ທ່ຽວໃສດີ ພາສ່ອງ 16 Best Places to Go ປະຈຳປີ 2024


ເອົາໃຈສາຍທ່ຽວສາຍລຸຍ ພາສ່ອງ 16 ສະຖານທີ່ຄວນໄປທ່ຽວທີ່ສຸດປະຈໍາປີ 2024 ຮີບເກັບເງິນ ແລະ ຈັດກະເປົາໄວ້ຖ້າເລີຍ ມີແຕ່ບ່ອນໜ້າສົນໄປເປັນຕາຢາກໄປທ່ຽວສຸດໆ !

1. ໄອສ໌ແລນ (Iceland)

ຖືເປັນອີຫໜຶ່ງໝຸດໝາຍທີ່ສໍາຄັນໃນການໄປເບິ່ງແສງເໜືອ ເພາະມີແສງເໜືອຫຼາຍແຫ່ງໃຫ້ບັນດານັກທ່ອງທ່ຽວທົ່ວໂລກໄປຢ້ຽມຢາມທ່ຽວຊົມ ນອກນີ້ຍັງມີທຳມະຊາດທີ່ສວຍງາມ,  ງຽບສະຫງົບ ແລະ ມີຫຼາກຫຼາຍກິດຈະກຳໃຫ້ໄດ້ມ່ວນຊື່ນຕະຫຼອດການເດີນທາງບໍ່ມີເບື່ອບໍ່ວ່າຈະເປັນການຍ່າງສຳຫຼວດຖ້ຳນ້ຳແຂງກາງທະເລສາບອາຍຸເກືອບພັນປີຢ່າງ ‘Jökulsárlón’ ຫຼື ການແວ່ຊົມຄວາມງາມຂອງກ້ອນນໍ້າແຂງຕັດກັບຊາຍສີດໍາທີ່ຫາດ ໄດມອນ ຫຼື ໄປຜ່ອນຄາຍຮ່າງກາຍກັບບໍ່ນ້ຳຮ້ອນທຳມະຊາດກໍດີ

ຫາກໃຜທີ່ຍັງບໍ່ເຄີຍໄປ ແລະ ໃຝ່ຝັນວ່າຢາກໄປແນະນໍາໃຫ້ອອກເດີນທາງໃນເດືອນມັງກອນຫາເດືອນຕຸລາປີ 2024 ນີ້ ເພາະນັກວິທະຍາສາດບອກວ່າປີນີ້ຈະເປັນປີທີ່ເກີດປາກົດການ ‘Solar Maximum’ ເຊິ່ງວົນກັບມາເກີດທຸກໆ 11 ປີເຮັດໃຫ້ສາມາດພົບເຫັນແສງເໜືອໄດ້ງ່າຍ ແລະ ເຂັ້ມຂຸ້ນທີ່ສຸດໃນຮອບ 20 ປີ

2. ນະຄອນປາຣີສ ປະເທດຝຣັ່ງ

ກິລາໂອລິມປິກລະດູຮ້ອນທີ່ກຳລັງວົນມາອີກຮອບ ແລະ ຄັ້ງນີ້ແມ່ນຈະຈັດຂຶ້ນທີ່ນະຄອນປາຣີສປະເທດຝຣັ່ງໃນວັນທີ 26 ກໍລະກົດ 2024 ຫາ 11 ສິງຫາ 2024 ຫາກໃຜມີເປົ້າໝາຍຈະໄປຢ້ຽມຢາມ ແລະ ເຊັກອິນຢູ່ຫໍໄອເຟວຈັກເທື່ອເປັນຫຍັງຄືບໍ່ຖືໂອກາດນີ້ໃນການໄປນະຄອນປາຣີສໃນໄລຍະງານກິລາຄັ້ງໃຫຍ່ນີ້ກັນ ແນ່ນອນວ່າໂອລິມປິກຄັ້ງນີ້ປາຣີສຕັ້ງໃຈແປງເມືອງ ແລະ ສະຖານທີ່ Land mark ໃຫ້ກາຍເປັນສະໜາມກິລາ ຖ້າບໍ່ຢາກພາດຄວາມໜ້າຕື່ນຕາຕື່ນໃຈຄັ້ງນີ້ກໍເກັບເງິນຕັ້ງແຕ່ມື້ນີ້ເພື່ອກຽມຕົວອອກເດີນທາງເລີຍ!

