ທັງງາມທັງຮັກສິ່ງແວດລ້ອມ ສາວໆວ່າແນວໃດກັບຄວາມງາມ 8 ວິທີເພື່ອໂລກສີຂຽວ


ການຮັກສາສິ່ງແວດລ້ອມຄືໜ້າທີ່ຂອງທຸກຄົນ ແລະ ການເບິ່ງແຍງຕົນເອງໂດຍສະເພາະໃນດ້ານຄວາມງາມນີ້ກໍເປັນສິ່ງທີ່ສຳຄັນຫຼາຍສຳລັບທຸກຄົນໂດຍສະເພາະສາວໆດັ່ງສຸພາສິດເພິ່ນວ່າ “ໄກ່ງາມຍ້ອນຂົນຄົນງາມຍ້ອນແຕ່ງ” ໂດຍສະເພາະສະໄໝນີ້ທີ່ຄົນຫັນມາໃສ່ໃຈຕົນເອງຫຼາຍຂຶ້ນ ແຕ່ຈະເຮັດແນວໃດໃຫ້ເຮົາສາມາດງາມໄປພ້ອມຊ່ວຍໂລກໄປພ້ອມໄດ້? ສະນັ້ນ,ທຸກຄົນບໍ່ຄວນພາດຄວາມງາມ 8 ວິທີໂລກສີຂຽວທີ່ພວກເຮົາທຸກຄົນສາມາດປັບໃຊ້ໃນຊີວິດປະຈຳວັນ

  1. ໃຊ້ຜະລິດຕະພັນຄວາມງາມທີ່ມີສ່ວນປະສົມຈາກທຳມະຊາດ

ຄວນເລືອກໃຫ້ແນ່ໃຈວ່າຜະລິດຕະພັນທີ່ເຮົາໃຊ້ແມ່ນປາສະຈານສານເຄມີທີ່ອັນຕະລາຍເຊິ່ງມັນບໍ່ພຽງແຕ່ຊ່ວຍເລື່ອງຜິວພັນເຮົາເທົ່ານັ້ນແຕ່ມັນຍັງຊ່ວຍຫຼຸດຜົນກະທົບຕໍ່ວິ່ງແວດລ້ອມອີກດ້ວຍ

  1. ຫຼຸດຜ່ອນການນຳໃຊ້ພລາສຕິກ

ພະຍາຍາມຫຼີກເວັ້ນຜະລິດຕະພັນທີ່ບັນຈຸໃນພລາສຕິກ ແນະນຳໃຫ້ເລືອກໃຊ້ຜະລິດຕະພັນທີ່ບັນຈຸໃນວັດສະດຸທີ່ສາມາດຣີໄຊເຄິນ (recycle) ຫຼື ຍ່ອຍສະຫຼາຍໄດ້ເຊັ່ນ: ເຈ້ຍ ຫຼື ແກ້ວເປັນຕົ້ນ

  1. ໃຊ້ຜະລິດຕະພັນຄວາມງາມທີ່ໃຊ້ໄດ້ຫຼາກຫຼາຍວັດຖຸປະສົງ

ພະຍາຍາມບໍ່ຊື້ຜະລິດຕະພັນໃຊ້ສະເພາະຈຸດເປັນຈຳນວນຫຼາຍ ແຕ່ໃຫ້ເລືອກໃຊ້ຜະລິດຕະພັນທີ່ສາມາດໃຊ້ໄດ້ຫຼາຍຈຸດແທນເຊັ່ນ: ຄຣີມທາໜ້າທີ່ສາມາດໃຊ້ທາຜິວ ຫຼື ລິບສະຕິກທີ່ທາຕາທາແກ້ມໄດ້ນຳເປັນຕົ້ນ ເພື່ອຫຼຸດຜ່ອນປະລິມານຂີ້ເຫຍື້ອ, ຫຼຸດຜ່ອນການຜະລິດສິນຄ້າສິ້ນເປືອງ ແລະ ເປັນການປະຢັດໄປໃນຕົວ

  1. ຫຼຸດຜ່ອນການໃຊ້ນ້ຳ

ຄວນໃຊ້ນ້ຳຢ່າງປະຢັດໃນຂະນະທີ່ທຳຄວາມສະອາດໜ້າ ແລະ ລ້າງເຄື່ອງສຳອາງ ບໍ່ເປີດນ້ຳຖິ້ມໄວ້ເປັນເວລາດົນ

  1. ໃຊ້ຜະລິດຕະພັນທີ່ບໍ່ທົດລອງກັບສັດ

ການເລືອກໃຊ້ຜະລິດຕະພັນທີ່ບໍ່ທົດລອງກັບສັດຖືວ່າເປັນອີກວິທີໜຶ່ງໃນການສະແດງອອກເຖິງຄວາມຮັບຜິດຊອບຕໍ່ສິ່ງມີຊິວິດດ້ວຍກັນເພື່ອບໍ່ບຽດບຽນຊີວິດຂອງສັດໂດຍບໍ່ຈຳເປັນ ແລະ ຍັງຊ່ວຍຮັກສາສິ່ງແວດລ້ອມ

  1. ນຳໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ

ເລືອກຜະລິດຕະພັນທີ່ຜະລິດຈາກຂະບວນການທີ່ບໍ່ທຳລາຍສິ່ງແວດລ້ອມເຊັ່ນ: ໃຊ້ຜະລິດຕະພັນທີ່ຜະລິດຈາກພະລັງງານທົດແທນ ຫຼື ຜະລິດຕະພັນທີ່ສາມາດຊື້ມາເຕີມໄດ້ເລື້ອຍໆ (Refill)

  1. ທຳຄວາມສະອາດ ແລະ ຣີໄຊເຄິນບັນຈຸພັນ

ຫຼັງໃຊ້ຜະລິດຕະພັນໝົດແລ້ວຢ່າລືມທີ່ຈະທຳຄວາມສະອາດບັນຈຸພັນ ແລະ ນຳໄປຣີໄຊເຄິລເພື່ອຫຼຸດປະລິມານຂີ້ເຫຍື້ອ

  1. ສະໜັບສະໜູນແບຣນທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ

ການສະໜັບສະໜູນແບຣນທີ່ມີນະໂຍບາຍດ້ານຄວາມຍືນຍົງ ແລະ ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມສາມາດຊ່ວຍສະໜັບສະໜູນການດຳເນີນງານທີ່ມີຄວາມຮັບຜິດຊອບຕໍ່ໂລກໄປພ້ອມໆກັນ

ຂອບໃຈຂໍ້ມູນຈາກ: https://thestandard.co/life/sustainable-beauty-with-8-green-strategy/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/