ການ​ສົ່ງ​ອອກ​ຂອງ​ຈີນ​ຫຼຸດ​ລົງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 7 ປີ ເນື່ອງຈາກຄວາມ​ຕ້ອງ​ການ​ພາຍ​ໃນ​ປະ​ເທດ​ຫຼຸດ​ລົງ


ການສົ່ງອອກຕະຫຼອດທັງປີຂອງປະເທດຈີນຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ເນື່ອງຈາກຄວາມຕ້ອງການສິນຄ້າທີ່ຜະລິດໃນຈີນ (ຍົກເວັ້ນລົດ) ໃນທົ່ວໂລກມີການຊະລໍຕົວລົງ ແລະ ການທີ່ຈະແກ້ໄຂສະພາບການທີ່ຕົກຕໍ່າໃຫ້ດີຂຶ້ນພາຍໃນປີ 2024 ນີ້ແມ່ນຍາກຫຼາຍ.

ນອກຈາກນີ້, ປະເທດຈີນເຊິ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ເປັນອັນດັບ 2 ຂອງໂລກຍັງຕ້ອງຕໍ່ສູ້ກັບຄວາມກົດດັນຈາກພາວະເງິນເຟີ້ສົ່ງຜົນໃຫ້ CPI ໃນປີ 2023 ຫຼຸດລົງຕໍ່າສຸດໃນຮອບ 14 ປີ.

ສຳນັກງານສະຖິຕິແຫ່ງຊາດໄດ້ກ່າວ​ໃນ​ວັນ​ສຸກ​ທີ່ຜ່ານມາວ່າ ດັດຊະນີລາຄາຜູ້ບໍລິໂພກ (CPI) ໃນເດືອນທັນໄດ້ມີການປັບຕົວດີຂຶ້ນເລັກນ້ອຍຈາກເດືອນພະຈິກ ແຕ່ຫຼຸດລົງ 0.3% ໃນເດືອນດຽວກັນຂອງປີ 2022 ເມື່ອທຽບກັບປີ 2023. ໂດຍລວມແລ້ວ, ລາຄາເພີ່ມຂຶ້ນພຽງແຕ່ 0.2% ຈາກປີ 2022. ເຊິ່ງນີ້ຖືໄດ້ວ່າເປັນໄລຍະທີ່ອ່ອນແອທີ່ສຸດນັບຕັ້ງແຕ່ປີ 2009, ໂດຍໃນຕອນນັ້ນ CPI ຫຼຸດລົງ 0.7% ເນື່ອງຈາກໄດ້ຮັບຜົນກະທົບຈາກພາວະເສດຖະກິດຖົດຖອຍໃນທົ່ວໂລກ.

ຈີນ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຕ້ອງການທີ່ຫຼຸດນ້ອຍລົງ​ທັງ​ພາຍ​ໃນປະເທດ ​ແລະ ​ນອກປະ​ເທດ. ໂດຍການ​ສົ່ງ​ອອກ​ເມື່ອທຽບກັບ​ເງິນ​ໂດ​ລາ​ສະຫະລັດ​ແມ່ນຢູ່ທີ່ 3,38 ພັນ​ຕື້​ໂດ​ລາ​​ໃນ​ປີ 2023, ຫຼຸດ​ລົງ 4,6% ​ເມື່ອ​ທຽບ​ໃສ່​ປີ 2022. ການ​ສົ່ງ​ອອກ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 7% ເມື່ອທຽບໃສ່​ປີ​ກ່ອນ ແລະ ​ໃນຄັ້ງ​ສຸດ​ທ້າຍ​ທີ່​ຈີນໄດ້ສົ່ງສິນຄ້າ​ອອກ​ໄປ​ຕ່າງປະ​ເທດໃນ​​ປີ 2016 ແມ່ນ​ຫຼຸດ​ລົງ 7,7%.

ໃນສ່ວນການ​ນໍາ​ເຂົ້າຂອງຈີນ​ຍັງມີການ​ຫຼຸດ​ລົງເຖິງ 5,5% ຄິດເປັນເງິນ 2.56 ພັນ​ຕື້​ໂດ​ລາ. ສົ່ງຜົນ​​ໃຫ້ມີ​ເສດຖະກິດ​ໃຫຍ່ເປັນ​ອັນ​ດັບ​ສອງ​ຂອງ​ໂລກເກີນ​ດຸນ​ການ​ຄ້າ 823 ຕື້​ໂດ​ລາ​ສະຫະລັດ, ເຊິ່ງຫຼຸດລົງ 6.63% ເມື່ອທຽບກັບປີ 2022 ທີ່ເກີນ​ດຸນ 877.6 ຕື້ໂດລາ

ຕົວເລກການຄ້າໂດຍລວມຂອງຈີນໃນເດືອນທັນວາ 2023 ແມ່ນມີມູນຄ່າລວມຢູ່ທີ່ 534.8 ຕື້ໂດລາ, ໃນສ່ວນຂອງການສົ່ງອອກມີມູນຄ່າຢູ່ທີ່ 306.6 ຕື້ໂດລາ ໂດຍເພີ່ມຂຶ້ນ 2.3% ໃນເດືອນດຽວກັນເມື່ອທຽບໃສ່ປີ 2022. ໃນຂະນະທີ່ການນຳເຂົ້າມີມູນຄ່າຢູ່ທີ່ 228.2 ຕື້ໂດລາ ໂດຍເພີ່ມຂຶ້ນ 0.2% ໃນເດືອນດຽວກັນເມື່ອທຽບໃສ່ປີ 2022, ສົ່ງຜົນໃຫ້ຈີນເກີນດຸນການຄ້າໃນເດືອນທັນວາຢູ່ທີ່ 75 ຕື້ໂດລາ.

Wang Lingjun ຮອງຫົວໜ້າຝ່າຍບໍລິຫານທົ່ວໄປຂອງກົມພາສີຈີນກ່າວວ່າ ຕົວເລກການສົ່ງອອກໃນເດືອນທັນວາທີ່ເພີ່ມຂຶ້ນນັ້ນແມ່ນໄດ້ຮັບແຮງໜຸນຈາກການສົ່ງອອກລົດໄຟຟ້າ, ແບັດເຕີຣີລິທຽມໄອອອນ ແລະ solar cell ທີ່ເພີ່ມສູງຂຶ້ນສູງສຸດເປັນປະຫວັດສາດ. ແຕ່ໃນຂະນະດຽວກັນ ຜົນກະທົບສ່ວນໜຶ່ງທີ່ມາຈາກຮາກຖານທີ່ຕໍ່າຂອງເດືອນທັນວາປີ 2022 ເຮັດໃຫ້ຍອດຂາຍຫຼຸດລົງເຖິງ 10%, ໂດຍສ່ວນໜຶ່ງແມ່ນມີສາເຫດມາຈາກຜົນກະທົບຈາກການແຜ່ລະບາດຂອງໂຄວິດທີ່ແຜ່ລະບາດໄປທົ່ວປະເທດໃນຂະນະນັ້ນ.

ທີ່ມາ:

cnn

ndtv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/