3. ຊຽງໄຮ້ ປະເທດຈີນ

ສຳລັບຄົນທີ່ບໍ່ເຄີຍໄປທ່ຽວຈີນມາກ່ອນພວກເຮົາແນະນຳໃຫ້ລອງເປີດໃຈໄປຊຽງໄຮ້ເບິ່ງ ເຊິ່ງເປັນເມືອງໃຫຍ່ທີ່ຢູ່ທິດຕາເວັນອອກທີ່ໃຜຕ່າງກໍບອກວ່າເປັນສູນລວມທີ່ສຸດຂອງປະເທດທັງທັນສະໄໝທີ່ສຸດ ມີຄາເຟ່ຫຼາກຫຼາຍສະໄຕລ໌ ແລະ ຫໍພິພິທະພັນຕະການຕາ

ຫາກທຸກຄົນໄດ້ໄປບອກເລີຍຫ້າມພາດຖ່າຍຮູບຄູ່ກັບ Land mark ສຳຄັນຢ່າງຫໍໄຂ່ມຸກ, ໄປຍ່າງຊົມອາຄານສະໄຕລ໌ຢູໂຣບບໍລິເວນ The Bund ຫຼື ໄປຍ່າງຊື້ເຄື່ອງຢູ່ Nanjing Road, ສໍາລັບສາຍ nerd ກໍຫ້າມພາດ Shanghai Natural History Museum ທີ່ມີສັດສະຕັຟ (Taxidermy) ແລະ ສັດຈຳລອງໃຫ້ທ່ຽວຊົມຢ່າງອະລັງການ

4. ສີລັງກາຕອນກາງ ແລະ ໃຕ້

ສີລັງກາຕອນກາງ ແລະ ໃຕ້ຄືດັ່ງບາຫຼີເມື່ອ 20 ປີກ່ອນທີ່ເຕັມໄປດ້ວຍທຳມະຊາດທີ່ສົດໃໝ່ກວ່າ, ຕື່ນເຕັ້ນກວ່າ, ຕອນກາງຂອງປະເທດມີໄຮ່ຊາທີ່ຜະລິດຊາສົ່ງອອກທົ່ວໂລກ ຕອນໃຕ້ຂອງປະເທດເປັນແຫຼ່ງເຊີຟ (surf) ທີ່ນັກເຊີຟຮຸ່ນໃໝ່ນິຍົມມາ ແລະ Galle ກໍເປັນເມືອງໜ້າຮັກແຄມທະເລບອກເລີຍວ່າໃຜທີ່ກຳລັງແນມຫາບ່ອນທ່ຽວໃໝ່, ມີຄວາມຮິປ ມີຄົບທັງຄວາມເປັນເມືອງ ແລະ ທຳມະຊາດບັນຍາກາດຄ້າຍອິນເດຍແຕ່ບໍ່ວຸ້ນວາຍເທົ່າແນະນຳເລີຍ!

5. ແຫຼມ Balkans

ນີ້ຄືເສັ້ນທາງສຳລັບນັກເດີນທາງທີ່ຮັກການປັ່ນລົດຖີບ! ເສັ້ນທາງລົດຖີບຂ້າມປະເທດທີ່ກຳລັງຈະເປີດຕົວໃນປີ 2024 ເປັນເສັ້ນທາງລົດຖີບ ແລະ ເສັ້ນທາງດຽວກັນນີ້ເຊື່ອມໂຍງທັງ 8 ປະເທດໃນແຫຼມ Balkans ຕາເວັນຕົກເຂົ້າດ້ວຍກັນ ໂດຍເສັ້ນທາງນີ້ມີທັງໝົດ 100 ໄລຍະຖືກອອກແບບມາສຳລັບນັກປັ່ນລົດຖີບທຸກລະດັບ ໂດຍໄລຍະທາງ 4,000 ກິໂລແມັດປະກອບດ້ວຍເສັ້ນທາງລາດຢາງ, ເສັ້ນທາງເດີນປ່າ ແລະ ເສັ້ນທາງລົດຖີບ

