ມາຮູ້ຈັກກັບ ໂມເດວທຸລະກິດເກມເທິງມືຖື ໃຫ້ຄົນຫຼິ້ນຟຣີ ແລ້ວເຈົ້າຂອງເກມໄດ້ເງິນມາຈາກໃສ?


ເກມໃນໂທລະສັບທີ່ເຈົ້າຫຼິ້ນເກມທຳອິດແມ່ນເກມຫຍັງຍັງຈື່ໄດ້ບໍ່?

ເມື່ອເວົ້າເຖິງເກມໃນໂທລະສັບ ຢ້ອນກັບໄປປະມານ 20 ປີກ່ອນທີ່ໃນໂທລະສັບໂນເກຍ (NOKIA) ຈະມີເກມງູ ແລະ ເກມຂັບຍານຍິງສັດປະຫຼາດ ເຊິ່ງເຮົາສາມາດຫຼິ້ນໄດ້ຄົນດຽວ

ແຕ່ເມື່ອຕັດພາບມາທີ່ປັດຈຸບັນເຮົາສາມາດຫຼິ້ນເກມໄດ້ພ້ອມກັບຄົນອື່ນອີກເປັນ 100 ຄົນໃນດ່ານດຽວກັນເຊັ່ນເກມ PUBG, RoV, DOTA ຫຼື LoL ທີ່ເມື່ອກ່ອນຫຼິ້ນໄດ້ແຕ່ຢູ່ຄອມພິວເຕີເທົ່ານັ້ນ

ແລະເກມເຫຼົ່ານີ້ກຳລັງໄດ້ຮັບຄວາມນິຍົມ ເນື່ອງຈາກໃຊ້ເວລາບໍ່ດົນໃນການຫຼິ້ນ ແລະ ສ່ວນໃຫຍ່ແມ່ນດາວໂຫຼດໄດ້ຟຣີ, ດ້ວຍຄວາມນິຍົມດັ່ງກ່າວ ຈາກຂໍ້ມູນບໍລິສັດວິໄຈອຸດສາຫະກຳເກມ Newzoo ໄດ້ສະແດງໃຫ້ເຫັນວ່າ ເກມໃນໂທລະສັບສາມາດສ້າງລາຍໄດ້ຫຼາຍກວ່າເກມໃນຄອມພິວເຕີເກືອບ 3 ເທົ່າ

ເມື່ອເກມມືຖືສ່ວນໃຫຍ່ເປັນເກມທີ່ດາວໂຫຼດມາຫຼິ້ນໄດ້ຟຣີ ແລ້ວບໍລິສັດຜູ້ພັດທະນາເກມສ້າງລາຍໄດ້ຈາກທາງໃດ?

Tencent ແມ່ນບໍລິສັດເກມທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງເປັນເຈົ້າຂອງເກມ PUBG, Call of Duty ແລະ RoV

ເຖິງວ່າ Tencent ຈະໃຫ້ດາວໂຫຼດເກມເຫຼົ່ານີ້ໄດ້ຟຣີແຕ່ກໍສາມາດສ້າງລາຍໄດ້ຈາກທຸລະກິດເກມໄດ້ເຖິງ 82 ພັນລ້ານໂດລາ

ໂມເດວທຸລະກິດຂອງເກມປັດຈຸບັນ ສ່ວນໃຫຍ່ແມ່ນຈະມຸ່ງເນັ້ນໄປທີ່ການສ້າງ Network effects ເພື່ອໃຫ້ຜູ້ຫຼິ້ນຊວນໝູ່ມາຫຼິ້ນເກມ ແລະ ສ້າງການມີສ່ວນຮ່ວມຂອງຜູ້ຫຼິ້ນເພື່ອໃຫ້ຜູ້ຫຼິ້ນຢູ່ໃນ ecosystems ໄດ້ດົນຂຶ້ນ

ກົນລະຍຸດຂອງເກມຟຣີເທິງມືຖືສ່ວນໃຫຍ່ມີ 2 ປະເພດຫຼັກໆຄື:

