ບຸນທາດຫຼວງປີ້ນີ້! ເພື່ອບໍ່ໃຫ້ແອອັດ ໄດ້ມີການກຳນົດຈັດຮ້ານຄ້າຂາຍທົ່ວໄປຢູ່ໄອເຕັກ ສ່ວນຢູ່ເດີ່ນທາດຫຼວງແມ່ນຮ້ານວາງສະແດງສິນຄ້າທ່ອງທ່ຽວ

ບຸນທາດຫຼວງ

ຄະນະຮັບຜິດຊອບຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2022 ໄດ້ຖະແຫຼງຂ່າວໃນວັນທີ 19 ຕຸລາ 2022 ກ່ຽວກັບການກະກຽມງານບຸນປະເພນີດັ່ງກ່າວທີ່ເດີນພຣະທາດຫຼວງວຽງຈັນ ໂດຍການຖະແຫຼງຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ (ນວ) ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ, ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ, ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ແລະ ທ່ານ ຮອງເຈົ້າເມືອງໄຊເສດຖາ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ທ່ານ ຖະໜອມ ທໍາທອງ ກ່າວວ່າ: ການຈັດງານຄັ້ງນີ້ຈຸດປະສົງເພື່ອອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງບຸນນະມັດສະການພຣະທາດຫຼວງຂອງຊາວລາວກໍຄືຊາວ ນວ ທີ່ເຄີຍສືບທອດກັນມາແຕ່ບູຮານໃຫ້ມີຄວາມໂດດເດັ່ນ ແລະ ເປັນທີ່ຮັບຮູ້ໃນເວທີສາກົນ. ພ້ອມນັ້ນເພື່ອເປັນການສ້າງໂອກາດໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດກໍຄືການຟື້ນຟູເສດຖະກິດ ດ້ວຍຮູບການຊຸກຍູ້ສົ່ງເສີ່ມການທ່ອງທ່ຽວ ສົ່ງເສີມການຄ້າ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າໂອດ໋ອບ ທີ່ໄດ້ກາໝາຍແຫ່ງຊາດ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມາວາງສະແດງຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະຊາຊົນຊາວ ນວ ຕະຫຼອດຮອດແຂກຕ່າງປະເທດໄດ້ເຫັນ ແລະ ໄດ້ຊົມໃຊ້ສິນຄ້າ ພ້ອມທັງເປັນການແລກປ່ຽນບົດຮຽນປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ ເຊິ່ງມີຄາດໝາຍເພື່ອຮັບປະກັນຄວາມສະຫງົບ ຄວາມປອດໄພທາງດ້ານການປ້ອງກັນການລະບາດຂອງພະຍາດໂຄວິດ-19, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາໃນຂອບເຂດການຈັດງານ ແລະ ບໍລິເວນໃກ້ຄຽງ, ການດຳເນີນບັນດາກິດຈະກຳໃນງານບຸນໃຫ້ຖືກຕ້ອງສອດຄ່ອງທາງດ້ານວັດທະນະທຳ ຮີດຄອງປະເພນີ ແລະ ມີບັນຍາກາດເບີກບານມ່ວນຊື່ນ ດຶງດູດໃຈຂອງຜູ້ມາທ່ຽວຊົມ, ສ້າງໂອກາດໃຫ້ບັນດາຜູ້ປະກອບການ ທຸລະກິດຈຳໜ່າຍສິນຄ້າ ໄດ້ມີໂອກາດນຳເອົາສິນຄ້າ ແລະ ຜະລິດຕະພັນຈຳໜ່າຍໃຫ້ປະຊາຊົນທີ່ເດີນທາງມາຮ່ວມງານບຸນໃນລາຄາທີ່ເໝາະສົມສາມາດຊື້ໄດ້ ແລະ ເຮັດໃຫ້ມີເງິນໝູນວຽນໃນການວາງສະແດງ ແລະ ຂາຍສິນຄ້າໃນໂອກາດງານບຸນນະມັດສະການພຣະທາດຫຼວງພາຍຫຼັງທີ່ບໍ່ໄດ້ຈັດງານບຸນໃຫຍ່ດັ່ງກ່າວມາເປັນເວລາ 2 ປີຍ້ອນມີການລະບາດຂອງພະຍາດໂຄວິດ-19.

ບຸນທາດຫຼວງ

ງານບຸນນະມັດສະການພຣະທາດຫຼວງປີນີ້ໄດ້ກຳນົດເອົາ 5 ມື້ ເລີ່ມແຕ່ວັນທີ 4-8 ພະຈິກ 2022 ລາຍລະອຽດມີຄື: ວັນທີ 4 ພະຈິກ ເປັນມື້ເລີ່ມງານບຸນປະເພນີ, ວັນທີ 6 ພິທີສູດປະລິຕະມຸງຄຸນທີ່ພຣະທາດຫຼວງ, ວັນທີ 7 ພິທີແຫ່ຜາສາດເຜິ້ງ ແລະ ວັນທີ 8 ພິທີໃສ່ບາດຖວາຍສັງກະທານ, ພິທີແຫ່ລູກຄີ ແລະ ການແຂ່ງຈັນກິລາພື້ນບ້ານຕີຄີ, ພິທີວຽນທຽນ ແລະ ຈູດທູບທຽນບັ້ງໄຟສັກກະລະບູຊາອົງພຣະທາດ.

ເພື່ອບໍ່ໃຫ້ມີການແອອັດ ຄະນະຮັບຜິດຊອບຈັດງານບຸນ ໄດ້ກໍານົດການຈັດງານຢູ່ສູນການຄ້າລາວ-ໄອເຕັກ ເລີ່ມແຕ່ວັນທີ 2-8 ພະຈິກ 2022 ມີຈຳນວນຮ້ານຄ້າໄວ້ຮອງຮັບ 488 ຮ້ານ, ສ່ວນທີ່ເດີ່ນພຣະທາດຫຼວງ ແລະ ເດີ່ນສະໜາມຫຼວງປະກອບມີ ຮ້ານວາງສະແດງແຫຼ່ງທ່ອງທ່ຽວ ນະວັດຕະກຳໃໝ່ ທາງລົດໄຟຄວາມໄວສູງ ເຂດໂລຈິດສຕິກ ທາງດ່ວນ ຮ້ານວາງສະແດງສິນຄ້າ ຈາກ ນະຄອນຫຼວງ ຮ່າໂນ້ຍ, ນະຄອນໂຮ່ຈີ່ມິນ, ແຂວງຢ່າຈາງ ສສ ຫວຽດນາມ ສິນຄ້າໂອດ໋ອບ ສິນຄ້າຄອບຄົວຕົວແບບ ສິນຄ້າຜະລິດຕະພັນພາຍໃນ ແລະ ວາງສະແດງສິນຄ້າ ປະເທດທ່ອງທ່ຽວຄາດຄະເນລວມ 215 ຫ້ອງ ສິນຄ້າປະເພດ: ບໍລິສັດຂາເຂົ້າ-ຂາອອກ ເສື້ອຜ້າ, ສິນຄ້າທົ່ວໄປ ແລະ ເຄື່ອງຫຼິ້ນຈຳນວນ 669 ຫ້ອງ; ປະເພດອາຫານ ແລະ ເຄື່ອງດື່ມ, ເຂົ້າຫຼາມ, ປີ້ງໄກ່ ຢູ່ເຂດຮອບນອກ 134 ຫ້ອງ; ລວມທັງໝົດມີປະມານ 1.018 ຫ້ອງ.

ຂໍ້ມູນຈາກ: https://cutt.ly/PB1g57U

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/