6. ໄຖໜານ (Tainan) ໄຕ້ຫວັນ

ໄຖໜານກາຍເປັນເມືອງສຳຄັນຂອງໄຕ້ຫວັນບໍ່ຕ່າງຈາກໄທເປ ທັງນີ້ຍັງມີຍອດຈອງໂຮງແຮມແຊງໜ້າເມືອງຫຼວງໄປເປັນທີ່ຮຽບຮ້ອຍແລ້ວ ບອກເລີຍວ່າເມືອງນີ້ເໝາະສຳລັບຄົນທີ່ມັກທ່ຽວບັນຍາກາດທ້ອງຖິ່ນ, ມັກປະຫວັດສາດ ສາຍຖ່າຍຮູບຢ່າພາດເພາະບ້ານເມືອງທີ່ໄຖໜານແມ່ນງາມ, ເໝາະກັບການມາຖ່າຍຮູບເຊັກອິນຫຼາຍ ແລະ ຍັງມີຂອງກິນຢ່າງຊຸບຊີ້ນງົວ ແລະ ໄຂ່ຈຽວຫອຍນາງລົມອີກບອກເລີຍວ່າເດັດສຸດໆ.

7. ຄິມເບີລີ (Kimberley) ອອສເຕຣເລຍ

ໜຶ່ງໃນເຂດປ່າສຸດທ້າຍຂອງໂລກທີ່ຍັງບໍ່ທັນໄດ້ຖືກແຕະຕ້ອງຈາກມະນຸດ ຄີມເບີລີເປັນພື້ນທີ່ເກົ່າແກ່ທາງຕອນເໜືອຂອງລັດເວັດເທິນອອສເຕຣເລຍ (Western Australia) ຄອບຄຸມພື້ນທີ່ປະມານ 423,000 ກິໂລຕາແມັດ ສໍາລັບໃຜທີ່ມັກທ່ຽວແບບທຳມະຊາດບໍ່ຕ້ອງຖຽງກັນອີກຕໍ່ໄປວ່າຈະໄປທ່ຽວພູເຂົາ ຫຼື ທະເລດີ? ເພາະຄິມເບີລີມີພູມປະເທດໂດດເດັ່ນທັງພູເຂົາ ແລະ ທະເລ ທັງເປັນທີ່ຢູ່ຂອງສັດປ່າຫາຍາກ ແລະ ພືດພັນໄມ້ຫຼາຍຊະນິດ.

8. ແຄມຝັ່ງທະເລດຳ, ຕຸຣເຄຍ

ຫາກທ່ານຄິດເຖິງສະເໜ່ຂອງອີສຕັນບູລ ມັກບັນຍາກາດຊິລໆຂອງນ້ຳທະເລເມດີຕາເຣນຽນແຕ່ບໍ່ຢາກບຽດກັບຜູ້ຄົນຫຼາຍ ລອງໄປແຖວຄາຣາເດນິຊ ຫຼື Black Sea Coast ຊາຍຝັ່ງທະເລດຳບໍ ເຊິ່ງຢູ່ທາງເໜືອຂອງປະເທດຕຣຸເຄຍທີ່ສາມາດມອບຄວາມງົດງາມຂອງທຳມະຊາດ ແລະ ປະຫວັດສາດໃຫ້ທ່ານໄດ້ບໍ່ແພ້ອິສຕັນບູລເລີຍ! ແຕ່ສະພາບອາກາດຈະເຢັນກວ່າ ສະບາຍກວ່າໃນລະດູຮ້ອນ ແລະ ບໍ່ໜາວຈັດໃນລະດູໜາວ ນອກນີ້ຍັງມີກິດຈະກຳຫຼາກຫຼາຍທາງນ້ຳໃຫ້ໄປລອງຫຼິ້ນກັນ ແລະ ນັກທ່ອງທ່ຽວກໍໜ້ອຍກວ່າອິສຕັນບູລອີກດ້ວຍ.

