ຫຼືວ່າ ຂ້ອຍນິແຫຼະ ທີ່ເປັນມະນຸດ Toxic


ໄລຍະຜ່ານມາ ເຮົາມັກເຄີຍໄດ້ຍິນຄຳວ່າ ຄວາມສຳພັນເປັນພິດ (Toxic Relationship), ຜູ້ຄົນເປັນພິດ (Toxic People) ເຊິ່ງພິດໃນທີ່ນີ້ບໍ່ແມ່ນໝາຍເຖິງຢາພິດ ແຕ່ໝາຍເຖິງບັນຍາກາດ ຫຼື ຜູ້ຄົນທີ່ມີພຶດຕິກໍາຄ້າຍຄືຢາພິດ ທີ່ເປັນຕົວການທຳລາຍບັນຍາກາດດີໆ, ຄວາມຮູ້ສຶກດີໆ, ເຮັດໃຫ້ອີກຝ່າຍເກີດຄວາມອຶດອັດທຸກຄັ້ງທີ່ຕ້ອງຢູ່ໃກ້ຊິດ, ສົນທະນາ ຫຼື ເຮັດວຽກນໍາ ຈົນເຮັດໃຫ້ອີກຝ່າຍບໍ່ມີຄວາມສຸກ, ຮູ້ສຶກບັນຍາກາດບໍ່ດີ, ສັບສົນວິຕົກກັງວົນ ຈົນນໍາພາໄປສູ່ການເກີດຄວາມທຸກໃຈຈາກການຢູ່ໃກ້ຄົນທີ່ເປັນພິດ ຫຼື ຄວາມສຳພັນທີ່ເປັນພິດ. ແຕ່ໃນຫຼາຍຄັ້ງ ເຮົາມັກໂທດວ່າຄົນອື່ນເປັນພິດ ແຕ່ໃຜຈະຮູ້ວ່າບາງເທື່ອກໍແມ່ນເຮົາເອງນີ້ແຫຼະທີ່ເປັນພິດຕໍ່ຄົນອື່ນໄດ້ເຊັ່ນກັນ. ດັ່ງນັ້ນ, ຖ້າຫາກເຮົາຮູ້ທັນອາລົມວ່າ ຕົວເຮົາກໍາລັງເຮັດພຶດຕິກໍາທີ່ເປັນພິດຕໍ່ຄົນອື່ນ ແລະ ພະຍາຍາມປ່ຽນແປງພຶດຕິກໍານັ້ນ ໃຫ້ເປັນໄປໃນທິດທາງທີ່ດີຂຶ້ນ ມັນຈະເຮັດໃຫ້ບັນຍາກາດໜ້າຢູ່ ແລະ ຊ່ວຍໃຫ້ເຮົາກາຍເປັນຄົນທີ່ມີສະເໜ່ທີ່ໃຜໆກໍຢາກຢູ່ໃກ້ຊິດອີກດ້ວຍ.

 ສະນັ້ນ, ມື້ນີ້ເຮົາມາ Checklist ນໍາກັນວ່າ ແມ່ນຕົນເອງຫຼືບໍ່ ທີ່ກໍາລັງກາຍເປັນມະນຸດ Toxic ຕໍ່ຄົນອ້ອມຂ້າງ ແລະ ຖ້າຮູ້ວ່າແມ່ນ ຈະແກ້ໄຂຄືແນວໃດ?.  

