ງານວິໄຈເຜີຍ ຄວາມຮັ່ງມີຂຶ້ນກັບໂຊກຫຼາຍກວ່າຄວາມສາມາດ


ຄົງມີຫຼາຍຄົນທີ່ເຄີຍຖືກບອກສອນໄວ້ວ່າ “ຮຽນເກັ່ງໆ ໃຫຍ່ໄປຈຶ່ງຫາເງິນໄດ້ຫຼາຍໆ” ປະໂຫຍກນີ້ເຮັດໃຫ້ເຮົາເຂົ້າໃຈໄປວ່າ ຄົນເກັ່ງ ແລະ ສະຫຼາດໃນການຮຽນ ຈະສາມາດເປັນຄົນຮັ່ງມີກວ່າຄົນອື່ນ

ແຕ່ເມື່ອໃຫຍ່ມາເຮົາພັດໄດ້ເຫັນຄວາມຈິງທີ່ແຕກຕ່າງອອກໄປ ມີຄົນລວຍຈຳນວນຫຼາຍທີ່ກໍບໍ່ໄດ້ມີຄວາມສະຫຼາດ ຫຼື ມີຄວາມສາມາດພິເສດຫຼາຍກວ່າຄົນອື່ນ ແຖມບາງຄົນຍັງບໍ່ໄດ້ໃຊ້ຄວາມພະຍາຍາມຫຍັງຫຼາຍເພື່ອທີ່ຈະກາຍເປັນຄົນຮັ່ງມີ ແຕ່ກົງກັນຂ້າມບາງຄົນທີ່ມີທັງພອນສະຫວັນ ແລະ ຄວາມພະຍາຍາມ ແຕ່ເບິ່ງຄືວ່າຈະບໍ່ກ້າວໜ້າໄປໃສ ແລະເຮົາກໍມັກຈະເອີ້ນຄົນເຫຼົ່ານັ້ນວ່າບໍ່ມີໂຊກ

ຫຼື “ໂຊກ” ຈະເປັນຕົວແປສຳຄັນທີ່ສົ່ງຜົນຕໍ່ຄວາມສຳເລັດຂອງຄົນ? ອາດຈະມີຫຼາຍຄົນທີ່ບໍ່ເຊື່ອເລື່ອງໂຊກແຕ່ມີງານວິໄຈທີ່ອອກມາເພື່ອພິສູດເລື່ອງນີ້

ຫຼັກຖານຈາກກົດ 80/20 ທີ່ໂດ່ງດັງໄດ້ລະບຸໄວ້ວ່າ 80% ຂອງຊັບສິນທັງໝົດທົ່ວໂລກຢູ່ໃນມືຄົນພຽງ 20%. ຈະບອກວ່າມີແຕ່ຄົນ 20% ນັ້ນບໍທີ່ເກັ່ງກວ່າ ສະຫຼາດກວ່າ ພະຍາຍາມກວ່າຄົນອື່ນໝົດໂລກ?

ຈາກຜົນງານວິໄຈຂອງ Alessandro Pluchino ນັກວິທະຍາສາດຊາວອິຕາລີ ຊີ້ໃຫ້ເຫັນວ່າຄວາມຮັ່ງມີທີ່ກະຈາຍຢູ່ໃນສັງຄົມບໍ່ໄດ້ຂຶ້ນຢູ່ກັບພອນສະຫວັນ ຫຼື ຄວາມສາມາດຄືທີ່ເຮົາເຊື່ອກັນ ແຕ່ວ່າ ”ໂຊກ” ມີບົດບາດຫຼາຍກວ່າທີ່ເຮົາຄິດ

ຖ້າອີງຕາມກົດເກນທາງຄະນິດສາດກໍຄືກົດກຳລັງ (power law) ກໍແປວ່າຄົນທີ່ສຳເລັດ ກໍຈະສຳເລັດຫຼາຍຂຶ້ນເລື້ອຍໆ ສ່ວນຄົນທີ່ເຫຼືອ ກໍຈະສຳເລັດໜ້ອຍລົງເລື້ອຍໆ