9. ໂກເບ (Kobe) ປະເທດຍີ່ປຸ່ນ

ໂກເບຖືເປັນເມືອງໜຶ່ງໃນຍີ່ປຸ່ນທີ່ໂດດເດັ່ນດ້ານການອອກແບບ ມີຫຼາຍຕຶກຖືກຣີໂນເວດໃໝ່ໃຫ້ກາຍເປັນພື້ນທີ່ທາງສິລະປະເຊັ່ນ Vague Kobe, ອະດີດທະນາຄານເກົ່າໃນຍຸກ 30s ທີ່ນຳມາປ່ຽນໃໝ່ໃຫ້ກາຍເປັນທີ່ຕັ້ງຂອງແກລເລີຣີ, ຮ້ານຂາຍປຶ້ມ, ຄາເຟ່ ແລະ ໄວນ໌ບາຣ໌ຕ່າງໆ. ນອກຈາກນີ້ຍັງມີຈຸດຊົມວິວແບບພາໂນຣາມາເທິງຊາຍຝັ່ງອ່າວໂອຊາກ້າຢ່າງ Kobe Port Tower ກໍກັບມາເປີດບໍລິການອີກຄັ້ງ ພ້ອມສິ່ງອຳນວຍຄວາມສະດວກໃໝ່ໆ, ພິພິທະພັນແບບ Immersive ແລະ ຄາເຟ່ບາຣ໌ແບບໝຸນໄດ້ 360 ອົງສາ

10. Eastern & Oriental Express, Belmond

ຫຼັງຈາກຢຸດໃຫ້ບໍລິການໄປເຖິງ 4 ປີ ລົດໄຟຫຼູຫຼາທີ່ແລ່ນຂ້າມອາຊີຕາເວັນອອກສຽງໃຕ້ຂະບວນນີ້ກຳລັງກັບມາໃຫ້ບໍລິການອີກຄັ້ງໃນເດືອນກຸມພາພ້ອມຫ້ອງໂດຍສານໃໝ່ຈໍານວນ 15 ຫ້ອງ ແລະ ເສັ້ນທາງທ່ຽວຈາກສິງກະໂປສູ່ກົວລາລຳເປີ, ລັງກາວີ ແລະ ປີນັງ ເພີດເພີນກັບທິວທັດສອງຂ້າງທາງ, ດື່ມດ່ຳກັບຄວາມຫຼູຫຼາຈາກອາຫານ ແລະ ບໍລິການລະດັບໂຮງແຮມ 5 ດາວຂອງ Eastern & Oriental Express ຕະຫຼອດ 3 ຄືນເທິງລົດໄຟ!

11. French Polynesia

French Polynesia ເຈົ້າພາບການແຂ່ງຂັນໂຕ້ຄື້ນໃນໂອລິມປິກທີ່ປາຣີສ 2024 ໂດຍມີ Teahupo’o ບ້ານເທິງຊາຍຝັ່ງທາງໃຕ້ຂອງທາຮິຕິເປັນສະໜາມແຂ່ງຂັນ ກຽມພ້ອມໄປເຊຍນັກແຂ່ງເຊີຟລະດັບໂລກເຖິງຂອບສະໜາມນຳກັນຫຼືຍັງ? ຫຼັງຈາກຈົບງານກໍຍັງສາມາດແວ່ຊົມຊາຍຫາດໄດ້. ນອກນີ້ທ່ານຍັງສາມາດທ່ຽວຊົມຄວາມງາມທາງທຳມະຊາດຂອງໝູ່ເກາະ French Polynesia, ນອນອາບແດດ, ພາຍ SUP ເລາະເບິ່ງປາໃຕ້ນ້ຳກໍໄດ້ເດີ້

12. ອຸສເບກິສຖານ (Uzbekistan)

ອະດີດສູນກາງເສັ້ນທາງສາຍໄໝໃນອາຊີກາງທີ່ມີປະຫວັດຄວາມເປັນມາຍາວນານຕັ້ງແຕ່ຣາຊະວົງຮັ່ນ ກ່ອນເກີດໂຣກລະບາດຄັ້ງໃຫຍ່ ອຸສເບກິສຖານກຽມຄວາມພ້ອມດ້ານອຸດສາຫາະກຳທ່ອງທ່ຽວເພື່ອຫວັງເປັນ Top Destination ໃນໃຈນັກເດີນທາງ