  1. ມັກສວຍໂອກາດຈາກຄວາມໃຈດີຂອງຄົນອື່ນ: ກຸ່ມຄົນທີ່ມີນິດໄສ Self-Absorbed ຫຼື Selfish ແມ່ນໜຶ່ງໃນກຸ່ມຄົນທີ່ມັກສວຍໂອກາດຈາກຄວາມໃຈດີຂອງຄົນອື່ນ ຫຼື ເວົ້າງ່າຍໆກໍຄືຄົນທີ່ເຫັນແກ່ຕົວນັ້ນເອງ. ຄົນເຫຼົ່ານີ້ມັກຄິດເຖິງແຕ່ຜົນປະໂຫຍດຂອງຕົນເອງມາກ່ອນ ໂດຍບໍ່ໄດ້ສົນໃຈວ່າຈະກະທົບຕໍ່ຄົນອື່ນແນວໃດ, ໃຊ້ຄວາມໃຈດີຂອງຄົນອື່ນເປັນເຄື່ອງມືເພື່ອໃຫ້ຕົນເອງໄດ້ໃນສິ່ງທີ່ຕ້ອງການ, ເມື່ອໄດ້ດັ່ງທີ່ຕ້ອງການແລ້ວ ອີກຝ່າຍກໍໝົດຜົນປະໂຫຍດ ຫຼື ຮ້າຍແຮງໄປກວ່ານັ້ນ ຊ້ຳພັດເປັນຝ່າຍທໍລະຍົດທຳຮ້າຍຄວາມຮູ້ສຶກຂອງຄົນທີ່ເຄີຍໃຈດີຊ່ວຍເຫຼືອຕົນເອງ.  
    ວິທີແກ້ໄຂ: ໃນຊີວິດເຮົາຖ້າຫາກໃຜເຄີຍຊ່ວຍເຫຼືອເຮົາ, ໃຈດີຈິງໃຈຕໍ່ເຮົາ, ຊ່ວຍໃຫ້ເຮົາຂ້າມຜ່ານອຸປະສັກໃນຍາມລຳບາກ ເຮົາກໍຄວນຈະເຮັດດີຕອບແທນ ແຕ່ບໍ່ແມ່ນຫາວິທີເອົາປຽບ ຫຼື ສ້າງປັນຫາໃຫ້ເຂົາເດືອດຮ້ອນນໍາ. ລອງຄິດກັບກັນວ່າ ຖ້າຫາກເຮົາເປັນຄົນໃຈດີມັກຊ່ວຍເຫຼືອຄົນອື່ນ ແຕ່ຖືກໝູນໃຊ້ເປັນເຄື່ອງມື ຫຼື ຖືກເອົາປຽບຈາກຄວາມໃຈດີຢູ່ຕະຫຼອດເວລາ ເຮົາກໍຄົງບໍ່ມັກເຊັ່ນກັນ.
  1. ມັກຄິດໃນແງ່ລົບ ເບິ່ງໂລກໃນແງ່ຮ້າຍ: ເປັນຄົນມັກຕັດສິນຄົນອື່ນຈາກມຸມມອງຂອງຕົນເອງຝ່າຍດຽວ ເບິ່ງທຸກຢ່າງໃນແງ່ລົບກ່ອນສະເໝີ ຕົວຢ່າງເຊັ່ນ: ຖ້າຫາກເພື່ອນຮ່ວມງານໄປທ່ຽວ ແລະ ຊື້ເຂົ້າໜົມມາຝາກ, ຄົນຄິດລົບກໍຈະຄິດໃນໃຈວ່າ “ຂອງເຫຼືອກິນບໍ່? ເອົາມາໃຫ້ຍ້ອນຢາກໄດ້ຜົນປະໂຫຍດບໍ່?”  ທັ້ງໆທີ່ຄວາມເປັນຈິງ ແມ່ນເພື່ອນຮ່ວມງານພຽງແຕ່ຈື່ໄດ້ວ່າເປັນເຂົ້າໜົມທີ່ເຮົາມັກ ແລະ ອົດສາຕັ້ງໃຈຊື້ມາໃຫ້.
