ທຄຕລ ຕັ້ງເປົ້າກຳໄລສຸດທິ ປີ 2024 ໃຫ້ໄດ້ 300.000 ລ້ານກີບ ເພີ່ມຂຶ້ນ 29,64%


ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ວາງເປົ້າໝາຍການເພີ່ມກຳໄລສຸດທິຫຼັງການຊໍາລະພາສີເປັນ 300.000 ລ້ານກີບ ໃນປີ 2024 ຫຼື ເພີ່ມຂຶ້ນ 29.64% ທຽບໃສ່ຕົວເລກຂອງປີຜ່ານມາ.

ຕົວເລກດັ່ງກ່າວ ຖືກປະກາດໃນ ກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2023 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງທ່ານ ບຸນປອນ ວັນນະຈິດ, ຮອງລັດຖະມົນຕີກະຊວງການເງິນ, ທັງເປັນປະທານ ສະພາບໍລິຫານ ທຄຕລ ພ້ອມດ້ວຍສະມາຊິກສະພາບໍລິຫານ, ໂດຍມີບັນດາຜູ້ຖືຮຸ້ນ ທຄຕລ ທັງພາຍໃນ ແລະ ຕ່າງປະເທດ  ເຂົ້າຮ່ວມ.
         ທ່ານ ນ. ສາຍສະໝອນ ຈັນທະຈັກ ຜຸ້ອຳນວຍການ ທຄຕລ ລະບຸວ່າ: ໃນປີ 2023​ ທີ່ຜ່ານມາ ທຄຕລ ບັນລຸກໍາໄລຫຼັງຫັກອາກອນຈໍານວນ 231.408 ລ້ານກີບ, ທຽບໃສ່ແຜນການປີ 2023 ປະຕິບັດໄດ້ 115,70%.

ໂດຍປີ 2023​ ທຄຕລ ມີຜູ້ຖືຮຸ້ນທັງໝົດ ກວ່າ 2.660 ຄົນ ໃນຈໍານວນຮຸ້ນທັງໝົດ 207,723,300 ຮຸ້ນ.

ປີ 2024 ຄະນະບໍລິຫານ ທຄຕລ ຈະສູ້ຊົນ ກຳໄລສຸດທິຫຼັງການຊໍາລະພາສີເປັນ 300.000 ລ້ານກີບ ໃນປີ 2024 ຫຼື ເພີ່ມຂຶ້ນ 29.64% ທຽບໃສ່ຕົວເລກຂອງປີຜ່ານມາ. ຈະສ້າງຊັບສິນທັງໝົດຂອງທະນາຄານໃຫ້ໄດ້ 140.795 ລ້ານກີບ ຫຼື ເພີ່ມຂຶ້ນ 11,36% ທຽບໃສ່ໄລຍະຜ່ານມາ, ໂດຍຈະຊຸກຍູ້ໃຫ້ມີເງິນຝາກຢ່າງໜ້ອຍ 130.000 ລ້ານກີບ ຫຼື ເພີ່ມຂຶ້ນ 10,52%, ແລະ ຊອກຫາເງິນກູ້ໃຫ້ໄດ້ 59.470 ລ້ານກີບ ​ເພີ່ມ​ຂຶ້ນ 13,93% ​ເມື່ອ​ທຽບ​ໃສ່​ປີ 2023.

ທຄຕລ ຈະພະຍາຍາມຂະຫຍາຍດ້ວຍການສ້າງໜ່ວຍບໍລິການໃໝ່ 4 ຫົວໜ່ວຍ ແລະ ວາງແຜນຈະໃຊ້ງົບປະມານ 585 ຕື້ກີບ ເຂົ້າໃນອຸປະກອນການກໍ່ສ້າງ ແລະ ສ້ອມແປງ ແລະ ສ້າງພະນັກງານໃໝ່ໃຫ້ໄດ້ 66 ຄົນ.

ໂດຍຜົນງານອັນພົ້ນເດັ່ນຂອງ ທຄຕລ ໃນປີ 2023 ​ທີ່ຜ່ານມາ ທາງ ທຄຕລ ໄດ້ເປີດນໍາໃຊ້ລະບົບການອະນຸມັດສິນເຊື່ອ LOS; ພັດທະນາຟັງຊັນຕ່າງໆໃນແອັບ BCEL One ຄື: TipMe, OneX, ໂອນເງິນຢວນໄປ WeChat, OneCash Wallet ສໍາລັບນັກທ່ອງທ່ຽວຕ່າງປະເທດ, Consumer Loan, ຄິວອອນລາຍ, ການຈອງພັນທະບັດ ທຫລ ແລະ Currency Exchange (ຕະຫຼາດແລກປ່ຽນ); ພັດທະນາ EzyKip App ສໍາລັບນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວສປປ ລາວ ແລະ ອື່ນໆ.

ທຄຕລ ຍັງໄດ້ເປີດໜ່ວຍບໍລິການ 2 ແຫ່ງ: ໜ່ວຍບໍລິການຊາຍແດນລາວບາວ ແລະ ໜ່ວຍບໍລິການສາມຫຼ່ຽມຄຳ. ນອກຈາກນີ້ ກໍ່ໄດ້ມີການຮ່ວມມືທາງດ້ານທຸລະກິດກັບພາກສ່ວນຕ່າງໆທີ່ສໍາຄັນເຊັ່ນ: ຮ່ວມມືກັບບໍລິສັດ Tencent ຂອງ ສປ ຈີນ ໃນໂຄງການໂອນເງິນໄປຈີນຜ່ານ BCEL One ຫາ We-Chat; ຮ່ວມມືກັບ KEB Hana Bank ສ. ເກົາຫຼີ ໃນໂຄງການຊຳລະຜ່ານລະບົບ GLN ສະແກນ QR Code ຜ່ານ BCELOnePay ແລະ ເປີດຕົວການໃຫ້ບໍລິການໂອນເງິນຂ້າມແດນລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ (BCEL ແລະ GLN International); ຮ່ວມມືກັບບໍລິສັດລົດໄຟລາວ-ຈີນ ຈໍາກັດ ໃນການຂາຍປີ້ລົດໄຟອອນລາຍຜ່ານແອັບ LCR ຊຳລະຜ່ານ BCEL One ແລະ ຮ່ວມມືກັບບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈໍາກັດ ໃນການຊື້ປະກັນໄພຜ່ານ BCEL One.

https://www.facebook.com/BCEL.Bank/posts/pfbid0sjFY2mFBxcczkvk9fYiM3E2pjM4nzUGxeEJ8s2U9S9hqPPwAGofV26i9vGBzeRx6l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/