ອຸສເບກິສຖານເປັນປະເທດໃນທະວີບອາຊີກາງທີ່ບໍ່ມີທາງອອກສູ່ທະເລ ພູມປະເທດສວຍງາມ ແລະ ທຳມະຊາດບໍລິສຸດ ທ່ານສາມາດທ່ຽວໄດ້ເອງເພາະເປັນເມືອງທີ່ທ່ຽວໄດ້ງ່າຍນອກນີ້ຍັງມີສະຖາປັດຕະຍາກຳຫຼາກຫຼາຍເຊັ່ນ: ສຸສານຫຼວງ Gur-e-Amir Mausoleum ຫຼື Registan Square ຈະຕຸລັດກາງເມືອງທີ່ອ້ອມຮອບດ້ວຍ 3 ໂຮງຮຽນສອນສາສະໜາອິສະລາມ ພາດບໍ່ໄດ້ກັບໄຮໄລ້ຂອງທຣິປນີ້ກໍຄືເມືອງ Samarkand ໜຶ່ງໃນເມືອງທີ່ເກົ່າແກ່ທີ່ສຸດໃນໂລກເຊິ່ງເປັນຈຸດພົບກັນຂອງສອງວັດທະນະທຳມຸດສະລິມ ແລະ ອາຊີຕາເວັນອອກ

13.ເກາະໃຕ້ ນິວຊີແລນ

ຫາກທ່ານເປັນສາຍເດີນປ່າ ບໍ່ມີບ່ອນໃດທີ່ຈະເໝາະເທົ່າເກາະໃຕ້ຂອງປະເທດນິວຊີແລນໃນໄລຍະນີ້ອີກແລ້ວໂດຍສະເພາະປີນີ້ເປັນປີທີ່ Tuatapere Hump Ridge ເສັ້ນທາງເດີນປ່າໄລຍະທາງ 38 ໄມລ໌ຖືກຍົກລະດັບໃຫ້ກາຍເປັນ Great Walk ເສັ້ນທີ 11 ຂອງນິວຊີແລນ ບອກເລີຍວ່າທິວທັດອະລັງການບໍ່ທຳມະດາແນ່ນອນພ້ອມທີ່ພັກ ແລະ ສິ່ງອຳນວຍຄວາມສະດວກທີ່ສະໜັບສະໜູນນັກເດີນທາງແບບເຕັມກຳລັງ

14. ມອງໂກເລຍ

    ຖືເປັນອີກໜຶ່ງຈຸດໝາຍປາຍທາງສຳລັບນັກເດີນທາງທີ່ສະແຫວງຫາການຜະຈົນໄພມາຍາວນານເລີຍກໍວ່າໄດ້ ດ້ວຍທີ່ພັກແບບກະໂຈມ, ການໃຊ້ຊີວິດແບບຊາວທົ່ງຫຍ້າ, ຕາມໄປເບິ່ງເຜົ່າພື້ນເມືອງທີ່ໃຊ້ນົກໃນການລ່າສັດ ຍັງບໍ່ໝົດພຽງເທົ່ານັ້ນໃນປີ 2024 ມີທ່າອ່ຽງວ່າການທ່ອງທ່ຽວມອງໂກເລຍຈະມີການຂະຫຍັບຂະຫຍາຍເພື່ອໃຫ້ສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍຂຶ້ນ ມີການເປັນຕົວບ້ານພັກຫຼູແຫ່ງໃໝ່, ທົວທາງວັດທະນະທໍາ ແລະ ຖ້ຽວບິນຕົງຈາກຫຼາຍປະເທດ

    ໃຜເປັນຊາວພຸດແລ້ວໄດ້ໄປກໍຢ່າລືມແວະຂໍພອນຈາກວັດການດານ(Gandan Monastery) ອັນເປັນວັດຄູ່ບ້ານຄູ່ເມືອງຂວັນໃຈຊາວພຸດນຳເດີ້!