    ວິທີແກ້ໄຂ: ເຝິກນິດໄສເປີດໃຈຮັບຟັງເລື່ອງດີໆທີ່ສ້າງສັນ, ບໍ່ດ່ວນສະຫຼຸບຕັດສິນຄົນອື່ນ, ຢຸດການເບິ່ງໂລກແບບສຸດໂຕ່ງ ຫັນມາເບິ່ງໂລກແບບເປັນກາງ, ພະຍາຍາມເຂົ້າໃຈທຳມະຊາດຂອງສິ່ງຕ່າງໆທີ່ເກີດຂຶ້ນ, ຮູ້ທັນຄວາມຄິດຂອງຕົນເອງ ເມື່ອຈະເກີດຄວາມຄິດລົບ ໃຫ້ພະຍາຍາມບ່ຽງເບນຄວາມຄິດທັນທີ, ເຝິກການມີເມດຕາຕໍ່ຄົນອື່ນ, ເຝິກການຍ້ອງຍໍຊື່ນຊົມຄົນອື່ນຈາກໃຈຈິງ, ເຝິກກ່າວຄໍາຂອບໃຈໃຫ້ເປັນນິດໄສຕໍ່ໃຫ້ຈະເປັນພຽງເລື່ອງເລັກນ້ອຍກໍຕາມ.  
  1. ມັກດູຖູກຄົນອື່ນ ຕັດສິນຄົນອື່ນ ຕົວຢ່າງເຊັ່ນ: ມັກຕໍາໜິວ່າເຈົ້າເຮັດວຽກບໍ່ເກັ່ງ, ເຈົ້າຄືຫາເງິນໄດ້ໜ້ອຍແທ້, ເຈົ້າຄືປ່ອຍໃຫ້ໂຕເອງຕຸ້ຍແທ້, ເຈົ້ານຸ່ງເຄື່ອງແບບນີ້ບໍ່ເໝາະເດີ, ເຈົ້າຕັດຜົມຊົງນີ້ບໍ່ເຂົ້າເລີຍ. ບາງຄັ້ງ ເຮົາກໍເຊື່ອວ່າສິ່ງທີ່ເຮົາເວົ້າອອກໄປແມ່ນດ້ວຍຄວາມຫວັງດີ ແຕ່ຊ້ຳພັດບໍ່ໄດ້ຄິດເຖິງຄວາມຮູ້ສຶກຂອງຜູ້ຟັງ ຈົນສ້າງບາດແຜທາງໃຈໃຫ້ຜູ້ອື່ນ.
    ວິທີແກ້ໄຂ: ຖ້າຫາກເຮົາມີຄວາມຫວັງດີຕໍ່ຄົນອື່ນແທ້ຈິງ ເຮົາຄວນເລືອກໃຊ້ຄໍາເວົ້າທີ່ໜ້າຟັງ ແລະ ມີເຫດຜົນ, ຢຸດນິດໄສການມັກຕໍາໜິວິຈານຄົນອື່ນຊ້ຳໆຈົນເຮັດໃຫ້ຄົນອື່ນສູນເສຍຄວາມໝັ້ນໃຈ ແລະ ປ່ຽນມາເບິ່ງຂໍ້ດີໃນຕົວຂອງຜູ້ອື່ນ ເຊັ່ນ: ເຖິງແມ່ນວ່າເຮົາຈະຮູ້ວ່າເຂົາເຮັດວຽກດ້ານນີ້ບໍ່ເກັ່ງ ແຕ່ກໍໃຫ້ຍ້ອງຄວາມສາມາດດ້ານອື່ນທີ່ເຂົາສາມາດເຮັດອອກມາໄດ້ດີແທນ.
  1. ມັກຈົ່ມ ມັກນິນທາເວົ້າຂວັນລັບຫລັງຄົນອື່ນ: ແມ່ນຄົນທີ່ມັກການນິນທາຄົນອື່ນຈົນຕິດເປັນນິດໄສ ບໍ່ວ່າເລື່ອງນ້ອຍຫຼືໃຫຍ່ ຂໍໃຫ້ໄດ້ນິນທາ, ຊ້ຳບໍ່ໜໍາຍັງເອົາໄປປຸງແຕ່ງໃຫ້ເປັນເລື່ອງໃຫຍ່ ກາຍເປັນເລື່ອງບໍ່ດີ ເຮັດໃຫ້ຄົນອື່ນເສື່ອມເສຍຊື່ສຽງ. ສ່ວນຫຼາຍແລ້ວ ຄົນທີ່ມັກນິນທາຄົນອື່ນ ມັກຈະມີປົມດ້ອຍພາຍໃນໃຈ ແຕ່ເພື່ອຊົດເຊີຍຄວາມຮູ້ສຶກຂາດຄວາມໝັ້ນໃຈຂອງຕົນ ຈຶ່ງພະຍາຍາມຈັບເອົາສິ່ງບໍ່ດີໃນຕົວຂອງຜູ້ອື່ນມານິນທາ.