ປະເດັນທີ່ໜ້າສົນໃຈຂອງເລື່ອງຄວາມຮັ່ງມີຄື ມັນເຮັດໃຫ້ເກີດຄຳຖາມເລື່ອງຄວາມເລື່ອມລຳ້ ແລະ ຄວາມຍຸດຕິທຳ ຍ້ອນຫຍັງຄົນໃນໂລກມີຫຼາຍພັນລ້ານຄົນ ຈຶ່ງມີຄົນລວຍເປັນສ່ວນໜ້ອຍ

ເມື່ອເວົ້າເຖິງຄວາມຮັ່ງມີ ກໍຈະມີປະເດັນໜຶ່ງທີ່ໜ້າສົນໃຈຄືເປັນຫຍັງຄົນລວຍຈຶ່ງເປັນຄົນສ່ວນໜ້ອຍ ແລະສ່ວນຫຼາຍເປັນຄົນຈົນ?

ທີ່ຈິງແລ້ວ ຄົນເຮົາມີຂີດຈຳກັດດ້ານຄວາມສາມາດ ແລະຄວາມສາມາດຂອງຄົນສ່ວນໃຫຍ່ກໍຈະຢູ່ໃນຄ່າສະເລ່ຍ ໝາຍເຖິງຄວາມສາມາດຂອງຄົນສ່ວນໃຫຍ່ຢູ່ໃນລະດັບປານກາງ ແລະມີພຽງສ່ວນໜ້ອຍທີ່ໂດດເດັ່ນ ຫຼື ດ້ອຍສຸດຂົ້ວ ເຊັ່ນໄອຄິວຂອງຄົນສ່ວນໃຫຍ່ແມ່ນຢູ່ລະດັບ100 ບໍ່ມີໃຜທີ່ມີໄອຄິວເຖິງ 1000

ເຊັ່ນດຽວກັນກັບຄວາມພະຍາຍາມ ຖ້າຫາກວັດຈາກຊົ່ວໂມງການເຮັດວຽກ ເຖິງວ່າບາງຄົນທຸ້ມເທຫຼາຍໜ້ອຍຕ່າງກັນ ແຕ່ກໍບໍ່ມີໃຜເຮັດວຽກໄດ້ຫຼາຍກວ່າຄົນອື່ນເປັນພັນເທົ່າ

ແລ້ວແມ່ນຫຍັງທີ່ອະທິບາຍຄວາມຮັ່ງມີມະຫາສານຂອງຄົນບາງກຸ່ມ? ຫາກຄວາມສາມາດ ແລະ ຄວາມພະຍາຍາມບໍ່ແມ່ນຄຳຕອບ ໂຊກມີບົດບາດສຳຄັນຫຼືບໍ່?

Alessandro Pluchino ສ້າງແບບຈຳລອງຄອມພິວເຕີ ຈຳລອງ “ຊີວິດການເຮັດວຽກ 40 ປີ” ຂອງຜູ້ຄົນທີ່ມີພອນສະຫວັນຕ່າງກັນ ແຕ່ປະສົບກັບເຫດການ ໂຊກດີ ແລະ ໂຊກຮ້າຍ ແບບສຸ່ມ ແລະໄດ້ຜົນທີ່ໜ້າສົນໃຈ

– ການກະຈາຍຄວາມຮັ່ງມີໃນແບບຈຳລອງຄອມພິວເຕີສອດຄ່ອງກັບໂລກຄວາມເປັນຈິງ ນັ້ນກໍຄືຄົນ 20% ຮັ່ງມີທີ່ສຸດຄອບຄອງຊັບສິນ 80% ຂອງໂລກ
– ແຕ່ທີ່ເໜືອຄວາມຄາດໝາຍຄື ບຸກຄົນທີ່ຮັ່ງມີທີ່ສຸດບໍ່ແມ່ນຜູ້ທີ່ມີພອນສະຫວັນໂດດເດັ່ນ ແຕ່ເປັນຄົນທີ່ໂຊກດີທີ່ສຸດຕ່າງຫາກ

Pluchino ກ່າວວ່າ: “ແບບຈຳລອງຂອງພວກເຮົາບົ່ງບອກຊັດເຈນວ່າມັນເປັນເລື່ອງຂອງໂຊກລ້ວນໆ ແລະ ຄົນທີ່ປະສົບຄວາມສຳເລັດໜ້ອຍກວ່າຄືຄົນທີ່ໂຊກບໍ່ດີນັ້ນເອງ”