    15. ຊານຕາເຟ (Santa Fe) ສະຫະລັດອາເມຣິກາ

    ຈາກຮູບເງົາຊື່ດັງຂອງ “ຄຣິສໂຕເຟີ ໂນແລນ” ຢ່າງ Oppenheimer ໄດ້ຈຸດປະກາຍຄວາມໜ້າສົນໃຈໃຫ້ເມືອງຊານຕາເຟ ນິວເມັກຊີໂກ ເນື່ອງຈາກເປັນເມືອງທີ່ຢູ່ໃກ້ Los Alamos ຫຼາຍທີ່ສຸດ ຊານຕາເຟເປັນເມືອງທີ່ເກົ່າແກ່ທີ່ສຸດໃນປະເທດ, ໂດດເດັ່ນເລື່ອງສະຖາປັດຕະຍາກຳໄຕລ໌ກ້ອນອິດ, ສະຖາບັນສິລະປະເກົ່າແກ່ ແລະ ວິຖີພື້ນເມືອງທີ່ປະສານວັດທະນະທຳພື້ນເມືອງອາເມຣິກັນ ເມັກຊິກັນ ແລະ ສະເປນຈົນໄດ້ຮັບສາຍາ The City Different. ໃນປີ 2024 ເປັນປີທີ່ມີເທສະການປະຈຳປີຂອງຊານຕາເຟຄື Burning of the Zozobra ມີອາຍຸຄົບ 100 ປີ ຫຸ່ນຈຳລອງສູງ 50 ຟຸດອັດແນ່ນໄປດ້ວຍກະດາດແຫ່ງຄວາມໂສກເສົ້າຂອງຄົນທັງເມືອງ, ຈົດໝາຍຮັກເກົ່າ, ໝາຍຂໍຢ່າ ຫຼື ຂໍ້ຄວາມບອກເລົ່າຄວາມໃນໃຈຈະຖືກຈູດເຜົາໃຫ້ມອດໄໝ້ໃນຕອນຄ່ຳຄືນເພື່ອສື່ເຖິງການລະຖິ້ມສິ່ງເກົ່າພ້ອມເລີ່ມຕົ້ນໃໝ່ອີກຄັ້ງຂອງຄົນທັງເມືອງ.

    16. ອັລອູລາ (AlUla) ຊາອຸດີອາຣະເບຍ

    ເນື່ອງຈາກຊາອຸດີອາຣະເບຍປິດປະເທດມາດົນ ແລະ ຫາກໍເລີ່ມເປີດຮັບຄົນພາຍນອກໃນໄລຍະຕົ້ນການລະບາດຄັ້ງໃຫຍ່ ປະເທດນີ້ຈຶ່ງຍັງສົດໃໝ່ ແລະ ເປັນຈຸດໝາຍປາຍທາງຂອງຄົນທັງໂລກ ແລະ ເມືອງອັລອູລາເອງກໍປຽບດັ່ງສູນກາງທາງບູຮານຄະດີ, ດິນແດນອາລະຍະທໍາບູຮາຍແຫ່ງຊາອຸດີອາຣະເບຍ, ພູມປະເທດແບບທະເລຊາຍບູຮານ, ສະຖານເກົ່າແກ່ອາຍຸ 2,000 ປີ ແລະ ທຳມະຊາດອັນໜ້າອັດສະຈັນໃຈ ເຊິ່ງເວລາທີ່ດີທີ່ສຸດໃນການເດີນທາງຄືເດືອນເມສາເພາະເປັນໄລຍະດຽວກັບເທດສະການ AlUla Skies Festival ທ່ານຈະສາມາດຊົມພູມປະເທດແບບມຸມສູງ ພ້ອມການສະແດງຕ່າງໆເຊັ່ນ: ວົງຊິມໂຟນີ, ການສະແດງໂດຣນລວມເຖິງກິດຈະກຳຊົມດາວຍາມຄ່ຳຄືນບອກເລີຍວ່າງົດງາມ ແລະ ໂຣແມນຕິກສຸດໆ

    ຂອບໃຈຂໍ້ມູນຈາກ: https://thestandard.co/life/16-best-places-to-go-2024/

    ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/