    ວິທີແກ້ໄຂ: ເຝິກນິດໄສບໍ່ໃຫ້ຕົນເອງເປັນຄົນທີ່ມັກຈັບກຸ່ມນິນທາຫຼາຍເກີນໄປ ເພາະຖ້າຫາກມີຄົນອື່ນມາໄດ້ຍິນສິ່ງທີ່ເຮົາກ່າວເຖິງຜູ້ອື່ນ ເຂົາກໍຈະຄິດວ່າເຮົາເປັນຄົນທີ່ບໍ່ໜ້າຄົບຫາ. ແຕ່ຖ້າວ່າເຮົາສາມາດຍຸດຕິການນິນທາໄດ້ ຈະຊ່ວຍໃຫ້ເຮົາກາຍເປັນຄົນທີ່ໜ້າເຄົາລົບນັບຖືຫຼາຍທີ່ສຸດ.  
  1. ມັກເວົ້າຈາສຽດສີ ເຮັດໃຫ້ຄົນອື່ນຂາຍໜ້າ: ໃນສັງຄົມວົງກວ້າງທີ່ເຮົາສາມາດຍົກເລື່ອງດີໆຂອງຄົນອື່ນມາກ່າວເຖິງໄດ້ ແຕ່ເຮົາຊໍ້ຳພັດເລືອກທີ່ຈະຍົກເອົາເລື່ອງທີ່ບໍ່ດີຂອງຄົນອື່ນ ມາຕໍາໜິວິຈານໃຫ້ກາຍເປັນເລື່ອງຕະຫຼົກເຮຮາຕໍ່ໜ້າຫຼາຍຄົນ ຕົວຢ່າງເຊັ່ນ: ໃນງານລ້ຽງ ທ່ານເຫັນໝູ່ຄົນໜຶ່ງແຕ່ງໜ້າມາງານ ທ່ານໄດ້ທັກທ້ວງເຂົາຕໍ່ໜ້າຫຼາຍຄົນວ່າ: “ປ໊າດໂທ! ໃຜເຊີນລິງແກ້ມແດງມາງານ!” ສິ່ງນີ້ຈະເຮັດໃຫ້ຄົນທີ່ຖືກທ້ວງ ສູນເສຍຄວາມໝັ້ນໃຈ ແລະ ຮູ້ສຶກອັບອາຍຂາຍໜ້າຕໍ່ໜ້າຫຼາຍຄົນ.
    ວິທີແກ້ໄຂ: ເຝິກນິດໄສລະມັດລະວັງການໃຊ້ຄໍາເວົ້າຂອງຕົນ ບາງຄັ້ງເຮົາອາດຄິດວ່າເຮົາເວົ້າຢອກຫຼິ້ນ ແຕ່ຄົນຟັງອາດບໍ່ໄດ້ຮູ້ສຶກແບບດຽວກັນກັບເຮົາກໍໄດ້.
