ກິນ Marshmallow ກ່ອນນອນ ຊ່ວຍແກ້ໄອໄດ້ແທ້ຫວາ?


ເມື່ອໄດ້ອ່ານພາດຫົວຂໍ້ຂ່າວນີ້ຫາກວ່າເປັນແບບນັ້ນແທ້ຫຼາຍທ່ານຄືຈະຂ້ອງໃຈວ່າຢາແກ້ໄອຍັງຈຳເປັນຢູ່ບໍ? ເອົາອີກແລ້ວກັບເທຣນກິນ Marshmallow ຈາກແພລັດຟອມຊື່ດັງຢ່າງ TikTok ເມື່ອມີຜູ້ໃຊ້ສາວທ່ານໜຶ່ງໄດ້ໂພສວິດີໂອ ເລົ່າວ່ານາງໄດ້ມີອາການໄອຊຳເຮື້ອມາເປັນເວລານານຍາວ 6 ອາທິດຈຶ່ງໄດ້ເຂົ້າປຶກສາແພດແຕ່ສິ່ງທີ່ແພດແນະນຳກັບຍິ່ງເຮັດໃຫ້ລາວຕົກໃຈກ່ອນເກົ່າ ເພາະແພດໄດ້ແນະນໍາໃຫ້ລາວກິນ Marshmallow ກ່ອນນອນເພື່ອບັນເທົາອາການ!

ວິດີໂອດັ່ງກ່າວໄດ້ກໍ່ໃຫ້ເກີດມີການສະແດງຄວາມເຫັນແຕກຕ່າງກັນໄປຂອງຊາວເນັດໃນໂລກອອນລາຍ ບາງຄົນຕື່ນເຕັ້ນຢາກລອງເຮັດຕາມ, ບາງຄົນລອງແລ້ວກໍວ່າໄດ້ຜົນດີ ແຕ່ບາງຄົນກໍບໍ່ເຫັນດີຢ່າງຍິ່ງເຖິງຂັ້ນທີ່ເປັນເລື່ອງຖົກຖຽງກັນຂອງບັນດາແພດກັນເອງ.

ກ່ອນອື່ນໝົດ Marshmallow ແມ່ນຫຍັງ?

Marshmallow ເປັນຂອງຫວານຊະນິດໜຶ່ງທີ່ມີລັກສະນະເບົາ, ຜິວສໍາຜັດນຸ້ມນິ້ມ ແລະ ລະລາຍໄວ. ຫາກແນມຍ້ອນກັບໄປໃນອະດີດສະຕະວັດທີ 19 ສ່ວນປະສົມທີ່ນຳມາໃຊ້ໃນການເຮັດ Marshmallow ຈະແມ່ນໄຂ່ຂາວ, ນໍ້າຕານ ແລະ ຮາກ Marshmallow (Marshmallow Root) ໃນຂະນະທີ່ສ່ວນປະສົມສ່ວນໃຫຍ່ໃນປັດຈຸບັນແມ່ນນ້ຳ, ນ້ຳຕານ, ນ້ຳເຊື່ອມສາລີ, starch ແລະ ເຈລາຕິນ (Gelatin) ໂດຍອາດມີການແຕ່ງສີ, ກິ່ນ ແລະ ຣົດຊາດແຕກຕ່າງກັນໄປ

ຢ້ອນກັບມາຍັງປະເດັນການກິນ Marshmallow ແກ້ໄອ, Cynthia Li ໜຶ່ງໃນແພດຜູ້ຊ່ຽວຊານດ້ານ Internal and Integrative Medicine ໄດ້ໃຫ້ຄວາມເຫັນຜ່ານສື່ Everyday Health ວ່າ “ ຜູ້ຄົນອາດຕື່ນເຕັ້ນກັບປະເດັນການກິນ Marshmallow ແກ້ໄອ ແຕ່ແທ້ຈິງແລ້ວນ້ຳຕານ ແລະ ນ້ຳເຊື່ອມສາລີຄືສ່ວນປະສົມຫຼັກທີ່ກໍ່ໃຫ້ເກີດອາການອັກເສບ ແລະ ຍັງທຳລາຍລະບົບພູມຕ້ານທານນຳ”

ທັງນີ້ທັງນັ້ນຜູ້ໃຊ້ TikTok ດັ່ງກ່າວກໍໄດ້ອອກມາໂພສວິດີໂອອີກຄັ້ງຫຼັງໄດ້ຮັບກະແສການຕອບກັບທັງທາງບວກ ແລະ ລົບ ລາວບອກວ່າຕົວລາວເອງໄດ້ລອງຫຼາກຫຼາຍວິທີເພື່ອບັນເທົາອາການໄອຂອງຕົນແຕ່ວິທີດັ່ງກ່າວເກືອບຈະບໍ່ໄດ້ຜົນເລີຍ ລາວພົບວ່າການກິນ Marshmallow ກ້ອນຂາວນຸ້ມນິ້ມນີ້ກັບຊ່ວຍບັນເທົາອາການໄອຂອງລາວ ແລະ ລາວກໍສາມາດນອນຫຼັບໄດ້ຢ່າງສະຫງົບສຸກ

ແລ້ວສະຫຼຸບມັນແມ່ນແນວໃດ Marshmallow ຊ່ວຍແກ້ໄອໄດ້ແທ້ຫວາ?

ສະຫຼຸບແລ້ວ ຄຳຕອບຂອງຄໍາຖາມນີ້ແມ່ນຂຶ້ນຢູ່ກັບຮ່າງກາຍຂອງແຕ່ລະບຸກຄົນ ບາງຄົນກິນແລ້ວອາດເຫັນຜົນແຕ່ບາງຄົນກໍອາດຈະບໍ່ໄດ້ຊ່ວຍຫຍັງເລີຍກໍເປັນໄດ້ ແຕ່ສິ່ງທີ່ແນ່ນອນກໍຄືການບໍລິໂພກນ້ຳຕານ ແລະ ແປ້ງຫຼາຍເກີນໄປຄົງບໍ່ດີຕໍ່ຮ່າງກາຍໃນໄລຍະຍາວຢ່າງແນ່ນອນ. ດັ່ງນັ້ນ, ທຸກຄົນຄວນຈະຄໍານຶງເຖິງຮ່າງກາຍຕົວເອງກ່ອນລວມທັງໃຊ້ວິຈາລະນະຍານປະກອບກັບຫາຂໍ້ມູນທາງການແພດຈາກຫຼາຍໆແຫຼ່ງທີ່ໜ້າເຊື່ອຖືກ່ອນທີ່ຈະລອງເຮັດຕາມກະແສໃນໂລກອອນລາຍເພາະບາງຢ່າງທີ່ຄົນອື່ນວ່າດີກໍອາດຈະບໍ່ດີສຳລັບທ່ານກໍເປັນໄດ້.

ຂອບໃຈຂໍ້ມູນຈາກ: https://thestandard.co/life/tiktok-trend-marshmallow-cough/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/