ມັນສະແດງໃຫ້ເຫັນວ່າ “ໂຊກ” ຄືປັດໄຈສຳຄັນເບື້ອງຫຼັງຄວາມຮັ່ງມີສຸດໂຕ່ງ ແລະ ມີໄນສຳຄັນຕໍ່ການຈັດສັນຊັບພະຍາກອນໃນສັງຄົມນັ້ນເອງ

Morgan Housel ຜູ້ຊ່ຽວຊານດ້ານການເງິນຂຽນອະທິບາຍເລື່ອງນີ້ໄວ້ໃນ The Psychology of Money ວ່າ ໂຊກຊະຕາ ຫຼື ເລື່ອງບັງເອີນ ນັ້ນມີຄວາມສຳຄັນເລື່ອງການເງິນໃນຊີວິດຂອງເຮົາຫຼາຍກ່ວາທີ່ຄິດ ແລະ ຂອງເຮົາຫຼາຍກວ່າທີ່ຄິດ ແລະ ເຫດຜົນທີ່ເຮົາບໍ່ປະສົບຄວາມສຳເລັດທາງດ້ານການເງິນເພາະເຮົາປະເມີນຄ່າຄວາມສຳຄັນຂອງໂຊກຊະຕາ (ເລື່ອງບັງເອີນ, ໂອກາດ) ໃນຊີວິດເຮົາຕຳ່ເກີນໄປ.

ລາວໄດ້ຍົກຕົວຢ່າງ Bill Gates ເຊິ່ງຄົນສ່ວນໃຫຍ່ຮູ້ຈັກລາວໃນຖານະຄົນທີ່ມີຄວາມສາມາດ ແລະ ເປັນຜູ້ໜຶ່ງທີ່ສ້າງນະວັດຕະກຳທີ່ປ່ຽນໂລກ

ແຕ່ແນ່ນອນວ່າຄວາມສະຫຼາດຂອງບິວເກດຈະບໍ່ມີປະໂຫຍດເລີຍ ຖ້າລາວບໍ່ແມ່ນກຸ່ມຄົນທຳອິດທີ່ໄດ້ເຂົ້າເຖິງຄອມພິວເຕີໃນປີ 1968 ແລະຍັງເປັນເດັກບໍ່ພໍເທົ່າໃດຄົນທີ່ໄດ້ເຂົ້າເຖິງຄອມພິວເຕີໃນຍຸກນັ້ນ

ນັ້ນຖືເປັນໂອກາດ ແລະ ໂຊກຊະຕາຂອງລາວທີ່ມີເໜືອກວ່າເດັກຄົນອື່ນ ແລະ ແນ່ນອນວ່າໂອກາດກໍຕ້ອງມາຄູ່ກັບຄວາມພ້ອມທີ່ຈະຮຽນຮູ້ ແລະ ລົງມືເຮັດໃຫ້ສຳເລັດເຊິ່ງນັ້ນເປັນສິ່ງທີ່ບິວເກດມີ

Morgan Housel ກ່າວວ່າ ຄົນສ່ວນໃຫຍ່ພະຍາຍາມເດີນຕາມຮອຍຂອງຄົນທີ່ປະສົບຄວາມສຳເລັດແລ້ວ ແຕ່ດ້ວຍຄວາມທີ່ໂອກາດ ແລະ ບໍລິບົດຂອງຊີວິດແຕ່ລະຄົນບໍ່ຄືກັນຈຶ່ງເຮັດໃຫ້ຄົນສ່ວນໃຫຍ່ບໍ່ປະສົບຄວາມສຳເລັດ

ຊີວິດເຮົາກໍຄືກັບການຫຼິ້ນເກມເສດຖີ ທີ່ເຮົາບໍ່ຮູ້ວ່າການໂຍນໝາກກະລັອກແຕ່ລະຄັ້ງ ການເລືອກໄພ້ ການຕົກຢູ່ໃນຕຳແໜ່ງຕ່າງໆລ້ວນເປັນປັດໄຈທີ່ກະທົບກັບການເງິນທັງນັ້ນ.

ອ້າງອີງ:

https://arxiv.org/pdf/1802.07068.pdf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/