  1. ມັກໂຍນຄວາມຜິດ ກ່າວຄຳຂໍໂທດບໍ່ເປັນ: ເມື່ອເກີດເຫດການໃດໜຶ່ງຂຶ້ນ ຄົນ Toxic ມັກຈະໂທດວ່າເປັນຄວາມຜິດຂອງທຸກສິ່ງ ແຕ່ບໍ່ເຄີຍໂທດວ່າເປັນຍ້ອນຕົນເອງ, ມັກມີວິທີການໂນ້ມນ້າວເຮັດໃຫ້ອີກຝ່າຍຮູ້ສຶກຜິດຢູ່ຕະຫຼອດເວລາ (Gaslighting) ແລະ ເຖິງແມ່ນວ່າຈະຮູ້ວ່າຕົນເອງເປັນຄົນຜິດ ກໍຈະບໍ່ຍອມຂໍໂທດກ່ອນ. ຍົກຕົວຢ່າງ: ເມື່ອເຮັດວຽກເປັນທີມ ແລະ ເກີດປັນຫາຂຶ້ນໃນວຽກທີ່ເຮັດຢູ່, ຄົນ Toxic ຈະບໍ່ເບິ່ງໄປທີ່ການຊອກຫາວິທີແກ້ໄຂຮ່ວມກັນ ແຕ່ຈະເບິ່ງໄປທີ່ວ່າໃຜເປັນຄົນຜິດ ແລະ ໃຊ້ຄໍາເວົ້າໂນ້ມນ້າວໂຍນຄວາມຜິດໃຫ້ອີກຝ່າຍເປັນຄົນຮັບຜິດແທນ.  
    ວິທີແກ້ໄຂ: ເຝິກນິດໄສເປີດກວ້າງ ເບິ່ງບັນຫາແບບພາບລວມ ໃນເມື່ອມັນເກີດປັນຫາຂຶ້ນແລ້ວ ແທນທີ່ຈະເສຍເວລາໄປກັບການຊອກຫາຄົນມາຮັບຜິດ ປ່ຽນມາເປັນຊອກຫາວິທີແກ້ໄຂຮ່ວມກັນຈະດີກວ່າ ເພາະຈະເຮັດໃຫ້ເຮົາມີພາວະຄວາມເປັນຜູ້ນຳ ແລະ ເບິ່ງມີສັກກະຍະພາບໃນການເຮັດວຽກເປັນທີມຍິ່ງຂຶ້ນ. ພ້ອມນີ້, ຖ້າຫາກວ່າເລື່ອງໃດທີ່ເຮົາເປັນຄົນເຮັດຜິດເອງ ກໍໃຫ້ກ້າຫານທີ່ຈະຍອມຮັບ ແລະ ກ່າວຄຳຂໍໂທດດ້ວຍຄວາມຈິງໃຈ. 
  2. ມັກຄວບຄຸມບົງການຄົນອື່ນ ແຕ່ຄວບຄຸມອາລົມຕົນເອງບໍ່ໄດ້: ຄົນທີ່ມີນິດໄສມັກຄວບຄຸມບົງການຊີວິດຄົນອື່ນ ມັກເຊື່ອວ່າຄົນອື່ນບໍ່ເກັ່ງເທົ່າຕົນເອງ, ຕ້ອງການຄວບຄຸມທຸກສິ່ງໃຫ້ເປັນໄປຕາມກົດເກນຂອງຕົນເອງຕັ້ງໄວ້ ຈົນລາມໄປເຖິງຄວບຄຸມເລື່ອງສ່ວນຕົວຂອງຄົນອື່ນ. ຄົນທີ່ມີລັກສະນະນີ້ ມັກຈະມາພ້ອມກັບອາລົມກ້ຽວກາດ ໂມໂຫຮ້າຍ ບໍ່ສາມາດຄວບຄຸມອາລົມຕົນເອງໄດ້ ເມື່ອທຸກຢ່າງບໍ່ເປັນໄປຕາມກົດເກນຂອງຕົນເອງ.
    ວິທີແກ້ໄຂ: ເຝິກເບິ່ງທຸກຢ່າງດ້ວຍຄວາມເປັນກາງ, ເປີດໃຈຮັບຟັງໃຫ້ຫຼາຍຂຶ້ນ ກ່ອນດ່ວນສະຫຼຸບຕັດສິນ, ເມື່ອບໍ່ໄດ້ດັ່ງໃຈ ບໍ່ຄວນກ່າວໂທດໃຜ ແຕ່ເຝິກໃຫ້ຕົນເອງສາມາດຍອມຮັບຄວາມຄິດເຫັນທີ່ແຕກຕ່າງໄດ້.
