກົ່າວ່າການຟ້ອງຮ້ອງທັງໃນສະຫະລັດອອສເຕເລຍ ແລະ ສະຫະຣາຊະອານາຈັກ ບໍ່ໄດ້ເພື່ອຕ້ອງການຮຽກຄວາມເສຍຫາຍໃດໆ ພຽງແຕ່ຕ້ອງການໃຫ້ເກີດການເຂົ້າເຖິງ ແລະ ການແຂ່ງຂັນທີ່ເປັນທຳສຳລັບຜູ້ບໍລິໂພກ.

ທີ່ມາ: https://www.blognone.com/node/120629