CP ຂະຫຍາຍຊ່ອງທາງໄປສູ່ Freshket ຕະຫຼາດສົດອອນລາຍເພື່ອສົ່ງມອບປາທີ່ມີຄຸນະພາບຈາກຟາມໃຫ້ໄປຮອດມືຜູ້ບໍລິໂພກໃນທຸກໆມື້


ບໍລິສັດ CP ຫຼື CPF ໄດ້ຮ່ວມມືກັບ Freshket ແພລັດຟອມຕະຫຼາດອອນລາຍເປີດ ຕົວຜະລິດພັນປາ CP ທີ່ຜ່ານການຕັດແຕ່ງມາແລ້ວ. ເພື່ອເພີ່ມທາງເລືອກໃຫ້ແກ່ຮ້ານຄ້າ ແລະ ຜູ້ບໍລິໂພກໃນການເຂົ້າເຖິງຊີ້ນປາທີ່ມີຄຸນະພາບທີ່ສູງ ສົດໃໝ່ທີ່ສົ່ງກົງຈາກຟາມໃນທຸກໆມື້ແບບບໍ່ມີຂັ້ນຕໍ່າ.

CPF ມຸ່ງໝັ້ນທີ່ຈະຜະລິດ ແລະ ສົ່ງມອບອາຫານທີ່ປອດໄພ, ມີຄຸນຄ່າທາງໂພຊະນາການດ້ວຍນະວັດຕະກໍາ ແລະ ເຕັກໂນໂລຊີທີ່ພັດທະນາ​ມາຈາກຕົ້ນ​ແບບ​ການ​ລ້ຽງ​ປາ​ໃນ​ຮູບ​ແບບ​ CARE Aquaculture Model, ເພື່ອຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ພາຍໃຕ້ລະບົບ Bio-security ທີ່ສາມາດກວດສອບຢ້ອນຫຼັງໄດ້ຕະຫຼອດໃນລະບົບການຜະລິດ ແລະ ຍັງສົ່ງເສີມການບໍລິໂພກແບບຍືນຍົງ.

ໂດຍຜະລິດຕະພັນປາ CP ທີ່ຕັດແຕ່ງແລ້ວນັ້ນ​ປະກອບມີ:​ ປາ​ກະ​ພົງ​, ປາທັບທິມ​ ແລະ ​ປາ​ນິນ​. ໂດຍ​ຜ່ານ​ຂະ​ບວນ​ການ​ຄັດ​ເລືອກ​ຂະ​ໜາດ​ ແລ້ວນໍາມາແປຮູບໃຫ້ພ້ອມປຸງແຕ່ງທີ່ໄດ້ມາດຕະຖານ ແລະ ໃຊ້ການຫຸ້ມຫໍ່ສູນຍາກາດທີ່ທັນສະໄໝ, ເພື່ອຮັກສາຄວາມສົດ ແລະ ຄຸນະພາບຂອງຊີ້ນປາໃຫ້ໄດ້ດົນນານຈົນຮອດມືຜູ້ບໍລິໂພກ.

ນອກຈາກນີ້, CP ຍັງໄດ້ຮ່ວມມືກັບ Freshket ໃນການຈໍາໜ່າຍວັດຖຸດິບຄົບວົງຈອນ ພາຍໃຕ້ແນວຄວາມຄິດທີ່ວ່າ “ສັ່ງໄດ້ທຸກມື້ ສົ່ງໄດ້ທຸກວັນ ແບບບໍ່ບໍ່ມີຂັ້ນຕໍ່າ” ເພື່ອເປັນຊ່ອງທາງໃຫ້ແກ່ລູກຄ້າ ແລະ ຮ້ານອາຫານໃຫ້ສາມາດເຂົ້າເຖິງວັດຖຸດິບທີ່ມີຄຸນະພາບ, ຣົດຊາດດີ, ຄົບຖ້ວນ, ກົງຕໍ່ເວລາ, ສະດວກ ແລະ ວ່ອງໄວ.

ທີ່ມາ:

cpgroupglobal.

freshket

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/