ປະທານ Warner Games ກຳລັງສົ່ງສັນຍານວ່າຈະມີການສ້າງເກມ  ‘Harry Potter’ ພາກໃໝ່!


ຫຼັງຈາກການປະກາດສ້າງເກມ  ‘Hogwarts Legacy’ ມີຍອດຂາຍ 22 ລ້ານຊຸດ ພ້ອມກັບເປັນເກມທີ່ຂາຍດີທີ່ສຸດໃນປີ 2023 ບໍ່ແປກໃຈທີ່ຕົ້ນສັງກັດຢ່າງ  Warner Bros. Interactive Entertainment ຈະມີແຜນການໃໝ່ທີ່ຈະເຮັດກ່ຽວກັບໂລກເວດມົນຂອງ ‘Harry Potter’.

ໂດຍຊາວມັກເກີ້ ແລະ ຜູ້ວິເສດ ຮູ້ກັນດີວ່າຕອນນີ້ທາງຄ້າຍກຳລັງຢູ່ລະຫວ່າງການສ້າງເກມ ‘Harry Potter: Quidditch Champions’ ແຕ່ເບິ່ງຄືວ່າທາງປະທານຄ້າຍ WB Games ຢ່າງ David Haddad ຈະມີບາງຢ່າງເພີ່ມອີກ ພ້ອມຍັງໄດ້ກ່າວວ່າ ຍັງມີອີກຫຼາຍສິ່ງທີ່ຍັງບໍ່ໄດ້ປະກາດ ກ່ຽວກັບເກມ ‘Harry Potter’ ທີ່ມັນຈະເປັນສ່ວນໜຶ່ງຂອງໂລກເວດມົນ ແລະ ຈະເປັນການຂະຫຍາຍເລື່ອງລາວຕົວລະຄອນໃຫ້ມີຄວາມເລິກເຊິ່ງຂຶ້ນໄປອິີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/