  1. ການຂາຍໄອເທມໃນເກມ (In-app Purchase): ຜູ້ພັດທະນາເກມຈະສ້າງໄອເທມພິເສດເຊັ່ນ: ຊຸດເກາະລາຍພິເສດ ຫຼື ໄອເທມທີ່ຊ່ວຍເສີມຄວາມສາມາດໃນເກມເຊັ່ນ: ອາວຸດໂຈມຕີທີ່ແຮງຂຶ້ນເພື່ອໃຫ້ຄົນຢາກຊື້. ໃນຂະນະດຽວກັນກໍຕ້ອງຮັກສາຄວາມສົມດຸນຂອງບັນດາໄອເທມເຫຼົ່ານັ້ນ ເພາະຖ້າໃຫ້ມັນເສີມຄວາມສາມາດຫຼາຍເກີນໄປກໍຈະເຮັດໃຫ້ຜູ້ຫຼິ້ນທີ່ບໍ່ໄດ້ເຕີມເງິນຊື້ຮູ້ສຶກເບື່ອເພາະຫຼິ້ນຈັ່ງໃດກໍບໍຊະນະຄົນທີ່ຊື້ ຖ້າຫາກໄອເທມນັ້ນຊ່ວຍໄດ້ໜ້ອຍເກີນໄປກໍຈະເຮັດໃຫ້ຂາຍບໍ່ອອກ. ນອກນັ້ນຍັງມີກົນລະຍຸດໃນການຂາຍທີ່ເຮົາມັກຈະເຫັນໃນລັກສະນະຂອງກ່ອງສຸ່ມໄອເທມ ຫຼື ທີ່ຮູ້ຈັກກັນໃນຊື່ ກ່ອງສຸ່ມກາຊານັ້ນເອງ ນີ້ເປັນກົນລະຍຸດທີ່ເຮັດໃຫ້ຜູ້ຫຼິ້ນຮູ້ສຶກຕື່ນເຕັ້ນ ເພາະການໄດ້ລຸ້ນ ເກີດມີຄວາມຄາດຫວັງວ່າຈະໄດ້ຂອງຮາງວັນທີ່ດີທີ່ສຸດເຊິ່ງມີໂອກາດພຽງໜ້ອຍດຽວ ແລະບໍ່ລັງເລທີ່ຈະເຕີມເງິນເພື່ອສຸ່ມໄອເທມເລື້ອຍ
  2. ການຂາຍພື້ນທີ່ໂຄສະນາເຮົາອາດຈະເຄີຍຫຼິ້ນເກມ ແລ້ວຢູ່ໆມີໂຄສະນາແອັບ ແລະ ເກມອື່ນໆຂຶ້ນມາກວນໃຈ ຫຼືຕ້ອງເບິ່ງໂຄສະນາເຫຼົ່ານັ້ນເພື່ອພະລັງສຳລັບຫຼິ້ນເກມຕໍ່ ແມ່ນບໍ່? ສິ່ງນີ້ເອງກໍເປັນອີກຊ່ອງທາງຫາລາຍໄດ້ໜຶ່ງຂອງເກມເທິງມືຖືຈຳນວນຫຼາຍ ເພາະແອັບ ແລະ ເກມທີ່ເຂົ້າມາລົງໂຄສະນານັ້ນຈະຕ້ອງໄດ້ເສຍເງິນເພື່ອແລກກັບພື້ນທີ່ໂຄສະນາ ໂດຍສະເພາະກັບເກມທີ່ມີຄົນຫຼິ້ນຈຳນວນຫຼາຍຍິ່ງຈະສາມາດສ້າງລາຍໄດ້ຈາກໂຄສະນາໄດ້ຫຼາຍນອກຈາກນັ້ນ ເກມຍັງເປັນສື່ອີກຮູບແບບໜຶ່ງທີ່ຄົນຮຸ່ນໃໝ່ເຂົ້າເຖິງຈຳນວນຫຼາຍ ດັ່ງນັ້ນ, ຜູ້ພັດທະນາເກມກໍສາມາດຂາຍພື້ນທີ່ໂຄສະນາໃຫ້ກັບສິນຄ້າທີ່ມີກຸ່ມເປົ້າໝາຍເປັນຄົນຮຸ່ນໃໝ່ໄດ້ເຊັ່ນກັນ

ນອກຈາກສອງປະເພດທີ່ກ່າວມາແລ້ວນັ້ນ ຜູ້ພັດທະນາຍັງມີຊັບສິນມູນຄ່າສູງອີກຢ່າງໜຶ່ງກໍຄື “ລິຂະສິດເກມ” ນັ້ນເອງ

ເຊິ່ງຫາກເກມໃດໄດ້ຮັບຄວາມນິຍົມກໍສາມາດຂາຍລິຂະສິດເພື່ອໃຫ້ນຳໄປຜະລິດສິນຄ້າຕ່າງໆ ນອກຈາກນັ້ນ ຫາກໃນອະນາຄົດເຕັກໂນໂລຊີຂອງໂທລະສັບສາມາດພັດທະນາຈົນຮອງຮັບເກມທີ່ມີພາບສົມຈິງພ້ອມກັບມີເນື້ອງເລື່ອງທີ່ຊັບຊ້ອນຂຶ້ນໄດ້ ເຮົາອາດຈະໄດ້ເຫັນເກມຕ່າງໆຖືກນຳມາສ້າງເປັນໜັງເຊັ່ນເກມ Uncharted ທີ່ເປັນເກມແນວຜະຈົນໄພກໍຖືກນຳໄປສ້າງເປັນຮູບເງົາໃນປີ 2022

ຫຼືເກມ The Last of Us ເກມຜະຈົນໄພໃນໂລກທີ່ຖືກທຳລາຍໂດຍຊອມບີ້ ກໍຖືກນຳມາສ້າງເປັນຊີຣີ້ໃນ HBO ເມື່ອປີ 2023 ກໍເປັນໄດ້.

ທີ່ມາ:

https://cutt.ly/0wZRPrL1

https://cutt.ly/pwZRPadf

https://cutt.ly/6wZRPETk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/