  1. ມັກຂີ້ຕົວະ ຈົນຕິດເປັນນິດໄສ: ຂໍ້ສຸດທ້າຍແລ້ວ ຄົງໜີບໍ່ພົ້ນນິດໄສທີ່ມັກຂີ້ຕົວະ ຖ້າຫາກເຮົາມັກຂີ້ຕົວະເລື້ອຍໆ ນັບແຕ່ເລື່ອງເລັກນ້ອຍໃນຊີວິດປະຈໍາວັນ ໄປຈົນເຖິງເລື່ອງໃຫຍ່ ຈະເຮັດໃຫ້ກາຍນິດໄສໂດຍທີ່ເຮົາເອງກໍອາດບໍ່ຮູ້ຕົວ ແລະ ສຸດທ້າຍຈະຢ້ອນກັບມາທຳລາຍຄວາມໜ້າເຊື່ອຖືຂອງຕົນເອງໃນສາຍຕາຂອງຜູ້ອື່ນ ແລະ ເມື່ອເວົ້າສິ່ງໃດອອກໄປ ກໍຈະບໍ່ມີຄົນເຊື່ອຖືອີກຕໍ່ໄປ.
    ວິທີແກ້ໄຂ: ເຝິກສັງເກດພຶດຕິກໍາຂອງຕົນເອງວ່າຂີ້ຕົວະຫຼາຍປານໃດ, ຄວາມຖີ່ໃນການຂີ້ຕົວະເກີດຂຶ້ນເລື້ອຍໆປານໃດ ແລະ ຍ້ອນເຫດຜົນຫຍັງຈຶ່ງບໍ່ກ້າເວົ້າຕາມຄວາມຈິງ. ພ້ອມນີ້, ໃຫ້ຄິດເຖິງຜົນກະທົບທີ່ຈະເກີດຂຶ້ນ ຖ້າຫາກມື້ໃດໜຶ່ງຄວາມຈິງປາກົດ ຈະມີຜົນກະທົບຕາມມາຄືແນວໃດ.

ຈາກ 8 ຂໍ້ຂ້າງເທິງນີ້ ຈະຊ່ວຍໃຫ້ເຮົາໄດ້ຫັນກັບມາທົບທວນພຶດຕິກໍາຂອງຕົນເອງວ່າທີ່ຜ່ານມາ ເຮົາເຂົ້າຂ່າຍເປັນໜຶ່ງໃນກຸ່ມຄົນ Toxic ຕໍ່ຄົນອ້ອມຂ້າງ ຢູ່ຫຼືບໍ່ ແລະ ຖ້າຫາກເຮົາຮູ້ຕົວແລ້ວວ່າແມ່ນ ເຮົາຈຶ່ງຄວນທີ່ຈະເລີ່ມປັບປ່ຽນພຶດຕິກໍາຂອງຕົນເອງໃໝ່ ເພາະການເປັນມະນຸດ Toxic ບໍ່ພຽງແຕ່ຈະເຮັດໃຫ້ເຮົາສູນເສຍສາຍສຳພັນອັນດີກັບຄົນອື່ນ ແຕ່ຍັງກະທົບຕໍ່ໜ້າທີ່ວຽກງານ ຈົນກາຍເປັນຄົນທີ່ໄປໃສໃຜກໍບໍ່ຢາກຄົບຄ້າສະມາຄົມນໍາ.

ສໍາລັບບົດຄວາມຕໍ່ໄປ ເຮົາມາເບິ່ງນໍາກັນວ່າ ຖ້າເຮົາບໍ່ແມ່ນມະນຸດ Toxic ແຕ່ຖືກຄົນອື່ນ Toxic ໃສ່ ຈະມີວິທີຮັບມືຄືແນວໃດ.

ແຫຼ່ງຂໍ້ມູນອ້າງອີງ:

http://tinyurl.com/mrm666un                                             

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/